Homeຂ່າວພາຍ​ໃນທ່ານ ໂມເຕງິ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ເຫດການພົ້ນເດັ່ນໃນການຮ່ວມມືລະຫວ່າງ ຍີ່ປຸ່ນ-ລາວ

ທ່ານ ໂມເຕງິ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ, ເຫດການພົ້ນເດັ່ນໃນການຮ່ວມມືລະຫວ່າງ ຍີ່ປຸ່ນ-ລາວ

Published on

ຂໍ້ຄວາມຈາກທ່ານ ໂມເຕງິ ໂທຊີມິຊຶ, ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ກ່ອນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການລະຫວ່າງວັນທີ 22-24 ສິງຫາ 2020

ຄັ້ງນີ້ແມ່ນຄັ້ງທໍາອິດທີ່ຂ້າພະເຈົ້າໄດ້ມາຢ້ຽມຢາມປະເທດລາວໃນນາມ ລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນ. ໃນເດືອນເມສາ 2014, ຂ້າພະເຈົ້າເຄີຍມາຢ້ຽມຢາມປະເທດລາວໃນນາມ ລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາຍີ່ປຸ່ນ. ຜ່ານມາ 6 ປີແລ້ວ, ຂ້າພະເຈົ້າຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມີໂອກາດມາຢ້ຽມຢາມປະເທດລາວທີ່ເຕັມໄປດ້ວຍສະເໜ່ທາງທໍາມະຊາດທີ່ອຸດົມສົມບູນ, ເຊັ່ນແມ່ນໍ້າຂອງ, ວັດທະນະທໍາທີ່ຫຼາກຫຼາຍ ແລະ ປະຊາຊົນທີ່ມີຄວາມງຽບສະຫງົບດັ່ງເຊັ່ນນີ້ອີກຄັ້ງໜຶ່ງ.

ປີນີ້ແມ່ນວາລະຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນທາງການທູດ ຍີ່ປຸ່ນ-ລາວ. ໃນຊ່ວງໄລຍະ 65 ປີມານີ້,​ ຄົນຍີ່ປຸ່ນຫຼາຍຄົນລວມທັງຂ້າພະເຈົ້າຕ່າງກໍ່ຖືກດຶງດູດດ້ວຍສະເໜ່ຄວາມງາມຂອງປະເທດ ແລະ ປະຊາຊົນລາວ ແລະ ໄດ້ຊ່ວຍກັນພັດທະນາສາຍພົວພັນຂອງສອງປະເທດຕະຫຼອດມາ. ນອກຈາກນີ້ເມື່ອ 5 ປີກ່ອນ, ສາຍພົວພັນມິດຕະພາບ ແລະ ການຮ່ວມມືຂອງສອງປະເທດທີ່ຍາວນານມາຫຼາຍປີກໍ່ໄດ້ຮັບການຍົກລະດັບຂຶ້ນເປັນ “ຄູ່ຮ່ວມຍຸດທະສາດ”. ສິ່ງດັ່ງກ່າວໄດ້ເຮັດໃຫ້ສາຍພົວພັນ ຍີ່ປຸ່ນ-ລາວ ຂະຫຍາຍໂຕເຂົ້າສູ່ລວງເລິກຍິ່ງຂຶ້ນໃນຫຼາກຫຼາຍການຮ່ວມມືທັງໃນພາກພື້ນ ແລະ ສາກົນ.

ມາຮອດປະຈຸບັນ, ຍີ່ປຸ່ນ ໄດ້ສົ່ງເສີມການເພີ່ມທະວີການເຊື່ອມຈອດໂດຍຜ່ານການສະໜັບສະໜຸນພື້ນຖານໂຄງລ່າງທີ່ມີຄຸນນະພາບສູງ, ການຮ່ວມມື ແລະ ການພັດທະນາຊັບພະຍາກອນມະນຸດ ດ້ານຂະແໜງກະສິກໍາ,  ການສຶກສາ, ສາທາລະນະສຸກ, ການເກັບກູ້ລະເບີດບໍ່ທັນແຕກ, ການປັບປຸງກົດໝາຍ ແລະ ອື່ນໆ ເພື່ອສົ່ງເສີມການພັດທະນາຢ່າງຍືນຍົງໃຫ້ແກ່ ສປປ ລາວ. ຍົກຕົວຢ່າງ, ຍີ່ປຸ່ນໄດ້ໃຫ້ການສະໜັບສະໜຸນການກໍ່ສ້າງສະໜາມບິນສາກົນວັດໄຕ, ແລະ ປັບປຸງເສັ້ນທາງແຫ່ງຊາດເລກທີ 9. ນອກຈາກນີ້ ໃນເດືອນ 5 ທີ່ຜ່ານມາ, ພາຍໃຕ້ການຮ່ວມມືຢ່າງໃກ້ຊິດຂອງພາກສ່ວນກ່ຽວຂ້ອງດ້ານກົດໝາຍຂອງສອງປະເທດເຮັດໃຫ້ສາມາດບັງຄັບໃຊ້ປະມວນກົດໝາຍແພ່ງຄັ້ງທໍາອິດໃນລາວໄດ້.

