spot_img
Homeຂ່າວພາຍ​ໃນນາຍົກລັດຖະມົນຕີ ຮ່ວມເປີດງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ 2016

ນາຍົກລັດຖະມົນຕີ ຮ່ວມເປີດງານວາງສະແດງ-ຕະຫລາດນັດ ເຕັກໂນໂລຊີ ສປປ ລາວ 2016

Published on

ຂປລ. ທ່ານ ທອງ​ລຸນ ສີ​ສຸ​ລິດ ນາຍົກລັດຖະມົນຕີ ​ແຫ່ງ ສປປ ລາວ ພ້ອມ​ດ້ວຍທ່ານ ນາງ ​ເຂັມ​ມະນີ ພົນ​ເສນາ ລັດຖະມົນຕີ​ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ​ແລະ ພາກສ່ວນ​ກ່ຽວຂ້ອງ​​ເຂົ້າ​ຮ່ວມ ​ແລະ ​ຊົມງານ​ວາງສະ​ແດງ-ຕະຫລາດນັດ ​ເຕັກ​ໂນ​ໂລ​ຊີ ສປປ ລາວ ປະຈຳປີ 2016 ​ເຊິ່ງກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ຮ່ວມ​ກັບ ກະຊວງ​ອຸດສາຫະກຳ ​ແລະ ການ​ຄ້າ ຈັດ​ຂຶ້ນ​ໃນ​ ລະຫວ່າງ ​ວັນ​ທີ 12-16 ຕຸລາ 2016 ນີ້ ທີ່​ສູນ​ການ​ຄ້າ​ລາວ​-ໄອ​ເຕັກ(​ຕຶກເກົ່າ) ​ເພື່ອ​ສະ​ເຫລີ​ມສະຫລອງ ​ວັນ​ວິທະຍາສາດ​ແຫ່ງ​ຊາດ ​ແລະ ວັນ​ປະກາດ​ເອກະລາດ 12 ຕຸລາ. ພາຍ​ໃນ​ງານ​ມີ​ຮ້ານ​ຈາກ​ພາກສ່ວນ​ຕ່າງໆ ທັງພາຍ​ໃນ ​ແລະ ຕ່າງປະ​ເທດ ​ນຳ​ເອົາ​ຜະລິດ​ຕະພັນ​ເຕັກ​ໂນ​ໂລ​ຊີມາ​ວາງສະ​ແດງ ຫລາຍ​ກວ່າ 250 ຮ້ານ.

​ໃນ​ພິທີ​ເປີດ​ງານ​ດັ່ງ​ກ່າວ, ທ່ານ ບໍ່​ວຽງ​ຄຳ ວົງ​ດາລາ ລັດຖະມົນຕີ​ກະຊວງ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ໄດ້​ກ່າວ​ວ່າ: ​ການຈັດ​ງານ​ວາງສະ​ແດງ-ຕະຫລາດນັດ​ເຕັກ​ໂນ​ໂລ​ຊີ ສປປ ລາວ 2016 ​ແມ່ນ​ໜຶ່ງ​ໃນ​ແຜນ​ຈັດ​ຕັ້ງ​ປະຕິບັດ ​ເປົ້າ​ໝາຍ​ຍຸດ​ທະ​ສາດ ​ເພື່ອ​ສົ່ງ​ເສີມ​ການຖ່າຍ​ທອດ, ການ​ຄົ້ນ​ຄ້ວາ, ການ​ປະດິດ​ສ້າງ ​ແລະ ການ​ນຳ​ໃຊ້​ເຕັກ​​ໂນ​ໂລ​ຊີ ​ເຂົ້າ​ໃນ​ການ​ພັດທະນາ​ເສດ​ຖະ​ກິດ​-ສັງຄົມ ​ໃຫ້​ມີ​ປະສິດທິພາບ ​ແລະ ຈະ​ເປັນ​ເວທີ​ແລກປ່ຽນ​ການ​ຮ່ວມ​ມື​ ທາງ​ດ້ານ​ການ​ຄົ້ນ​ຄ້ວາ ​ແລະ ​ເປັນ​ເວທີ​ການ​ຮ່ວມ​ມື​ລົງທຶນ ທາງ​ດ້ານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ລະຫວ່າງ​ພາກ​ລັດ, ​ເອກະ​ຊົນ, ສະ​ຖາ​ບັນ​ຄົ້ນ​ຄວ້າ, ມະຫາວິທະຍາ​ໄລ, ພາກ​ທຸລະ​ກິດ ​ແລະ ຜູ້​ປະກອບ​ການ​ທັງ​ພາຍ​ໃນ ​ແລະ ຕ່າງປະ​ເທດ ​ແນໃສ່​ໃຫ້​ວຽກ​ງານ​ວິທະຍາສາດ ​ແລະ ​ເຕັກ​ໂນ​ໂລ​ຊີ ​ເປັນ​ກຳລັງ​ຂັບ​ເຄື່ອນ​ທີ່​ເຂັ້ມ​ແຂງ ​ໃຫ້​ແກ່​ການ​ພັດທະນາ​ເສດຖະກິດ-ສັງຄົມ ​ແລະ ການ​ຫັນ​ປະ​ເທດ​ໃຫ້​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ​ເທື່ອ​ລະ​ກ້າວ ນຳພາ​ປະ​ເທດ​ຊາດ​ຫລຸດ​ພົ້ນ​ອອກ​ ຈາກຄວາມ​ດ້ອຍ​ພັດທະນາ ປີ 2020.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...