Homeຂ່າວເຫດການນາຍົກລັດຖະມົນຕີ ເນັ້ນກະຊວງການເງິນ ເພີ່ມຄວາມເຂັ້ມງວດຄຸ້ມຄອງງົບປະມານ

ນາຍົກລັດຖະມົນຕີ ເນັ້ນກະຊວງການເງິນ ເພີ່ມຄວາມເຂັ້ມງວດຄຸ້ມຄອງງົບປະມານ

Published on

thongsing

 

ນາຍົກລັດຖະມົນຕີ ທອງສິງ ທຳມະວົງ ໄດ້ໂອ້ລົມຕໍ່ກອງປະຊຸມການເງິນທົ່ວປະເທດ ປະຈຳສົກປີ 2013-2014 ໃນວັນທີ

28 ຕຸລານີ້, ໂດຍທ່ານເນັ້ນວ່າ: ໃຫ້ຄະນະພັກ, ຄະນະນຳກະຊວງການເງິນ ຕ້ອງໄດ້ເອົາໃຈໃສ່ເພີ່ມທະວີການສຶກສາອົບຮົມ

ການເມືອງແນວຄິດໃຫ້ແກ່ພະນັກງານ, ລັດຖະກອນໃຫ້ຫລາຍກວ່າເກົ່າ ເພື່ອຍົກສູງຄວາມຮັບຜິດຊອບທາງດ້ານການ

ເມືອງ, ໜ້າທີ່ຂອງຂະແໜງການ ແລະ ຕີຖອຍປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃຫ້ໄດ້ຢ່າງຈະແຈ້ງ ແລະ ເປັນຮູບປະທຳເທື່ອ

ລະກ້າວ, ສືບຕໍ່ປັບປຸງກົງຈັກການຈັດຕັ້ງຂອງກະຊວງໃຫ້ກະທັດຮັດ, ມີປະສິດທິຜົນ, ໂປ່ງໃສ, ຫັນເປັນວິຊາສະເພາະທັນ

ສະໄໝ ແລະ ຕອບສະໜອງຄວາມຕ້ອງການ, ເອົາໃຈໃສ່ຢ່າງແຂງແຮງຕໍ່ການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນ

ສົມບັດ, ມີຈັນຍາບັນຈັນຍາທຳ ແລະ ມີຄວາມຮູ້ທາງດ້ານວິຊາສະເພາະ, ສ້າງ ແລະ ປັບປຸງລະບອບລະບຽບ, ມາດຕະຖານ

ການຄັດເລືອກ, ເລືອກເຟັ້ນ, ການຄຸ້ມຄອງ ແລະ ວິໄນທາງດ້ານວິຊາສະເພາະຂອງຂະແໜງການເງິນເປັນຕົ້ນແມ່ນ 3

ຂະແໜງສາຍຕັ້ງເພື່ອໃຫ້ກະຊວງ, ຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ເຂົ້າຮ່ວມຕິດຕາມການຈັດຕັ້ງປະຕິ

ບັດວຽກງານດັ່ງກ່າວ, ສ້າງກົດໝາຍ ແລະ ນິຕິກຳຕ່າງໆເພື່ອຄຸ້ມຄອງຂະແໜງການເງິນທົ່ວປະເທດ, ສ້າງຍຸດທະສາດ,

ວິໄສທັດໃນການພັດທະນາຂະແໜງການເງິນ ພ້ອມດຽວກັນນັ້ນກໍສຸມໃສ່ສ້າງແຜນງົບປະມານ 5 ປີໃຫ້ສຳເລັດຕາມລະ

ດັບຄາດໝາຍ, ແກ້ ໄຂຈຸດອ່ອນ ແລະ ຂໍ້ບົກຜ່ອງຂອງຂະແໜງການເງິນຜ່ານມາ, ປຸກລະດົມຂະບວນການທົ່ວຂະແໜງ

ການໃນການຈັດຕັ້ງປະຕິບັດແຜນງົບປະມານ 2014-2015 ໃຫ້ມີຜົນສຳເລັດຢ່າງຈະແຈ້ງ, ເອົາໃຈໃສ່ຢ່າງ ຕັ້ງໜ້າໃນການ

ນຳໃຊ້ ເຄື່ອງມືທີ່ທັນສະໄໝເພື່ອຄຸ້ມຄອງການເງິນ, ແນໃສ່ເຮັດໃຫ້ຂະແໜງການເງິນມີຄວາມເຂັ້ມແຂງ, ປັບປຸງການສ້າງ

ແຜນງົບປະມານ ແລະ ກົນໄກ ປະສານງານລະຫວ່າງສູນກາງ ແລະ ທ້ອງຖິ່ນໃນການສ້າງແຜນງົບປະມານໃຫ້ມີຄວາມເປັນ

ເອກະພາບ ແລະ ສາມາດຈັດສັນແຫລ່ງທຶນເຂົ້າໃສ່ ແຜນພັດທະນາວຽກບຸລິມະສິດຕ່າງໆຂອງລັດຖະບານ.

 

ທ່ານນາຍົກລັດຖະມົນຕີ ກ່າວວ່າ: ສະພາບງົບປະມານໃນສົກປີຜ່ານມາແມ່ນມີຄວາມຫຍຸ້ງຍາກຫລາຍ, ສາເຫດຕົ້ນຕໍ່

ແມ່ນຍ້ອນພາຍໃນເຮົາເອງເຊັ່ນ: ການຄຸ້ມຄອງການລົງທຶນຂອງລັດ, ຄຸ້ມຄອງໜີ້ສີນ ແລະ ງົບປະມານແຫ່ງລັດອ່ອນແອ,

ມີບາງດ້ານບໍ່ຖືກທິດ ແລະ ການບໍລິຫານມີຄວາມຜິດພາດ, ອັນເນື່ອງມາຈາກລະບົບການເງິນແຫ່ງຊາດບໍ່ທັນເຂັ້ມແຂງ,

ຖານລາຍຮັບຖາວອນໝັ້ນທ່ຽງບໍ່ຫລາຍ, ນະໂຍບາຍດ້ານການເງິນບໍ່ທັນເປັນເຄື່ອງມືສົ່ງເສີມການຜະລິດຢ່າງຕັ້ງໜ້າ,

ການບໍລິການທາງດ້ານການເງິນຍັງມີຫລາຍຂອດ, ກົງຈັກການຈັດຕັ້ງບໍ່ໄດ້ຮັບການປັບປຸງຢ່າງຕັ້ງໜ້າ, ກົນໄກສ້າງແຜນ

ງົບປະມານຍັງບໍ່ມີການປ່ຽນແປງໃໝ່ຢ່າງແທ້ຈິງ, ບໍ່ທັນສາມາດຈຳກັດການຮົ່ວໄຫລຂອງລາຍຮັບ ແລະ ມີການລະເມີດລະ

ບຽບການເງິນຂອງພະນັກງານ, ລັດຖະກອນເປັນຈຳນວນບໍ່ໜ້ອຍ, ຂະນະດຽວກັນການປະຕິບັດວິໄນຕໍ່ຜູ້ກະທຳຜິດຍັງບໍ່

ທັນເຂັ້ມງວດເທົ່າທີ່ຄວນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...