spot_img
Homeຂ່າວຕ່າງປະເທດບໍລິສັດ Apple ກຽມປັບຂື້ນຄ່າແຮງເພື່ອຕໍ່ສູ້ກັບພາວະເງິນເຟີ້

ບໍລິສັດ Apple ກຽມປັບຂື້ນຄ່າແຮງເພື່ອຕໍ່ສູ້ກັບພາວະເງິນເຟີ້

Published on

ບໍລິສັດ Apple ກຽມປັບຄ່າແຮງເພີ່ມຂື້ນສຳລັບພະນັກງານທີ່ຢູ່ໃນສະຫະລັດອາເມຣິກາ ໃນສະພາວະເງິນເຟີ້ ລວມເຖິງການພັກດັນແຮງງານໃນບໍລິສັດ.

ບໍລິສັດ Apple ກຳລັງຂື້ນຄ່າແຮງໃນ ສ. ອາເມຣິກາ ຈຳນວນຢ່າງໜ້ອຍ 10% ໂດຍເພີ່ມຄ່າແຮງເປັນ 22 ໂດລາ ຕໍ່ຊົ່ວໂມງ ເພີ່ມຂື້ນເປັນ 10% ຈາກປີກ່ອນ.

ການປັບຄ່າແຮງເທື່ອນີ້ຂອງແອັບເປິ້ນ ເກີດຂື້ນຍ້ອນສະຖານະການຫຼາຍໆຢ່າງເກີດຂຶ້ນ ບໍ່ວ່າຈະເປັນແຮງກົດດັນຈາກພະນັກງານປັດຈຸບັນ ແລະ ອະດີດພະນັກງານຂອງແອັບເປິ້ນທີ່ໂຈມຕີເລື່ອງສະພາບການເຮັດວຽກໃນຊ່ວງທີ່ ໂຄວິດ-19 ແຜ່ລະບາດ ປະກອບດ້ວຍບັນຫາເງິນເຟີ້ ທີ່ສົ່ງຜົນໃຫ້ຄ່າຄອງຊີບເພີ່ມຂື້ນສູງ.

ນອກນີ້ ຍັງມີການລາອອກຂອງພະນັກງານຈຳນວນຫຼາຍໃນຊ່ວງໂຄວິດ-19ແຜ່ລະບາດ ເຊິ່ງບັນດາຫຼາຍໆບໍລິສັດກໍພະຍາຍາມຂື້ນຄ່າແຮງເພື່ອຮັກສາພະນັກງານໄວ້ ບໍ່ໃຫ້ຍ້າຍໄປຫາຄູ່ແຂ່ງ.

ດ້ວຍເຫດຜົນທັງໝົດນີ້ເຮັດໃຫ້ແອັບເປິ້ນຕ້ອງມີການປັບປຸງຄ່າແຮງຂັ້ນຕ່ຳຂອງບໍລິສັດໃຫ້ເພີ່ມຂື້ນ ເຊິ່ງຈະໄດ້ເລີ່ມໃນເດືອນກໍລະກົດນີ້.

ແຫຼ່ງຂ່າວຈາກ ຂ່າວຕ່າງປະເທດ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...