spot_img
Homeຂ່າວຕ່າງປະເທດບໍລິສັດໃນຈີນ ລົງໂທດພະນັກງານ ໂດຍການໃຫ້ກິນບົ້ງສົດໆ

ບໍລິສັດໃນຈີນ ລົງໂທດພະນັກງານ ໂດຍການໃຫ້ກິນບົ້ງສົດໆ

Published on

ອີງຕາມການລາຍງານຂ່າວຂອງສຳນັກຂ່າວ  China News Service ເມື່ອວັນທີ 15 ພະຈິກຜ່ານມາວ່າ ບໍລິສັດແຫ່ງໜຶ່ງ ໃນເມືອງຫານຈົງ ມົນທົນ ສ່ານຊີ ຂອງປະເທດຈີນ ໄດ້ລົງໂທດພະນັກງານຂອງພວກເຂົາ ບໍ່ສາມາດເຮັດຍອດຂາຍຕາມເປົ້າ ຂອງບໍລິສັດ ດ້ວຍຫານບັງຄັບໃຫ້ກິນບົ້ງ ກັບເຫຼົ້າຂາວ

%e0%ba%81%e0%ba%b4%e0%ba%99%e0%bb%9c%e0%ba%ad%e0%ba%99

ບໍລິສັດດັ່ງກ່າວຕັ້ງຢູ່ ໃນໃຈກາງເມືອງຮານຈົງ ບັນດາພະນັກງານທັງໝົດ 60 ຄົນ ຖືກເອີ້ນໃຫ້ມາຮວມໂຕກັນ ຈາກນັ້ນຜູ້ຊາຍຄົນໜຶ່ງ ກໍຈັບຖົງພາສຕິກ ທີ່ມີບົ້ງ ພ້ອມກັບເຫຼົ້າຂາວໄປ໋ຈິວ ເປັນເຫຼົ້າຂາວຊະນິດໜຶ່ງຂອງຈີນ

%e0%ba%81%e0%ba%b4%e0%ba%99%e0%bb%9c%e0%ba%ad%e0%ba%99%e0%ba%99%e0%ba%99

ທາງຫົວໜ້າຂອງບໍລິສັດນີ້ ໄດ້ປະກາດລາຍຊື່ພະນັກງານທີ່ຖືກລົງໂທດ ເຊິ່ງມີຈຳນວນ 5-6 ຄົນ ໃນນັ້ນມີຄົນໜຶ່ງກຳລັງຖືພາ ເຊິ່ງລາວໄດ້ປະຕິເສດ ທີ່ຈະຮັບການລົງໂທດ ເພາະເປັນຫ່ວງລູກໃນທ້ອງ ໂຊກດີທີ່ພະນັກງານຄົນໜຶ່ງທີ່ຍິນດີຮັບໂທດແທນລາວ, ເຊິ່ງຄົນໜຶ່ງຕ້ອງກິນບົ້ງ 4 ໂຕຕໍ່ລູກຄ້າ 1 ຄົນທີ່ເຂົາເສຍໄປ ເຊິ່ງການລົງໂທດແບບນີ້ ບໍ່ໄດ້ຫາກໍ່ເກີດຂຶ້ນ ພະນັກງານເລົ່າໃຫ້ຟັງວ່າ ກ່ອນໜ້ານີ້ ພວກເຂົາເຄີຍຖືກລົງໂທດ ດ້ວຍການກິນປາມຶກສົດ ແລະມົດມາກ່ອນແລ້ວ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...