Homeຂ່າວການພັດທະນານະຄອນຫລວງຍອມຮັບມີໜີ້ຈາກການກໍ່ສ້າງເສັ້ນທາງຈໍານວນຫລາຍ.

ນະຄອນຫລວງຍອມຮັບມີໜີ້ຈາກການກໍ່ສ້າງເສັ້ນທາງຈໍານວນຫລາຍ.

Published on

ໃນໂອກາດໃຫ້ກຽດສໍາພາດລາຍການວຽງຈັນພັດທະນາຂອງສະຖານີໂທລະພາບແຫ່ງຊາດຂອງທ່ານເຈົ້າຄອງນະຄອນ ຫລວງວຽງຈັນ ສີນລະວົງ ຄຸດໄພທູນ ເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ປັດຈຸບັນນະຄອນຫລວງວຽງຈັນແມ່ນມີໜີ້ສີນເພີ່ມ ຂຶ້ນຈາກການກໍ່ສ້າງເສັ້ນທາງໃນຕົວເມືອງເປັນຈໍານວນຫລາຍ, ໂດຍສະເພາະນັບແຕ່ເລີ່ມມີການຈັດຕັ້ງປະຕິບັດຮູບ ແບບ 70%-30% ໝາຍວ່າລັດລົງທຶນ 70% ແລະ ປະຊາຊົນປະກອບສ່ວນ 30% ຂອງມູນຄ່າເສັ້ນທາງທີ່ກໍ່ສ້າງ ແລະ ປາກົດວ່າສາມາດຈັດຕັ້ງປະຕິບັດສໍາເລັດໄດ້ພຽງ 20 ກວ່າເສັ້ນເທົ່ານັ້ນກໍໄດ້ຢຸດເຊົາ ຍ້ອນວ່າການຊໍາລະເງິນຕາມອັດຕາສ່ວນໃຫ້ບໍລິສັດຜູ້ຮັບເໝົາທີ່ລົງທຶນກ່ອນບໍ່ສາມາດປະຕິບັດໄດ້ນັບທັງພາກລັດ ແລະ ປະຊາຊົນຍ້ອນບັນຫາຄວາມຫຍຸ້ງຍາກດ້ານງົບປະມານ.

ທ່ານເຈົ້າຄອງ ໃຫ້ຮູ້ວ່າ: ຕາມການຄິດໄລ່ຂອງຂະແໜງກ່ຽວຂ້ອງເຫັນວ່ານະຄອນຫລວງວຽງຈັນມີຄວາມຕ້ອງການງົບປະມານຢ່າງໜ້ອຍ 20 ຕື້ກີບຕໍ່ປີເພື່ອນໍາໃຊ້ເຂົ້າໃນການສ້ອມແປງເສັ້ນທາງຊຸດໂຊມເປ່ເພ ແລະ ຜ່ານມາໄດ້ຮັບງົບປະມານພຽງແຕ່ 500 ລ້ານກີບຕໍ່ປີ, ສະນັ້ນມີຫລາຍເສັ້ນທາງທີ່ກໍ່ສ້າງສໍາເລັດແຕ່ຍັງບໍ່ສາມາດຊໍາລະໜີ້ໃຫ້ຜູ້ຮັບເໝົາໄດ້ ເປັນຕົ້ນ: ເສັ້ນທາງໜອງແຕ່ງ, ດອນໜູນ-ທ່າງ່ອນ ແລະ ເສັ້ນທາງອື່ນໆ ແລະ ຈາກສະພາບດັ່ງກ່າວ, ອົງການປົກຄອງນະຄອນຫລວງວຽງຈັນ ຈຶ່ງໄດ້ຄົ້ນຄວ້າສ້າງຕັ້ງກອງທຶນທາງປະຊາຊົນນະຄອນຫລວງວຽງຈັນ ເພື່ອເປັນທຶນຮອນພັດທະນາພື້ນຖານໂຄງລ່າງຖະໜົນຫົນທາງໃນຕໍ່ໜ້າ.

