Homeຂ່າວຕ່າງປະເທດບັນດາແພດວິຈານໜັກ ຫຼັງທຣັມສະເໜີໃຫ້ວິໄຈສີດນ້ຳຢາຂ້າເຊື້ອເຂົ້າຮ່າງກາຍ

ບັນດາແພດວິຈານໜັກ ຫຼັງທຣັມສະເໜີໃຫ້ວິໄຈສີດນ້ຳຢາຂ້າເຊື້ອເຂົ້າຮ່າງກາຍ

Published on

ໃນວັນທີ 24 ເມສາ ສຳນັກຂ່າວ BBC ລາຍງານວ່າ ບັນດາແພດໄດ້ວິຈານທ່ານ ໂດນໍ ທຣັມ ປະທານປະເທດແຫ່ງສະຫະລັດອາເມລິກາ ຫຼັງຈາກທີ່ເພິ່ນສະເໜີໃຫ້ເຮັດງານວິໄຈວ່າການສີດນໍ້າຢາຂ້າເຊື້ອເຂົ້າຮ່າງກາຍ ຈະຮັກສາໂຄວິດ-19 ໄດ້ບໍ່; ນອກຈາກນີ້, ເພິ່ນກໍ່ໄດ້ພະຍາຍາມສະເໜີການຮັກສາຜູ້ປ່ວຍດ້ວຍແສງຍູວີອີດ້ວຍ ເຊິ່ງເຮັດໃຫ້ມີການໂຕ້ຖຽງຈາກແພດທີ່ເຂົ້າຮ່ວມງານຖະແຫຼງຂ່າວ. ຢາຂ້າເຊື້ອເປັນສານເຄມີອັນຕະລາຍຫາກສີດເຂົ້າຮ່າງກາຍ ພຽງແຕ່ການສຳຜັດພາຍນອກຮ່າງກາຍ ກໍ່ເປັນພິດຕໍ່ຜິວໜັງ ຕາ ແລະ ລະບົບຫາຍໃຈແລ້ວ.

ໃນງານຖະແຫຼງຂ່າວ ປະຕິບັດການຮັບມືກັບໄວຣັສໂຄວິດ-19 ທີ່ທຳນຽບລັດຖະບານ ປະເທດ ອາເມລິກາ ເຈົ້າໜ້າທີ່ລັດຄົນໜຶ່ງສະເໜີລາຍງານວິໄຈຂອງລັດຖະບານ ທີ່ຊີ້ວ່າພະຍາດໄວຣັສສາຍພັນໃໝ່ນີ້ ອ່ອນແອລົງ ເມື່ອຖືກແສງອາທິດ ແລະ ຄວາມຮ້ອນ. ງານວິໄຈຍັງລະບຸອີກວ່ານໍ້າຢາຟອກຂາວສາມາດຂ້າໄວຣັສໃນນໍ້າລາຍ ແລະ ຂອງແຫຼວໃນລະບົບທາງເດີນຫາຍໃຈໄດ້ພາຍໃນ 5 ນາທີ. ຂະນະທີ່ແອວກໍຮໍ ຊະນິດ Isopropyl  ສາມາດຂ້າເຊື້ອໄດ້ໄວກວ່ານັ້ນອີກ. ຫຼັງຈາກບອກວ່າຄວນຈະພິຈາລະນາງານວິໄຈນີ້ດ້ວຍຄວາມລະມັດລະວັງ ທ່ານ ໂດນໍ ທຣັມ ກໍ່ສະເໜີໃຫ້ສຶກສາວິໄຈເລື່ອງນີ້ຕື່ມ. ບັນດາແພດກໍ່ໄດ້ອອກມາເຕືອນວ່າຄວາມຄິດຂອງປະທານປະເທດອາດສົ່ງຜົນອັນຕະລາຍເຖິງຊີວິດ.

ວິນ ກຸບຕາ (Vin Gupta) ແພດພະຍາດລະບົບຫາຍໃຈ ບອກກັນສະຖານີ NBC ວ່າຄວາມຄິດສີດນໍ້າຢາທຳຄວາມສະອາດປະເພດໃດກໍ່ຕາມເຂົ້າຮ່າງກາຍນັ້ນ ເປັນຄວາມຄິດທີ່ບໍ່ມີຄວາມຮັບຜິດຊອບ ແລະ ເປັນເລື່ອງອັນຕະລາຍ. ຈອນ ບາມ (John Balmes) ແພດພະຍາດລະບົບຫາຍໃຈຈາກໂຮງໝໍ Zuckerberg San Francisco General Hospital ກໍ່ອອກມາເຕືອນວ່າ ພຽງແຕ່ສູດດົມນໍ້າຢາຟອກຂາວ ກໍ່ອາດຈະເຮັດໃຫ້ປ່ວຍໜັກໄດ້ແລ້ວ.

ກ່ອນໜ້ານີ້, ທ່ານ ໂດນໍ ທຣັມ ເຄີຍສະເໜີໃຫ້ໃຊ້ Hydroxychloroquine ເຊິ່ງເປັນຢາຮັກສາການຕິດເຊື້ອໄຂ້ຍຸງມາແລ້ວ.

ໃນອາທິດທີ່ຜ່ານມາ ສູນຄວບຄຸມແລະປ້ອງກັນພະຍາດຂອງອາເມລິກາ (CDC) ໄດ້ອອກມາເຕືອນໃຫ້ປະຊາຊົນລະມັດລະວັງໃນການໃຊ້ນໍ້າຢາທຳຄວາມສະອາດຕ່າງໆ, ສ່ວນອົງການອາຫານແລະຍາ ອອກມາເຕືອນວ່າການສີດຢາຂ້າເຊື້ອເຂົ້າຮ່າງກາຍຈະເຮັດໃຫ້ເກີດອັນຕະລາຍຮ້າຍແຮງ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...