ໂຄງການຂະຫຍາຍອາຄານສະຫນາມບິນ ສາກົນ ວຽງຈັນ (ມິຖຸນາ 2018)

ຕໍ່ຈາກນີ້ໄປກໍ່ເຊັ່ນດຽວກັນ, ຍີ່ປຸ່ນຢາກສືບຕໍ່ປະກອບສ່ວນເຂົ້າໃນ ການປັບປຸງແລວເສດຖະກິດຕາເວັນອອກ-ຕາເວັນຕົກ, ການຍົກສູງສະຖຽນລະພາບດ້ານການເງິນ, ການເສີມສ້າງຮາກຖານດ້ານການແພດ, ການປ້ອງກັນໄພພິບັດທໍາມະຊາດ ແລະ ອື່ນໆ ເພື່ອຊຸກຍູ້ການຮ່າງ ແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ  ຄັ້ງຕໍ່ໄປໃຫ້ສຳເລັດ. ຍີ່ປຸ່ນ ຢາກຊ່ວຍສະໜັບສະໜຸນໃຫ້ປະຊາຊົນລາວສາມາດດຶງເອົາທ່າແຮງອັນຫຼາກຫຼາຍຂອງປະເທດລາວອອກມາ ເພື່ອສ້າງໝາກຜົນອັນດີຈາກຄວາມພະຍາຍາມດັ່ງກ່າວ.

ຕອນທີ່ຂ້າພະເຈົ້າມາຢ້ຽມຢາມປະເທດລາວໃນປີ 2014, ຫ້ອງການ JETRO ປະຈໍານະຄອນຫຼວງວຽງຈັນ ໄດ້ຖືກສ້າງຕັ້ງຂຶ້ນ. ໃນຕອນນັ້ນ, ຈໍານວນບໍລິສັດຍີ່ປຸ່ນທີ່ມາລົງທຶນໃນປະເທດລາວແມ່ນມີທັງໝົດ 108 ບໍລິສັດ (ໃນເດືອນເມສາ 2014), ເຊິ່ງບໍລິສັດຍີ່ປຸ່ນກໍ່ໄດ້ສືບຕໍ່ມາລົງທຶນໃນປະເທດລາວຢ່າງຕໍ່ເນື່ອງເຮັດໃຫ້ປະຈຸບັນມີຫຼາຍກວ່າ 160 ບໍລິສັດໃນລາວ. ຂ້າພະເຈົ້າຫວັງວ່າສະພາບແວດລ້ອມການລົງທຶນທີ່ແນໃສ່ສົ່ງເສີມການລົງທຶນຂອງບໍລິສັດຍີ່ປຸ່ນເຊັ່ນການຂົນສົ່ງ ແລະ ອື່ນໆ ຈະໄດ້ຮັບການພັດທະນາ ແລະ ການແລກປ່ຽນດ້ານເສດຖະກິດຂອງສອງປະເທດຈະຟົດຟື້ນຍິ່ງຂຶ້ນ. ນອກຈາກນີ້, ໂດຍຜ່ານຂໍ້ຕົກລົງ AJCE​P ສະບັບປັບປຸງຄັ້ງທໍາອິດທີ່ ຍີ່ປຸ່ນ ແລະ ລາວ ໄດ້ບັງຄັບໃຊ້ຮ່ວມກັນໃນວັນທີ 1 ສິງຫາ ແລະ ຂໍ້ຕົກລົງ RCEP ທີ່ລົງນາມຮ່ວມກັນໃນປີນີ້, ຂ້າພະເຈົ້າເຊື່ອໝັ້ນວ່າ ຍີ່ປຸ່ນ ແລະ ສປປ ລາວ ແລະ ເສດຖະກິດພາກພື້ນຈະໄດ້ຮັບການເຊື່ອມໂຍງຢ່າງເລິກເຊິ່ງຍິ່ງຂຶ້ນ.

