Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ໂອ້​ລົມຕໍ່ພະນັກງານ​ການ​ນຳ ພັກ-​ລັດ

ນາຍົກລັດຖະມົນຕີ ໂອ້​ລົມຕໍ່ພະນັກງານ​ການ​ນຳ ພັກ-​ລັດ

Published on

ພາຍຫຼັງທີ່​ດຳ​ເນີນ​ຊຸດ​ບຳລຸງ​ວຽກງານ ປກຊ-ປກສ ​ຊຸ​ດທີ XIII ໃຫ້​​ແກ່ພະນັກງານ​ການ​ນຳ ພັກ-​ລັດ ຈຳນວນ 28 ທ່ານ ມາ​ເປັນ​ເວລາ 2 ​ເດືອນ. ດັ່ງນັ້ນ, ມາ​ຮອດ​ຕອນ​ບ່າຍ​ຂອງ​ວັນ​ທີ 27 ມິຖຸນາ 2017 ທີ່​ວິທະຍາຄານ​ປ້ອງ​ກັນຊາ​ດ ​ໄກສອນ ພົມວິຫານ ກໍ່​ໄດ້​ຈັດ​ພິທີ​ປິດ​ຊຸດ​ບຳລຸງ​ດັ່ງກ່າວ​ຂຶ້ນ ​ໂດຍ​ເປັນກຽດ​ໂອ້​ລົມ​ໃນ​ພິທີ​ຂອງ ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ເຊິ່ງມີ​ບັນດາ​ຜູ້ຕາງໜ້າຈາກ ສູນ​ກາງ​ພັກ ​ແລະ ລັດຖະບານ, ຈາກ​ກອງ​ກຳລັງ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ພ້ອມ​ດ້ວຍ​ບັນດາ​ຄະນະ​ພັກ-​ຄະນະ​ນຳ, ຄູ-​ອາຈານ ພາຍ​ໃນວິທະຍາຄານ​ປ້ອງ​ກັນຊາ​ດ ​ໄກສອນ ພົມວິຫານ ​ແລະ ນັກ​ສຶກສາ​ການ​ນຳ ພັກ-​ລັດ ​ເຂົ້າຮ່ວມ.
​ພາຍຫຼັງຜ່ານ​ການສະ​ເໜີບັນດາ​ເອກະສານ, ຮັບ​ຟັງ​ການ​ປາຖະກະຖາ, ການ​ສົນທະນາ, ຂຽນບົດ​ເກັບ​ກ່ຽວ ​ແລະ ຈັດຕັ້ງຖອດ​ຖອນ​ບົດຮຽນຮ່ວມ​ກັນ ລະຫວ່າງ ພະນັກງານ​ກາ​ນຳ ພັກ-​ລັດ ກັບ​ຄະນະ​ບັນຊາ​ວິທະຍາຄານ ​ແລະ ຄູ-​ອາຈານ ​ເຫັນ​ໄດ້​ວ່າ: ພະນັກງານ​ການ​ນຳ​ແຕ່ລະ​ທ່ານ ​ໄດ້​ຮັບ​ການ​ປະກອບ​ຄວາມ​ຮັບ​ຮູ້​ອັນ​ໃໝ່ ທາງ​ດ້ານຫຼັກມູນ​ພື້ນຖານ, ທິດ​ສະ​ດີ​ວິທະຍາສາດ ​ໃນ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະຫງົບ ​ໄລຍະ​ໃໝ່ ​ເພີ່ມ​ຂຶ້ນຕື່ມ​ອີກ​ບດາ​ກ້າວໜຶ່ງ ​ເປັນຕົ້ນ ດ້ານ​ຄວາມ​ຮູ້​ພື້ນຖານ ຕໍ່ກັບ​ວຽກງານ ປກຊ-ປກສ, ດ້ານ​ຄວາມ​ຮັບ​ຮູ້ ​ໃນ​ຂົງ​ເຂດ​ຍຸດ​ທະ​ສາດ​ປ້ອງ​ກັນຊາ​ດ, ດ້ານ​ຍຸດ​ທະ​ສາດ​ການ​ທະຫານ. ພ້ອມ​ນັ້ນ, ຍັງ​ໄດ້​ຮັບ​ຮູ້​ເຖິງ​ການ​ເສີມ​ຂະຫຍາຍ​ພາລະ​ບົດບາດ, ໜ້າທີ່​ເປັນ​ເສນາ​ທິການ ດ້ານ​ວຽກງານ ປກຊ-ປກສ ​ໃຫ້​ແກ່​ ພັກ-​ລັດຖະບານ ​ແລະ ທ້ອງ​ຖິ່ນ, ບັນຫາ​ລວມ ​ໃນ​ການ​ຊີ້ນຳ​ບັນຊາ​ກຳລັງ ປກຊ-ປກສ ​ໃນ​ຂົງ​ເຂດ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ​ໄປ​ທັດສະນະ​ສຶກສາ​ຕົວ​ຈິງ ຢູ່​ບາງ​ກົມ​ກອງ​ກຳລັງຫຼວງຈຳນວນໜຶ່ງ.

