Homeນານາສາລະບາງປະເທດ ເສື່ອມສັດທາໃນ ສານອາຍາສາກົນ (ICC)

ບາງປະເທດ ເສື່ອມສັດທາໃນ ສານອາຍາສາກົນ (ICC)

Published on

ໂດຍ: ວິເສດ ສະແຫວງສຶກສາ

ປັດຈຸບັນມີບາງປະເທດ ໄດ້ເສື່ອມສັດທາໃນການປະຕິບັດງານຂອງ ສານອາຍາສາກົນ (ICC) (International Criminal Court) ໂດຍເຫດຜົນສະເພາະຂອງແຕ່ລະປະເທດ ເຊິ່ງເປັນສາເຫດໃຫ້ມີປະເທດຈຳນວນໜຶ່ງ ລາອອກຈາກການເປັນສະມາຊິກຂອງອົງການດັ່ງກ່າວ. ສານອາຍາສາກົນ ໄດ້ຮັບການສ້າງຕັ້ງຂຶ້ນ ໃນປີ 2002 ແລະ ມີສຳນັກງານຕັ້ງຢູ່ນະຄອນເຮກ ປະເທດໂຮນລັງ. ໜັງສືພິມວຽງຈັນທາມ ສະບັບວັນທີ 18 ເດືອນພະຈິກນີ້ ໃຫ້ຮູ້ວ່າ: ສະຫະພັນລັດເຊຍ ໄດ້ຕັດສິນໃຈລາອອກຈາກການເປັນສະມາຊິກຂອງ ICC ດ້ວຍເຫດຜົນວ່າ ອົງການຈັດຕັ້ງສາກົນນີ້ ປະຕິບັດງານບໍ່ມີປະສິດທິພາບ. ນີ້ຄືຄຳຖະແຫລງຂອງກະຊວງການຕ່າງປະເທດລັດເຊຍ ໃນວັນທີ 16 ເດືອນນີ້. ນອກນັ້ນກໍຍັງມີຂ່າວໃນວຽງຈັນທາມສະບັບດຽວກັນນີ້ວ່າ: ຟີລິບປິນກໍອາດພິຈາລະນາອອກຈາກການເປັນສະມາຊິກຂອງ ICC ເຊັ່ນດຽວກັນ. ບັດນີ້ພວກເຮົາລອງມາເບິ່ງເຫດຜົນຂອງລັດເຊຍວ່າມີຫຍັງແດ່. ຖະແຫລງການຂອງກະຊວງການຕ່າງປະເທດລັດເຊຍ ໄດ້ມີຄຳເຫັນສັ້ນໆກ່ຽວກັບ ICC ວ່າ “ບໍ່ສາມາດປະຕິບັດຕາມຄວາມມຸ່ງຫວັງທີ່ຮັບມອບໝາຍ” ແລະ “ຫລົ້ມເຫລວໃນການປະຕິບັດໜ້າທີ່ ໃນຖານະເປັນອົງການຍຸຕິທຳ ທີ່ມີອຳນາດຂອງລະດັບສາກົນ” ໃນວັນທີ 16 ເດືອນພະຈິກນີ້ເອງ, ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີສະຫະພັນລັດເຊຍ ໄດ້ເຊັນຈົດໝາຍທາງການ ສົ່ງເຖິງທ່ານ ບັນກີມູນ ເລຂາທິການໃຫຍ່ອົງການສະຫະປະຊາຊາດ ເພື່ອແຈ້ງຈຸດປະສົງຂອງລັດເຊຍ ໃນການອອກຈາກການເປັນສະມາຊິກສານອາຍາສາກົນ. ໃນຄຳຖະແຫລງ, ກະຊວງການຕ່າງປະເທດລັດເຊຍ ໄດ້ອ້າງເຖິງຄຳເຫັນຂອງສະມັດຊາໃຫຍ່ ແລະ ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ ທີ່ເວົ້າກ່ຽວກັບສານອາຍາສາກົນວ່າ “ປະຕິບັດງານແບບຂ້າງດຽວ ແລະ ໄຮ້ປະສິດທິພາບ” ໃນ 14 ປີຜ່ານມາ ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນ, ສານອາຍາສາກົນ ໄດ້ຕັດສິນຄະດີພຽງ 4 ຄັ້ງ ແຕ່ໄດ້ໃຊ້ຈ່າຍເງິນໄປຫລາຍກວ່າ 1 ຕື້ໂດລາສະຫະລັດ. ສະຫະພັນລັດເຊຍ ໄດ້ລົງນາມຮັບຮອງເອົາກົດລະບຽບກຸງໂຣມ ໃນເດືອນກັນຍາປີ 2000 ເພື່ອເປັນພື້ນຖານໃນການເຂົ້າເປັນສະມາຊິກຂອງອົງການນີ້ໃນເວລາຕໍ່ມາ ແຕ່ຍັງບໍ່ທັນໄດ້ໃຫ້ສັດຕະຍາບັນ ແກ່ກົດລະບຽບດັ່ງກ່າວເທື່ອ. ທາງເບື້ອງຟີລິບປິນນັ້ນ, ທ່ານ ໂຣດຼິໂກ ດູເຕັກເຕ ປະທານາທິບໍດີຂອງປະເທດນີ້ ໄດ້ກ່າວໃນວັນທີ 17 ເດືອນນີ້ ທີ່ນະຄອນຫລວງມະນິລາວ່າ: ທ່ານອາດຕາມຮອຍລັດເຊຍ ໃນການລາອອກຈາກການເປັນສະມາຊິກສານອາຍາສາກົນ ພ້ອມທັງໄດ້ກ່າວຕ່ອງຕິອົງການສະຫະປະຊາຊາດວ່າ ບໍ່ມີນ້ຳຢາໃນການຢຸດຕິສົງຄາມ. ທ່ານວ່າຖ້າຈີນ ແລະ ລັດເຊຍ ສ້າງຕັ້ງອົງການໃດໜຶ່ງຂຶ້ນ ເພື່ອຈັດລະບຽບໂລກໃໝ່ຂຶ້ນ, ທ່ານຈະເປັນຜູ້ທຳອິດທີ່ຈະເຂົ້າຮ່ວມ ແລະ ຈະໂບກມືອຳລາ ອົງການສະຫະປະຊາຊາດ. ກ່ຽວກັບການປະຕິບັດງານຂອງສານອາຍາສາກົນນັ້ນ, ທ່ານປະທານາທິບໍດີຟີລິບປິນ ບອກວ່າ “ກໍມີແຕ່ປະເທດເລັກປະເທດນ້ອຍພວກເຮົານີ້ລະ ທີ່ຈະຕົກເປັນເຫຍື່ອຂອງສານນີ້” ສ່ວນສານເອງ ບໍ່ເຄີຍເຄື່ອນໄຫວຫຍັງເລີຍເພື່ອຢຸດຢັ້ງ ການລົ້ມຕາຍຂອງເດັກນ້ອຍ ແລະ ແມ່ຍິງຈຳນວນຫລາຍພັນຄົນ ຍ້ອນລູກລະເບີດທີ່ຖິ້ມໃສ່ປະເທດຊີຣີ ແລະ ອີຣັກ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...