ນອກຈາກນີ້ຍັງມີຄຳຖາມຈາກພໍ່ແມ່ປະຊາຊົນວ່າ ນະຄອນຫລວງຈະເລັ່ງແກ້ໄຂສະພາບ ທາງເປ່ທາງເພແນວໃດໃຫ້ຫາຍດີ, ໃນ​ໄລຍະ​ຜ່ານ​ມາ​ນີ້, ​ເຖິງ​ວ່າ​ນະຄອນຫລວງ​ວຽງ​ຈັນ​ ​ໄດ້​ຮັບ​ການ​ສ້າງສາ ​ແລະ ພັດທະນາ​ດີ​ຂຶ້ນຫລາຍ​ດ້ານ, ຖະໜົນ​ຫົນທາງ, ​ເຮືອນ​ຊານ​ບ້ານ​ຊ່ອງ, ຮ້ານ​ຄ້າຮ້ານ​ຂາຍ​ລະດັບ​ໃຫຍ່​ໄດ້​ເກີດ​ຂຶ້ນ​ເໝືອນ​ດັ່ງ​ດອກ​ເຫັດ ອັນ​ໄດ້​ເຮັດ​ໃຫ້​ໂສມ​ໜ້າ​ນະຄອນຫລວງ​ນັບ​ມື້ຮຸ່ງ​ເຮືອງ. ​ແຕ່​ຄຽງ​ຄູ່​ກັນນັ້ນ ກໍ​ມີ​ຫາງ​ສຽງ​ຈົ່ມ​ຫລາຍ​ຂອງ​ສັງຄົມ​ຕໍ່​ສະພາບ​ເສັ້ນ ທາງ​ຫລວງ​ໃນ​ຕົວ​ເມືອງ​ເຫັນ​ວ່າ​ນັບ​ມື້​ເປ່​ເພ ​ແລະ ຊຸດ​ໂຊມ​ລົງ​ຫລາຍ ​ເບິ່ງ​ມ່ອງ​ໃດ​ບ່ອນ​ໃດ​ກໍ​ເປັນ​ບວກ​ເປັນ​ຂຸມ ຈົນບາງ​ບ່ອນ​ກໍ​ເກືອບ​ຈະ​ບໍ່​ສາມາດ​ນຳ​ໃຊ້​ໄດ້​ແລ້ວ ​ແລະ ຈົນ​ຈະ​ບໍ່​ມີ​ບ່ອນ​ຈະ​ຕາບ​ຈະ​ຈູດ, ຖ້າ​ເອົາ​ດິນ​ມາ​ຖົມ​ກໍ​ຍິ່ງ​ຈະ​ເປັນ​ເບື່ອມ​ເປັນ​ຕົມ​ເມື່ອ​ມີ​ຝົນຕົກ​ລົງ​ມາ ​ແລະ ຖ້າ​ແດດອອກ​ກໍ​ໄງ່​ໄປ​ທົ່ວ​ເມືອງ. ​ແຕ່​ສະພາບ​ຮ້າຍ​ແຮງ​ນີ້ ຫາງ​ສຽງ​ສັງຄົມ​ສ່ວນ​ຫລາຍ​ໃຫ້​ເຫດຜົນ​ວ່າ: ຍ້ອນ​ການ​ກໍ່ສ້າງ​ບັນດາ​ເສັ້ນທາງນັ້ນຂາດ​ຄຸນ​ນະພາ​ບ, ​ແຕ່​ຜູ້​ກວດກາ​ກໍ​ຜ່ານ​ໄປ ​ແລະ ຍ້ອນ​ງົບ​ກໍ່ສ້າງ​ມີ​ການບິ​ແບ່ງ​ຫລາຍ​ພູດ​ຫລາຍ​ຕ່ອນ ​ແລະ ຕໍ່​ສະພາບ​ແນວ​ນີ້ ​ເຮົາ​ຈະ​ແກ້​ໄຂ​ແນວ​ໃດ ? ນັ້ນ​ແມ່ນ​ຄຳ​ຖາມ​ໃຫຍ່​ຕັ້ງ​ໃຫ້​ຂະ​ແໜງ​ການ​ກ່ຽວຂ້ອງ​ຕ້ອງ​ໄດ້​ຄົ້ນຄິດ, ບໍ່​ຄວນ​ຈະ​ຕອບ​ງ່າຍໆ​ວ່າ: “ຍາມ​ຝົນ​ແປງ​ບໍ່​ໄດ້ ​ແລະ ຕົກ​ແລ້ງ​ມາ​ພັດ​ວ່າ​ຂາດ​ງົບ ​ແລະ ອື່ນໆ” ຖ້າ​ເປັນ​ແນວ​ນີ້ ສະພາບ​ເສັ້ນທາງ​ເປ່​ເພ​ນັບ​ມື້ຍິ່ງ​ຈະ​ຮ້າຍ​ແຮງ​ຂຶ້ນທຸກ​ທີ ​ເມື່ອ​ຮອດ​ເວລາ​ນັ້ນ​ໂສມ​ໜ້າ​ຂອງ​ນະຄອນຫລວງ​​ເຮົາ​ຈະ​ເປັນ​ແນວ​ໃດ ? ຖ້າ​ເວົ້າ​ເລື່ອງ​ຈະ​ເຮັດ​ໃໝ່​ກໍ​ດັ່ງ​ເສັ້ນທາງ​ຕານ​ມີ​ໄຊ, ໜອງ​ບຶກ, ໜອງ​ພະຍາ​ກໍ​ເຮັດ​ມາ​​ເປັນ​ປີ​ແລ້ວ ​ແຕ່​ກໍ​ຍັງ​ບໍ່​ໄປ​ບໍ່​ມາ, ດົນໆ​ຈຶ່ງ​ເຫັນ​ລົດ​ຈົກ​ດ້າມຄັນ​ອອກ​ຈົກ​ຮ່ອງ​ລະບາຍ​ນໍ້າ​ແລ້ວ​ກໍ​ປະປ່ອຍ​ໄປ ​ເຮັດ​ໃຫ້ການ​ສັນຈອນ​ໄປມາ​ຂອງ​ປະຊາຊົນ​ໃນ​​ເຂດ​ດັ່ງກ່າວ​ພົບ​ຄວາມ​ຫຍຸ້ງຍາກ​ເປັນ​ທີ່​ສຸດ ຫລາຍ​ຄອບຄົວ​ກໍ​ຈົນ​ໄດ້​ກ່າຍ​ຂົວ​ເຂົ້າ​ເຮືອນ​ຕົນ​ເອງ ​ແລະ ຜູ້​ຂາຍ​ເຄື່ອງ​ຢູ່​ເຂດ​ນັ້ນກໍ​ພຽງ​ໄດ້​ອ້າ​ປາກ​ກິນ​ຂີ້ຝຸ່ນ ​ແລະ ຕົບ​ຮີ້ນ​ຕົບ​ຍຸງ​ຢູ່​ເທົ່າ​ນັ້ນ, ບໍ່​ຮູ້​ວ່າ​ຈະ​ໄປ​ຮ້ອງ​ຮຽນ​ໃຜ ​ເພື່ອ​ໃຫ້ການ​ກໍ່ສ້າງ​ສຳ​ເລັດ​ລົງ​ໂດຍ​ໄວ. ​ໃນ​ຂະນະ​ທີ່​ພາກ ສ່ວນ​ຮັບຜິດຊອບ​ເພິ່ນ​ພັດ​ບໍ່​ໄດ້​ຢູ່​ເຂດ​ເສັ້ນທາງ​ດັ່ງກ່າວ, ​ໃນ​ທີ່​ສຸດ​ກໍ​​ເອົາ​ແຕ່​ມັນ​ຈະ​ເປັນ​ຈະ​ໄປ​ຕາມ​ເພງ​ໃດ​ກໍ​ໄດ້ ​ແລະ ຖ້າ​ເວົ້າ​ເຖິງ​ການ​ແປງ​ທາງ​ເບິ່ງ​ແລ້ວ​ກໍ​ເຮັດ​ແບບ​ແປະໆ​ບາງໆ ສົມ​ແລ້ວ​ທີ່​ຫລາຍ​ຄົນ​ໃຫ້​ຂໍ້​ສັງ​ເກດ​ວ່າ: “​ແລດ​ຢາງ” ຖ້າ​ເວົ້າຫລາຍ​ເກີນ​ພັດ​ອ້າງ​ວ່າ​ງົບ​ໜ້ອຍ​ກໍ​ເຮັດ​ໄດ້​ໜ້ອຍ.

 

ແຫລ່ງຈາກ: ລາວພັດທະນາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...