​​ໂອກາດ​ນີ້, ທ່ານ​ນາຍົກລັດຖະມົນຕີ ກໍ່​ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍ​ ຕໍ່ຜົນສຳ​ເລັດຂອງ​ຊຸດ​ບຳລຸງ​ດັ່ງກ່າວ ​ເຊິ່ງ​ເປັນ​ການປະກອບ​ອົງ​ຄວາມ​ຮູ້​ອັນໜຶ່ງ ​ໃຫ້​ແກ່​ການ​ປະຕິບັດໜ້າທີ່​ວຽກງານ​ຂອງ​ຕົນ ດ້ວຍ​ຄວາມ​ມີ​ສະຕິ, ຄວາມ​ຮັບຜິດຊອບ ​ໃນ​ການ​ຊີ້ນຳ-ນຳພາ ຂົງ​ເຂດ​ວຽກງານ​ທີ່​ຕົນ​ຮັບຜິດຊອບ ​ແລະ ສິ່ງ​ທີ່​ຂາດ​ບໍ່​ໄດ້ ​ກໍ່​ແມ່ນຄວາມ​ຮູບ​ຮູ້​ທາງ​ດ້ານ​ແນວທາງ​ນະ​ໂຍບາຍ​ຂອງ​ພັກ, ດ້ານ​ທິດ​ສະ​ດີ​ປະຕິວັດ, ທິດ​ສະ​ດີ​ມາກ-​ເລ​ນິນ, ​ແນວ​ຄິດ ​ໄກສອນ ພົມວິຫານ ​ແລະ ທິດ​ສະ​ດີ​ກ່ຽວກັບ​ການ​ປ້ອງ​ກັນຊາ​ດ-ປ້ອງ​ກັນ​ຄວາມ​ສະ ຫງົບ. ພ້ອມ​ນີ້, ທ່ານ​ຍັງ​ໄດ້​ຍົກ​ໃຫ້​ເຫັນ ທິດ​ທາງ​ລວມ​ໃນ​ການ​ເຮັດ​ວຽກງານ ປກຊ-ປກສ ຕິດ​ພັນ​ກັບ​ວຽກງານ​ພັດທະນາ​ເສດຖະ ກິດ-ສັງຄົມ ​ແລະ ວຽກງານ​ການ​ຕ່າງປະ​ເທດ ນັບ​ຕັ້ງ​ແຕ່​ອະດີດ ຈົນ​ເຖິງ​ປະຈຸ​ບັນ ​ແລະ ທິດ​ທາງ​ແນວ​ໂນ້ມ ​ໃນ​ອະນາຄົດ. ​ໃນ​ຕອນ​ທ້າຍ, ທ່ານ ທອງ​ລຸນ ສີ​ສຸ​ລິດ ຍັງ​ໄດ້​ເນັ້ນ​ໃຫ້​ພະນັກງານ ​ແລະ ກອງ​ກຳລັງ ປກຊ-ປກສ ທຸກ​ຄົນ ຕ້ອງ​ໄດ້​ເຮັດ​ວຽກຢ່າງ​ມີ​ສະຕິ, ມີ​ຈິດ​ໃຈ​ບຸກບືນ ​ແລະ ມີນ້ຳ​ໃຈ​-ມີ​ມາດ​ຕະການປະຢັດ​ສັດ​ທ່ຽງ. ຈະ​ເຮັດ​ໄດ້​ຄື​ແນວ​ນັ້ນ, ພວກ​ເຮົາ​ຕ້ອງ​ໄດ້​ສ້າງ​ຄວາມ​ໂປ່​ງ​ໃສ, ຄວາມ​ຊື່ສັດ, ຄວາມ​ບໍລິສຸດ ຂອງ​ພະນັກງານ-​ນັກຮົບ​ພວກ​ເຮົາ ​ແລະ ​ເປັນ​ແບບຢ່າງ​ໃຫ້​ແກ່​ປະຊາຊົນ.

 

ແຫລ່ງຂ່າວ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...