spot_img
Homeຂ່າວພາຍ​ໃນປກສ 11 ບ້ານ ໄດ້ຮັບການຍົກລະດັບທາງດ້ານວຽກງານວິຊາສະເພາະ

ປກສ 11 ບ້ານ ໄດ້ຮັບການຍົກລະດັບທາງດ້ານວຽກງານວິຊາສະເພາະ

Published on

ວັນທີ 29 ກັນຍາ 2022 ກອງບັນຊາການ ປກສ ເມືອງປາກງື່ມ ນະຄອນຫຼວງວຽງຈັນ ໄດ້ຈັດພິທີຝຶກອົບຮົມວຽກງານວິຊາສະເພາະ ໃຫ້ກຳລັງ ປກສ 11 ບ້ານ ທີ່ຂຶ້ນກັບກຸ່ມນາຝາຍ ເພື່ອເປັນການປັບປຸງຮາກຖານບ້ານ ໃຫ້ມີຄວາມເຂັ້ມແຂງ ຮັກສາໄດ້ຄວາມສະຫງົບທາງດ້ານການ ເມືອງ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ  ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ພັທ ສິງຄຳ ລໍວັນໄຊ ຫົວໜ້າ ປກສ ເມືອງປາກງື່ມ, ມີ ພັທ ສົມພານ ປະເສີດ ຫົວໜ້າ ປກສ ກຸ່ມນາຝາຍ, ທ່ານ ຄຳຟອງ ຈັນທະສອນ ນາຍບ້ານດອນໄຮ່, ມີພະນັກງານກໍ່ສ້າງຮາກຖານການເມືອງ ແລະ ນັກສຳມະນາກອນ 60 ຄົນ ເຂົ້າຮ່ວມ.

ໃນພິທີ ພັທ ສົມພານ ປະເສີດ ໄດ້ຂຶ້ນຜ່ານແຜນການຝຶກອົບຮົມ ໂດຍໃຫ້ຮູ້ວ່າ: ການຝຶກອົບຮົມວຽກງານວິຊາສະເພາະໃຫ້ກຳລັງ ປກສ 11 ບ້ານ ທີ່ຂຶ້ນກັບກຸ່ມນາຍຝາຍ ໃນຄັ້ງນີ້ ເພື່ອຮັບປະກັນໃຫ້ການປະຕິບັດໜ້າທີ່ຂອງ ປກສ ບ້ານ ມີຄວາມຮູ້ທາງດ້ານກົດໝາຍ, ນິຕິກຳ ແລະ ລະບຽບການ; ສຳລັບເອກະສານທີ່ນຳມາບັນຍາຍ ໃຫ້ບັນດານັກສຳມະນາກອນປະກອບມີ ເອກະສານແກ້ໄຂຂໍ້ຂັດແຍ່ງຂັ້ນບ້ານ, ເອກະສານພາລະບົດບາດສິດ ແລະ ໜ້າທີ່ຂອງກຳລັງ ປກສ ບ້ານ, ເອກະສານອາຊີບພິເສດ, ເອກະສານຄຸ້ມຄອງສຳມະໂນຄົວ, ເອກະສານຄຸ້ມຄອງຄົນຕ່າງປະເທດ, ເອກະສານການຄຸ້ມຄອງເປົ້າໝາຍ ແລະ ວິທີສອບສວນເອົາຄຳໃຫ້ການເບືອງຕົ້ນ ແລະ ວິທີປ້ອງກັນສະຖານທີ່ເກີດເຫດ ແລະ ເອກະສານວຽກງານຮັກສາຄວາມເປັນລະບຽບຮຽບຮ້ອຍຕາມຊາຍແດນລາວ-ໄທ.

ພັທ ສິງຄຳ ລໍວັນໄຊ ໄດ້ກ່າວເນັ້ນໃຫ້ສຳມະນາກອນ ຈົ່ງນຳເອົາບົດຮຽນທີ່ໄດ້ຮັບການຝຶກອົບຮົມໃນຄັ້ງນີ້ ໄປຈັດຕັ້ງປະຕິບັດເຂົ້າສຸ່ວຽກຕົວຈິງ ໃຫ້ເປັນຮູບປະທຳ, ເອົາໃຈໃສ່ປະຕິບັດນະໂຍບາຍຕໍ່ກຳລັງ ປກສ ບ້ານໃຫ້ເປັນປົກກະຕິ, ພ້ອມສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ຂອງຕົນ ຕາມການມອບໝາຍຂອງຂັ້ນເທິງ, ໃນການແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ທີ່ເກີດຂຶ້ນພາຍໃນບ້ານ ຕ້ອງໃຫ້ມີຄວາມເປັນເອກະພາບໃນໝູ່ຄະນະ. ຕໍ່ກັບການໄກ່ເກ່ຍຂໍ້ຂັດແຍ່ງຂັ້ນບ້ານຕ້ອງຮັບປະກັນໃຫ້ໄດ້ຄວາມຖືກຕ້ອງ, ຄວາມທ່ຽງທຳ ແລະ ຄວາມໂປ່ງໃສ ເພື່ອຮັບປະກັນຄວາມໜ້າເຊື່ອຖືຂອງປະຊາຊົນທີ່ມີຕໍ່ກຳລັງ ປກສ ບ້ານ.

ແຫຼ່ງຂ່າວຈາກ ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...