Homeມຸມຂ່າວ AECທົບ​ທວນ​ວຽກ​ງານ​ສະຫວັດດີ​ການອາ​ຊຽນ

ທົບ​ທວນ​ວຽກ​ງານ​ສະຫວັດດີ​ການອາ​ຊຽນ

Published on

asean

 

ໃນວັນ​ທີ 24 ​ພະຈິກນີ້ ກອງປະຊຸມລະຫວ່າງບັນດາຜູ້ຕາງໜ້າ​ລັດຖະບານ ​ແລະ ອົງການຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​​

ປະ​ເທດ​ສະມາຊິກ​ອາຊຽນ, ໄດ້ປຶກສາ​ຫາລື​ ​ແລະ ທົບ​ທວນກ່ຽວ​ກັບການຈັດຕັ້ງປະຕິບັດ​ວຽກ​ງານ​ສະຫວັດດີ​ການ-ສັງຄົມ

ແລະ ການ​ພັດທະນາ​​ແບບ​ຍືນ​ຍົງຂຶ້ນ ຢູ່ນະຄອນຫລວງ​ວຽງ​ຈັນ, ເພື່ອ​​ແລກປ່ຽນ​ບົດ ຮຽນ ແລະ ຂໍ້​ສະ​ເໜີ​ກ່ຽວ​ກັບ​ວຽກ​

ງານ​ຄົນ​ພິການ, ວຽກ​ງານ​ຜູ້​ສູງ​ອາຍຸ, ​ເດັກນ້ອຍ ​ແລະ ຄອບຄົວ ​ເພື່ອ​ຊອກ​ໃຫ້​ເຫັນ​ບັນຫາ ​ແລະ ຮ່ວມ​ກັນ​ແກ້​ໄຂ​ເຮັດ​

ໃຫ້​ວຽກ​ງານ​ດັ່ງ​ກ່າວ​ໄດ້​ຮັບ​ການຈັດຕັ້ງປະຕິບັດ​ໄດ້ຢ່າງ​ຖືກຕ້ອງ ​ແລະ ມີ​ປະສິດທິພາບ​ສູງ, ໂດຍ​ການເປັນປະ ທານຂອງ

ທ່ານ ໂຈມ​ແຍງ ​ແພງ​ທອງ​ສະຫວັດ ຮອງ​ຫົວໜ້າ​ກົມ​ແຜນການ ແລະ ການ​ຮ່ວມ​ມືກະ ຊວງ​ແຮງ​ງານ ແລະ ສະຫວັດດີ​

ການ​ສັງຄົມ ທັງ​ເປັນຫົວໜ້າ​ເຈົ້າ​ໜ້າ​ທີ່​ອາວຸ​ໂສ​ສະຫວັດດີ​ການ- ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຂອງລາວ, ທ່ານ

ນາງ ນິນ​ປະ​ເສີດ ​ໄຊ​ຍະ​ພອນ​ສີ ຮອງ​ຫົວໜ້າ​ກົມ​ພັດທະນາ​ແມ່ຍິງ​ລາວ, ສູນ​ກາງ​ສະຫະພັນ​ແມ່ຍິງ​ລາວ, ບັນດາ​ຜູ້ຕາງ

ໜ້າ​ລັດຖະບານ ແລະ ອົງການ​ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​ໃນ​ປະ​ເທດ​ສະມາຊິກ​ອາ​ຊຽນ​ເຂົ້າ​ຮ່ວມ.

 

ທ່ານ ໂຈມ​ແຍງ ​ແພງ​ທອງ​ສະຫວັດ ​ກ່າວ​ວ່າ: ກອງ​ປະຊຸມ​​ຄັ້ງນີ້ຈະ​ເປີດ​ໂອກາດ​ໃຫ້​ຜູ້​ຕາງ​ໜ້າ​ລັດຖະບານ ແລະ ອົງການ​

ຈັດຕັ້ງທີ່​ບໍ່​ສັງກັດ​ລັດຖະບານ​ປຶກສາ​ຫາລືທົບ​ທວນຄືນ​ ບັນດາ​ກິດຈະ​ກຳ​ຕ່າງໆ​ເຊັ່ນ: ວຽກ​ງານ​ຄົນ​ພິການ, ເດັກນ້ອຍ,

ຜູ້​ສູງ​ອາຍຸ ​ແລະ ຄອບຄົວທີ່​ຈັດຕັ້ງປະຕິບັດ​ໃນ​ໄລຍະ​ໜຶ່ງ​ປີຜ່ານມາ​ທີ່​ຕົກລົງ​ກັນ​ໃນ​ກອງ​ປະຊຸມ​​ເຈົ້າ​ໜ້າ​ທີ່ ​ອາວຸ​ໂສ​ສະ

ຫວັດດີ​ການ- ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຄັ້ງທີ 9 ​ທີ່​ຊຽມລຽບ, ປະ​ເທດ​ກຳປູ​ເຈຍ, ນອກ​ນັ້ນຍັງ​ຈະ​ໄດ້​ປຶກສາ​ຫາ

ລື ແລະ ວາງ​ແຜນການ​ບໍລິການ​ສະຫວັດດີ​ການ-​ສັງຄົມ ​ແລະ ການ​ພັດທະນາ​ແບບ​ຍືນ​ຍົງ​ໃນ​ອາ​ຊຽນຫລັງ​ຈາກ​ປີ 2015 ​

ເພື່ອ​ຈະ​ນຳ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸໂສ​ສະຫວັດດີ​ການ​-ສັງຄົມ ​ແລະ ການ​ພັດທະນາ​ອາ​ຊຽນຄັ້ງທີ 10 ເພື່ອ​

ຮັບຮອງ ​ແລະ ນຳ​ໄປ​ຈັດຕັ້ງປະຕິບັດ​ໃຫ້​ມີ​ປະສິດທິພາບ, ​ເຊິ່ງກອງ​ປະຊຸມ​ດັ່ງກ່າວ ຈະ​ມີ​​ຂຶ້ນ​ໃນ​ວັນ​ທີ 25 ​ພະຈິກ​ນີ້ຢູ່, ນະ

ຄອນຫລວງ​ວຽງຈັນ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...