Homeຂ່າວພາຍ​ໃນຕຳຫຼວດເພີ່ມຄວາມເຂັ້ມງວດ ອອກສະກັດກັ້ນແກ໊ງກວນເມືອງ

ຕຳຫຼວດເພີ່ມຄວາມເຂັ້ມງວດ ອອກສະກັດກັ້ນແກ໊ງກວນເມືອງ

Published on

ທ່ານ ພັນໂທ ຄຳສຸ້ຍ ແກ້ວ ມະນີ ຮອງກົມຕຳຫຼວດຈະລາຈອນ, ຄະນະ ກຳມະການແກ້ບັນຫານັກເລງອັນຕະພານ ແລະ ແກ໊ງກວນເມືອງ ໃຫ້ຮູ້ວ່າ: ພາຍ ຫຼັງໄດ້ມີການປຶກສາຫາລືໃນກອງປະຊຸມຂອງເຈົ້າໜ້າທີ່ກ່ຽວຂ້ອງເມື່ອທ້າຍອາທິດ ຜ່ານ ມານີ້ ໄດ້ຍົກໃຫ້ເຫັນວ່າ: ຢູ່ນະຄອນ ຫຼວງວຽງຈັນບັນຫາແກ໊ງກວນ ເມືອງຍັງ ເປັນປາກົດການຫຍໍ້ທໍ້ທາງສັງຄົມ ແລະ ຂາດ ຄວາມເປັນລະບຽບຮຽບຮ້ອຍ, ສ່ວນ ໃຫຍ່ແມ່ນມາຈາກໄວລຸ້ນນັກ ຮຽນທີ່ຍັງບໍ່ທັນມີຄວາມເຂົ້າໃຈຕໍ່ລະບຽບກົດໝາຍ, ສະນັ້ນ ທາງ ເຈົ້າໜ້າທີ່ຈຶ່ງເພີ່ມມາດຕະການ ສະກັດກັ້ນໂດຍຈັດໜ່ວຍສະ ເພາະ ຮ່ວມກັບກຳລັງເຄື່ອນທີ່ ຂອງ ປກສ ນະ ຄອນຫຼວງວຽງຈັນ ເພື່ອກວດກາລາດ ຕະເວນ ຕາມສາຍທາງຫຼັກຕ່າງໆໃນແຕ່ລະ ຄືນ ໄປຮອດ 4 ໂມງເຊົ້າ, ຖ້າພົບເຫັນ ຜູ້ກະທຳຜິດກໍໄດ້ນຳມາສຶກສາອົບຮົມ ແລະ ປັບໃໝຕາມ ລະບຽບກົດໝາຍ.

ຮອງກົມຕຳຫຼວດຈະລາຈອນ ໃຫ້ຮູ້ວ່າ: ຜ່ານການປະຕິບັດ ວຽກງານນັບແຕ່ຕົ້ນປີມານີ້ ທາງເຈົ້າໜ້າທີ່ສາມາດກວດພົບ ແລະ ຢຶດລົດທີ່ຜິດກົດໝາຍ ແລະ ບໍ່ມີເອກະສານຖືກຕ້ອງໄດ້ກວ່າ 100 ຄັນ, ກັກເອກະສານລົດໄວ້ກວ່າ 500 ຄັນ, ພົ້ນເດັ່ນ ແມ່ສະກັດກັ້ນກຸ່ມໄວລຸ້ນທີ່ຂີ່ລົດກວນ ເມືອງໄດ້ກວ່າ 20 ຄົນມາສຶກ ສາອົບຮົມ.

 

ທ່ານ ພັນໂທ ຄຳສຸ້ຍ ໃຫ້ ທັດສະນະວ່າ: ເຈົ້າໜ້າທີ່ສັງເກດ ເຫັນວ່າ: ກຸ່ມແກ້ງກວນເມືອງ ດັ່ງກ່າວມັກຈະມີການ ເຄື່ອນ ໄຫວໃນໄລຍະຂອງການປິດ ພາກຮຽນ ແລະ ມັກຈະຊັກຊວນ ກັນທ່ຽວຫຼີ້ນໃນຍາມຄ່ຳຄືນ, ໂດຍສະເພາະແມ່ນການ ເຂົ້າຮ້ານກິນດື່ມ-ບັນເທີງ ແລະ ພາຍຫຼັງເລີກຈາກຮ້ານບັນເທີງແລ້ວກໍພາກັນຂີ່ລົດເປັນພຶງເປັນແພຕາມທ້ອງຖະໜົນໂດຍສະ ເພາະແມ່ນເສັ້ນທາງໄກສອນພົມວິຫານ, ເສັ້ນທາງໂພນສະອາດໄປຫາວົງວຽນ 450 ປີ ແລະ ເສັ້ນທາງອື່ນໆ, ສະນັ້ນ ເພື່ອສາ ມາດແກ້ໄຂບັນຫາດັ່ງກ່າວໃຫ້ມີປະສິດທິຜົນຕ້ອງມີສ່ວນຮ່ວມຈາກຫຼາຍ ພາກສ່ວນໃນສັງຄົມ, ນັບທັງສະຖາບັນຄອບຄົວກໍ ຕ້ອງເປັນເຈົ້າການສຶກສາອົບຮົມລູກຫຼານຂອງຕົນໃຫ້ເຂົາເຈົ້າມີສະຕິຕື່ນຕົວປະຕິບັດລະບຽບກົດໝາຍຂອງບ້ານເມືອງ.

 

ຂອບໃຈຂ່າວຈາກໜັງສືພິມລາວພັດທະນາ http://laophatthananews.blogspot.com

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...