spot_img
Homeຂ່າວຕ່າງປະເທດທະຫານກິນີກໍ່ລັດຖະປະຫານ ພ້ອມຈັບກຸມປະທານາທິບໍດີ

ທະຫານກິນີກໍ່ລັດຖະປະຫານ ພ້ອມຈັບກຸມປະທານາທິບໍດີ

Published on

ເວັບໄຊ PPTV ລາຍງານ: ທະຫານກຸ່ມໜຶ່ງໃນກິນີ, ປະເທດໃນອາຝຣິກາຕາເວັນຕົກ ໄດ້ກໍ່ລັດຖະປະຫານດ້ວຍການບຸກຈັບກຸມປະທານາທິບໍດີ ອັນຟາ ຄອນເດ (Alpha Conde) ເນື່ອງຈາກບໍ່ພໍໃຈທີ່ລັດຖະບານຂຶ້ນເງິນເດືອນໃຫ້ບັນດານັກການເມືອງ ຂະນະທີ່ຕັດງົບປະມານສຳລັບກອງກຳລັງຮັກສາຄວາມປອດໄພລົງ ລວມທັງປັນຫາການສໍ້ລາດບັງຫຼວງຮຸນແຮງຂອງພາກລັດ.

ທະຫານກຸ່ມນີ້ ໄດ້ປະກາດແຕ່ງຕັ້ງຕົນເອງວ່າ ຄະນະສ້າງຄວາມປອງດອງ ແລະ ການພັດທະນາແຫ່ງຊາດ ພ້ອມປະກາດເຄິຟິວທົ່ວປະເທດ ແລະ ປິດຊາຍແດນເປັນເວລາ 1 ອາທິດ ທັງປະກາດຜ່ານສື່ໂທລະພາບວ່າ ພວກເຂົາໄດ້ຍົກເລີກລັດຖະທຳມະນູນສະບັບປັດຈຸບັນຂອງປະເທດກິນີ ແລະ ໃຫ້ຄຳໝັ້ນສັນຍາວ່າ ລັດຖະທຳມະນູນສະບັບໃໝ່ຈະມີຄວາມເປັນທຳແກ່ປະຊາຊົນທຸກຊັ້ນຄົນຫຼາຍຂຶ້ນ.

ກິນີເປັນໜຶ່ງປະເທດທີ່ມີປັນຫາທຸດຈະລິດຮ້າຍແຮງໃນພາກລັດ ລວມທັງການບໍລິຫານປະເທດຜິດພາດ ເຮັດໃຫ້ຈຳນວນຄົນທຸກຍາກເພີ່ມຂຶ້ນ, ຂະນະທີ່ປະຊາຊົນສ່ວນໜຶ່ງໃນເມືອງໂກນາກຣີ ກໍໄດ້ອອກມາສະແດງຄວາມຍິນດີທີ່ກຳລັງທະຫານໄດ້ໂຄ່ນລົ້ມປະທານາທິບໍດີຄົນປັດຈຸບັນສຳເລັດ ພາຍຫຼັງຄົງຕຳແໜ່ງມາເປັນເວລາ 10 ກວ່າປີ.

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...