ການແລກປ່ຽນລະຫວ່າງ ຍີ່ປຸ່ນ ແລະ ສປປ ລາວ ບໍ່ມີແຕ່ທາງດ້ານເສດຖະກິດເທົ່ານັ້ນ, ແຕ່ຍັງລວມໄປເຖິງການໄປມາຫາສູ່ກັນຂອງການນໍາຂັ້ນສູງ, ສະມາຊິກສະພາ, ພັກ-ລັດ, ການແລກປ່ຽນດ້ານວຽກງານປ້ອງກັນປະເທດ ແລະ ການແລກປ່ຽນຂອງຊາວໜຸ່ມ ແລະ ກິລາ. ໂດຍສະເພາະໃນປີ 1965, ປະເທດລາວເປັນປະເທດທໍາອິດທີ່ ຍີ່ປຸ່ນ ສົ່ງອາສາສະໝັກຊາວໜຸ່ມລຸ້ນທໍາອິດມາ. ນັບຕັ້ງແຕ່ມື້ນັ້ນມາກໍ່ເປັນເວລາກວ່າ 55 ປີແລ້ວ ແລະ ມີອາສາສະໝັກຫຼາຍກ່ວາ 1,000 ຄົນທີ່ໄດ້ມາເຮັດວຽກຢູ່ທັງສູນກາງ ແລະ ທ້ອງຖິ່ນໃນຂະແໜງການຕ່າງໆ, ເຊັ່ນ: ການສຶກສາ-ກິລາ, ສາທາລະນະສຸກ, ກະສິກໍາ, ການພັດທະນາຊົນນະບົດ ແລະ ອື່ນໆ. ນອກຈາກນີ້, ໃນແຕ່ລະປີຍັງມີໄວໜຸ່ມລາວປະມານ 50 ຄົນໄດ້ຮັບທຶນການສຶກສາຈາກ ລັດຖະບານຍີ່ປຸ່ນ ໄປສຶກສາຕໍ່ທີ່ປະເທດຍີ່ປຸ່່ນນໍາອີກ. ພ້ອມດຽວກັນນັ້ນ, ຍັງມີປະຊາຊົນ ແລະ ນັກຮຽນຍີ່ປຸ່ນໄດ້ແລກປ່ຽນກັບຄົນລາວໂດຍຜ່ານສະມາຄົມມິດຕະພາບໃນແຕ່ລະແຂວງ ແລະ NGO ຂອງຍີ່ປຸ່ນ. ດ້ວຍເຫດນີ້, ເຮັດໃຫ້ການເຊື່ອມໂຍງກັນລະຫວ່າງປະຊາຊົນສອງຊາດໃນຫຼາກຫຼາຍຊົນຊັ້ນໄດ້ກາຍເປັນສິ່ງຊຸກຍູ້ໃຫ້ສາຍພົວພັນລະຫວ່າງສອງປະເທດເຂັ້ມແຂງ ແລະ ມີຄວາມໄວ້ວາງໃຈເຊິ່ງກັນ ແລະ ກັນຍິ່ງຂຶ້ນ.

ຄົບຮອບ 20 ປີທຶນການສຶກສາ JDS (ທຶນການສຶກສາດ້ານການພັດທະນາຊັບພະຍາກອນມະນດຸ )

ແຕ່ການແລກປ່ຽນດ້ານບຸກຄົນທີ່ເປັນພື້ນຖານຂອງສາຍພົວພັນ ຍີ່ປຸ່ນ-ລາວ ແມ່ນໄດ້ຖືກຢຸດຊົ່ວຄາວຍ້ອນ ການແຜ່ລະບາດຂອງເຊື້ອພະຍາດຈຸລາໂລກສາຍພັນໃໝ່. ຂ້າພະເຈົ້າຂໍສະແດງຄວາມຊົມເຊີຍມາຍັງການຊີ້ນໍາອັນເຂັ້ມແຂງຂອງ ພັກ ແລະ ລັດຖະບານລາວ ລວມທັງປະຊາຊົນທີ່ສາມັກຄີກັນຈົນສາມາດຄວບຄຸມການແຜ່ລະບາດຂອງພະຍາດດັ່ງກ່າວໄດ້. ໃນຍຸກໂລກາພິວັດທີ່ການໄປມາຫາສູ່ກັນລະຫວ່າງປະຊາຊົນ ແລະ ການຂົນສົ່ງພວມຂະ​ຫ​ຍາຍ​ຕົວ​ເພີ່ມ​ຂຶ້ນ, ການແຜ່ລະບາດໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງໃຫ້ແກ່ເສດຖະກິດ-ສັງຄົມຂອງທຸກປະເທດ, ລວມທັງປະເທດຍີ່ປຸ່ນນໍາອີກ. ດັ່ງນັ້ນ, ພວກເຮົາຕ້ອງຜະເຊີນໜ້າຕໍ່ສູ້ຮ່ວມກັນເພື່ອບໍ່ໃຫ້ບັນຫາທ້າທາຍເປັນອຸປະສັກຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ແລະ ອະນາຄົດຂອງພວກເຂົາ.

