spot_img
Homeຂ່າວຕ່າງປະເທດລາຍງານກໍລະນີ ຄົນໄທ 7 ເກັບເຫັດ ແລ້ວໄດ້ສັກວັກຊີນຈາກລາວ

ລາຍງານກໍລະນີ ຄົນໄທ 7 ເກັບເຫັດ ແລ້ວໄດ້ສັກວັກຊີນຈາກລາວ

Published on

ລາຍງານກໍລະນີປະຊາຊົນໄທຫຼົງປ່າເຂົ້າມາເກັບເຫັດເຂດຊາຍແດນລາວ ແລ້ວໄດ້ສັກວັກຊີນ.

ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງໂຄວິດ-19 ແຂວງຈຳປາສັກ ໄດ້ລາຍງານໃຫ້ຮູ້ວ່າ: ຈາກກໍລະນີ ທີ່ສື່ສັງຄົມອອນລາຍ ແລະ ບາງສຳນັກຂ່າວ ຂອງໄທໄດ້ລາຍງານ ອອກຂ່າວ ທີ່ມີເນື້ອໃນວ່າ ມີປະຊາຊົນ 7 ຄົນ ສັນຊາດໄທ ຢູ່ແຂວງອຸບົນລາດຊະທານີ ປະເທດໄທ ໄດ້ເຂົ້າມາເກັບເຫັດ ຢູ່ບໍລິເວັນເຂດຊາຍແດນລາວ-ໄທ ຈາກນັ້ນພວກກ່ຽວກໍໄດ້ຫຼົງເຂົ້າມາເຂດດິນແດນລາວ ຢູ່ ແຂວງຈຳປາສັກ ເມື່ອວັນທີ 1 ສິງຫາ ທີ່ຜ່ານມາ ແມ່ນມີມູນຄວາມຈິງແທ້.

ເຊິ່ງຕອນນີ້ ພວກກ່ຽວທັງ 7 ໄດ້ຖືກສົ່ງໄປສູນຈຳກັດບໍລິເວນຊົ່ວຄາວ ຫຼັກ21 ແຂວງຈຳປາສັກ ຕາມມາດຕະການປ້ອງກັນ ແລະ ສະກັດກັ້ນການແຜ່ລະບາດໂຄວິດ-19 ຂອງ ສປປ ລາວ, ປະຈຸບັນ ເຈົ້າໜ້າທີ່ຝ່າຍລາວ ກໍພວມດຳເນີນການເຈລະຈາ ກັບເຈົ້າໜ້າໄທ ເພື່ອສົ່ງພວກກ່ຽວທັງ 7 ນັ້ນ ກັບຄືນປະເທດແບບຖືກກົດໝາຍ ແລະ ປະຕິບັດຕາມສົນທິ ສັນຍາລະຫວ່າງສອງປະເທດລາວ-ໄທ.

ນອກຈາກນີ້ ຄະນະສະເພາະກິດແຂວງ ຍັງໄດ້ລາຍງານອີກວ່າ: ໃນກໍລະນີ ບາງສຳນັກຂ່າວຂອງໄທ ໄດ້ມີລາຍງານເຖິງ ພວກກ່ຽວທັງ 7 ທີ່ໄປເກັບເຫັດ ແລ້ວຫຼົງເຂົ້າມາຊາຍແດນລາວ ແຂວງຈຳປາສັກ ແລ້ວພາກັນໄດ້ຮັບການສັກວັກຊີນໂຄວິດ-19 ຢູ່ລາວນັ້ນ ແມ່ນ ບໍ່ມີມູນຄວາມຈິງ.

ເວົ້າລວມແລ້ວ ກໍລະນີທີ່ກຳລັງເປັນກະແສ ທີ່ວ່າ ປະຊາຊົນທັງ 7 ທີ່ເກັບເຫັດ ແລ້ວຈະໄດ້ສັກວັກຊີນກ່ອນກັບໄທ ແມ່ນບໍ່ມີມູນຄວາມຈິງ.

ສ່ວນຄວາມຈິງຄື ພວກກ່ຽວທັງ 7 ໄດ້ຫຼົງເຂົ້າມາເກັບເກັບເຫັດ ທີ່ເຂດສາຍແດນລາວ ແລະ ຕອນນີ້ ເຈົ້າໜ້າທີ່ທັງສອງປະເທດກໍກຳລັງເຈລະຈາ ເພື່ອກຽມສົ່ງພວກກ່ຽວກັບປະເທດ.

ຂໍ້ມູນ: ໂທລະພາບລາວແຫ່ງຊາດ, ວຽງຈັນທາຍ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...