spot_img
Homeຂ່າວທ້ອງຖິ່ນບຸນປີໃໝ່ລາວທີ່ຫຼວງພະບາງປີນີ້ຄຶກຄື້ນນັບຕັ້ງແຕ່ວັນທີ 10-25 ເມສາ 2021

ບຸນປີໃໝ່ລາວທີ່ຫຼວງພະບາງປີນີ້ຄຶກຄື້ນນັບຕັ້ງແຕ່ວັນທີ 10-25 ເມສາ 2021

Published on

ເພື່ອສົ່ງເສີມການທ່ອງທ່ຽວລາວທ່ຽວລາວ ທີ່ນະຄອນຫຼວງພະບາງ ເມືອງມໍລະດົກໂລກ ປະຈຳປີ 2021 ໃນລະຫວ່າງວັນທີ 10-25 ເມສາ 2021 ເຈົ້າຄອງນະຄອນຫຼວງພະບາງ, ຮອງປະທານຈັດງານບຸນປີໃໝ່ລາວ ໄດ້ອອກລາຍການບຸນປີໃໝ່ລາວ ເຊິ່ງມີລາຍລະອຽດດັ່ງລຸ່ມນີ້:

  • ໃນວັນທີ 10 ເມສາ 2021 ຕອນເຊົ້າໃນເວລາ 10:00 ນາທີ ງານແຂ່ງຂັນກິລາເຮືອແຈສກີ ທີ່ແມ່ນໍ້າຂອງ.
  • ໃນວັນທີ 11 ເມສາ 2021 ຕອນເຊົ້າໃນເວລາ 9:00 ໂມງ ເປີດກິດຈະກຳການທ່ອງທ່ຽວທາງນໍ້າ (ລ່ອງເຮືອຊົມທິວທັດທຳມະຊາດຂອງສອງຟາກຝັ່ງແມ່ນໍ້າຂອງ).
  • ວັນທີ 13 ເມສາ 2021 ຕອນເຊົ້າໃນເວລາ 7:30 ໂມງ ພິທີແຫ່ຊ້າງຮຽງເກີຍຈາກວັດໃໝ່ສຸວັນນະພູມາຣາມ ຫາວັດຊຽງທອງ.
  • ວັນທີ 14 ເມສາ 2021 ມື້ສັງຂານລ່ວງ ຕອນເຊົ້າໃນເວລາ 9:00 ໂມງ ມີພິທີອາລາດທະນາອັງເຊີນພະພຸດທະຮູບລົງຫັດສົງຢູ່ຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງພະບາງ. ສ່ວນຕອນບ່າຍເວລາ 13:00 ໂມງ ການນຳພັກ-ລັດ ແລະ ປະຊາຊົນບັນດາເຜົ່າລົງຕົບພະຫາດຊາຍທີ່ດອນຊາຍປາກນໍ້າຄານ (່ທ່ານໍ້າວັດຊຽງທອງ) ໄຫວ້ພະເທດສະຫຼອງຕາມຮີດຄອງປະເພນີ.
  • ວັນທີ 15 ເມສາ 2021 ມື້ສັງຂານເນົາ ໃນຕອນບ່າຍ ເວລາ 14:00 ໂມງ ຂະບວນແຫ່ຫວໍ່ (ແຫ່ຂຶ້ນ) ປະຕບັດຕາມຮີດຄອງປະເພນີດັ່ງເດີມໄປຕາມເສັ້ນທາງຖະໜົນສີສະຫວ່າງວົງ ແຕ່ວັດທາດນ້ອຍ ຫາ ວັດຊຽງທອງ. ສ່ວນໃນຕອນຄໍ່າ ເວລາ 19:00 ໂມງ ສົງນໍ້າພຣະເພື່ອເປັນສິລິມຸງຄຸນຕາມວັດແຫ່ງຕ່າງໆພາຍໃນນະຄອນຫຼວງ.
  • ວັນທີ 16 ເມສາ 2021 ມື້ຂຶ້ນປີໃໝ່ປ່ຽນຈາກ ຈສ 1383 ໃນຕອນເຊົ້າເວລາ 5:30 ນາທີ ການນຳພັກ-ລັດ, ປະຊາຊົນບັນດາເຜົ່າຮ່ວມກັນໃສ່ບາດຢູ່ໜ້າວັດແສນສຸຂາຣາມ. ແລະ ຂຶ້ນບຸຊາພະທາດຈອມສີ ເພື່ອເປັນສີລິມຸງຄຸນ. ສ່ວນໃນຕອນບ່າຍ, ເວລາ 14:00 ໂມງ ຂະບວນແຫ່ຫວໍ່ (ແຫ່ລ່ອງ) ປະຕບັດຕາມຮີດຄອງປະເພນີດັ່ງເດີມໄປຕາມເສັ້ນທາງຖະໜົນສີສະຫວ່າງວົງ ແຕ່ວັດຊຽງທອງ ຫາ ວັດທາດນ້ອຍ. ແລະ ໃນຕອນຄໍ່າ ເວລາ 19:00 ໂມງ ແມ່ນພິທີແຫ່ຮູບຈຳລອງພະຍານາກ, ໂຄມໄຟແຕ່ພະທາດຈອມສີລົງມາເຂົ້າສູ່ໜອງໃນຫໍພິພິດຕະພັນ (ພະລາດຊະວັງເກົ່າ).
  • ໃນວັນທີ 17 ເມສາ 2021 ຕອນເຊົ້າເວລາ 8:30 ນາທີ ພິທີອາລາດທະນາອັງເຊີນພະບາງ ຈາກຫໍພະບາງລົງປະດິດສະຖານໄວ້ວັດໃໝ່ສຸວັນນະພຸມມາລາມ ແລະ ຈັດຕັ້ງພະທີຫົດສົງ. ສ່ວນຕອນບ່າຍເວລາ 11:30 ນາທີ ການນພັກ-ລັດ ໄປສົງນໍ້າພະພຸດທະຮູບຢູ່ຖໍ້າຕິ່ງຕາມຮີດຄອງປະເພນີ.
  • ໃນວັນທີ 18 ເມສາ 2021 ເລີ່ມແຕ່ເວລາ 8:00-23:00 ສືບຕໍ່ສົງນໍ້າພະບາງ ພະມິ່ງບ້ານຂວັນເມືອງຊາວລາວທັງຊາດ.
  • ວັນທີ 19 ເມສາ 2021 ຕອນເຊົ້າ,​ເວລາ 9:00ໂມງ ພິທີອາລາດທະນາອັງເຊີນພະບາງ ຈາກວັດໃໝ່ສຸວັນນະພຸມມາລາມກັບຄືນປະດິດສະຖານຂຶ້ນສູ່ຫໍພະບາງ ແຂວງຫຼວງພະບາງ.
  • ວັນທີ 20 ເມສາ 2021 ຕອນເຊົ້າເວລາ 9:00 ໂມງ ພິທີອາລາດທະນາອັງເຊີນພະມ່ານລົງຫົດທີ່ວັດຊຽງທອງ.
  • ວັນທີ 21-24 ເມສາ 2021 ສືບຕໍ່ຫົົດນໍ້າພະມ່ານ ພະມິ່ງຂວັນເມືອງຂອງຊາວຫຼວງພະບາງ.
  • ວັນທີ 25 ເມສາ 2021 ຕອນແລງ ເວລາ 15:00 ໂມງ ພິທີາລາດທະນາອັງເຊີນພະມ່ານກັບຄືນສູ່ຫໍທີ່ປະທັບ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...