ຍີ່ປຸ່ນ ກ້າວຂຶ້ນເປັນຜູ້ນໍາໃນເວທີສາກົນໃນການສະໜັບສະໜຸນດ້ານລະບົບສາທາລະນະສຸກ ແລະ ການປິ່ນປົວໃຫ້ແຕ່ລະປະເທດເພື່ອລະງັບການແຜ່ລະບາດຂອງເຊື້ອພະຍາດຈຸລາໂລກສາຍພັນໃໝ່ໃຫ້ໄດ້ໄວທີ່ສຸດ. ຍີ່ປຸ່ນ, ໂດຍຜ່ານອົງການຈັດຕັ້ງສາກົນ, ໄດ້ໃຫ້ການສະໜັບສະໜຸນ ສປປ ລາວ ດ້ານເຕັກໂນໂລຊີ, ອຸປະກອນປ້ອງກັນສຸຂະພາບເປັນມູນຄ່າປະມານ 4 ລ້ານໂດລາສະຫະລັດ ແລະ ຍັງໃຫ້ການຊ່ວຍເຫຼືອລ້າແກ່ປະເທດລາວໂດຍກົງໂດຍການມອບລົດສຸກເສີກ, ອຸປະກອນການແພດຕ່າງໆ ແລະ ອື່ນໆ, ເປັນມູນຄ່າປະມານ 13.6 ລ້ານໂດລາສະຫະລັດ. ນອກຈາກນີ້, ຍີ່ປຸ່ນ ແລະ ລາວ ກໍາລັງຊຸກຍູ້ການປຶກສາຫາລືທີ່ເຮັດໃຫ້ການໄປມາຫາສູ່ກັນຂອງບຸກຄົນສໍາຄັນດ້ານທຸລະກິດ ພາຍໃຕ້ຮູບແບບລະບົບປ້ອງກັນການແຜ່ລະບາດຮອບໃໝ່. ຂ້າພະເຈົ້າຢາກຈະຊຸກຍູ້ການພົວພັນເພື່ອຊະນະການແຜ່ລະບາດຂອງເຊື້ອພະຍາດຈຸລາໂລກສາຍພັນໃໝ່ທີ່ບໍ່ເຄີຍມີມາກ່ອນນີ້ ແລະ ເປີດການໄປມາຫາສູ່ກັນອີກຄັ້ງທີ່ປະຊາຊົນສອງປະເທດລໍຖ້າຢູ່ ໃຫ້ໄດ້ໄວທີ່ສຸດ. 

ຂ້າພະເຈົ້າຫວັງວ່າ ໃນຊ່ວງໄລຍະທີ່ຂ້າພະເຈົ້າຢ້ຽມຢາມປະເທດລາວ, ຂ້າພະເຈົ້າຈະສາມາດແລກປ່ຽນຄໍາຄິດຄໍາເຫັນຢ່າງເປັນປະໂຫຍດກັບການນໍາຂອງລາວເພື່ອຊຸກຍູ້ການຈະເລີນກ້າວໜ້າອັນເຂັ້ມແຂງຂອງສາຍພົວພັນ “ຄູ່ຮ່ວມຍຸດທະສາດ” ຂອງສອງປະເທດ.

ທ່ານ ໂມເຕງິ ໂທຊີມິຊຶ

ລັດຖະມົນຕີກະຊວງການຕ່າງປະເທດ

ພັກເສລີປະຊາທິປະໄຕແຫ່ງຍີ່ປຸ່ນ(LDP)
ສະມາຊິກຜູ້ແທນສະພາຕໍ່າ

ເກີດໃນເດືອນ ຕຸລາ ປີ 1955

ເດືອນທັນວາ ປີ 2012 :

ລັດຖະມົນຕີກະຊວງເສດຖະກິດ,ການຄ້າ ແລະ ອຸດສະຫະກໍາ

ເດືອນຕຸລາ ປີ 2018:

ລັດຖະມົນຕີປະຈຳຫ້ອງວ່າລັດຖະບານດ້ານນະໂຍບາຍເສດຖະກິດ ແລະ ການເງິນ

ລັດຖະມົນຕີຮັບຜິດຊອບການປະຕິຮູບລະບົບປະກັນສັງຄົມ

ລົດຖະມົນຕີຮັບຜິດຊອບການເຈລະຈາທາງດ້ານການຄ້າໃນກອບTPP ແລະ ລະຫວ່າງ ຍີ່ປຸ່ນ-ອາເມລິກາ.

ເດືອນກັນຍາ ປີ2019 – ປັດຈຸບັນ

ລັດຖະມົນຕີກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...