spot_img
Homeຂ່າວພາຍ​ໃນດຣາມ່າເລື່ອງຫໍສະພາຍັງບໍ່ແລ້ວ ຫຼ້າສຸດໂຊຊ່ຽວເຜີຍຮູບແບບທີ່ບໍ່ຜ່ານສູ່ສາທາລະນະ

ດຣາມ່າເລື່ອງຫໍສະພາຍັງບໍ່ແລ້ວ ຫຼ້າສຸດໂຊຊ່ຽວເຜີຍຮູບແບບທີ່ບໍ່ຜ່ານສູ່ສາທາລະນະ

Published on

ຂ່າວການກໍ່ສ້າງຫໍສະພາແຫ່ງຊາດ ຖືເປັນຂ່າວໜຶ່ງທີ່ປະຊາຊົນລາວໃຫ້ຄວາມສົນໃຈຫຼາຍທີ່ສຸດໃນ 6 ເດືອນຕົ້ນປີ 2017 ກໍວ່າໄດ້ ນັ້ນສະແດງໃຫ້ເຫັນວ່າ ປະຊາຊົນລາວບໍ່ໄດ້ຫ່າງເຫີນຈາກວຽກບ້ານການເມືອງ ຊໍ້າບໍ່ພໍຍັງໄດ້ຕິດຕາມທຸກການເຄື່ອນໄຫວຂອງພັກແລະລັດຖະບານລາວຢູ່ທຸກບາດຍ່າງ ຖ້າການເຄື່ອນໄຫວໃດເຫັນວ່າເຂົ້າທ່າ ປະຊາຊົນກໍພ້ອມພາກັນຍ້ອງຍໍຊົມເຊີຍອຶກກະທຶກຄຶກໂຄມ ໃນຂະນະດຽວກັນປະຊາຊົນລາວກໍຍັງໄດ້ສະແດງຄຳຄິດເຫັນຕໍ່ບາງການເຄື່ອນໄຫວເຊັ່ນດຽວກັນ ເພາະຖືວ່າທຸກຄົນເປັນເຈົ້າຂອງປະເທດຊາດ ທຸກຄົນຈຶ່ງຄວນຈະຕ້ອງມີຄຳຄິດຄຳເຫັນຕໍ່ວຽກບ້ານການເມືອງຂອງຕົນ.

ດຣາມ່າເລື່ອງຫໍສະພາແຫ່ງຊາດ ໂດຍສະຫຼຸບແມ່ນປະຊາຊົນໄດ້ສົນໃຈ 2 ບັນຫາຫຼັກໆ ຄື ບັນຫາທີໜຶ່ງ ທີ່ເປັນບັນຫາຕົ້ນຕໍ ແມ່ນປະຊາຊົນສົນໃຈເລື່ອງທີ່ມາຂອງເງິນທີ່ຈະມາສ້າງ ປະຊາຊົນສ່ວນຫຼາຍມີທັດສະນະວ່າ ຢາກໃຫ້ເປັນເງິນງົບປະມານຈາກພາຍໃນ ເນື່ອງຈາກວ່າ ຫໍສະພາແຫ່ງຊາດ ເປັນດັ່ງເຄື່ອງໝາຍຢືນຢັນເຖິງຄວາມເປັນຊາດ ຄວາມເປັນອິດສະຫຼະພາບ ແລະອະທິປະໄຕ ຂອງປະຊາຊົນລາວ ກໍຄືຊາດລາວ ເປັນບ່ອນຕັດສິນຊະຕາກຳຂອງຊາດ, ສ່ວນເງິນຊ່ວຍເຫຼືອຈາກຕ່າງປະເທດ ກໍອາດຈະເອົາລົງໄປໃສ່ການພັດທະນາຖະໜົນຫົນທາງ, ໂຮງໝໍ, ໂຮງຮຽນ ຫຼືພື້ນຖານການຜະລິດອື່ນໆຫຼາຍກວ່າ. ສ່ວນບັນຫາທີສອງ ນັ້ນແມ່ນຮູບແບບອາຄານຫໍສະພາແຫ່ງຊາດນັ້ນ ເປັນບັນຫາຮອງລົງມາທີ່ປະຊາຊົນໃຫ້ຄວາມສົນໃຈ ເຊິ່ງສ່ວນຫຼາຍແລ້ວແມ່ນເຫັນດີເຫັນພ້ອມກັບຮູບແບບທີ່ຖືກເປີດເຜີຍໄປໃນກ່ອນໜ້ານັ້ນ ແຕ່ກໍຍັງມີປະຊາຊົນສ່ວນໜຶ່ງທີ່ເຫັນວ່າ ຮູບແບບຫໍສະພາແຫ່ງຊາດຍັງມີລັກສະນະທຳມະດາ ຍັງບໍ່ໂດດເດັ່ນ ຫຼືໜ້າເກັງຂາມເທົ່າທີ່ຄວນ.

ຫຼ້າສຸດມື້ນີ້, ວັນທີ 9 ມິຖຸນາ ເພຈສະໜັບສະໜຸນທ່ານນາຍົກໄດ້ເຜີຍແພ່ຮູບພາບ ທີ່ບອກວ່າເປັນໜຶ່ງໃນບັນດາແບບອາຄານສະພາແຫ່ງຊາດ ທີ່ສົ່ງເຂົ້າປະກວດ ແຕ່ບໍ່ຜ່ານຄວາມເປັນດີຂອງຄະນະກຳມະການຄັດເລືອກ. ແຕ່ພັດມີປະຊາຊົນຈຳນວນຫຼວງຫຼາຍເຂົ້າມາສະແດງຄຳຄິດເຫັນວ່າ ຮູບແບບດັ່ງກ່າວມີຄວາມເຄັ່ງຂຶມ ຍິ່ງໃຫຍ່ ເບິ່ງຊົງພະລັງ. ໃນຂະນະທີ່ຫຼາຍຄົນກໍໃຫ້ທັດສະນະວ່າ ຮູບແບບທີ່ບໍ່ຖືກເລືອກນີ້ ເບິ່ງຄືທັນສະໄໝຢູ່ ເພາະເປັນຮູບຊົງສະຖາປະນິກສະໄໝໃໝ່ໃນປັດຈຸບັນ ເຊິ່ງຄາດວ່າອີກບໍ່ດົນຮູບແບບການກໍ່ສ້າງນີ້ກໍຈະກາຍເປັນເລື່ອງບໍ່ທັນສະໄໝໄປແລ້ວ ດັ່ງນັ້ນ, ຮູບແບບທີ່ຖືກຮັບຮອງໄປແລ້ວນັ້ນຈະດີກວ່າ ເພາະມີເອກະລັກຄວາມເປັນລາວຢູ່ຫຼາຍ ເຖິງເວລາຈະຜ່ານໄປຈັກປີ ຮູບແບບທີ່ມີເອກະລັກຄວາມເປັນລາວກໍຈະບໍ່ມີທາງຫຼ້າສະໄໝໄປຢ່າງແນ່ນອນ ຍົກເວັ້ນວ່າຈະມີການອອກແບບອື່ນອີກ ທີ່ມີຄວາມເປັນລາວ ແລະທັງຫຼູຫຼາອະລັງການກວ່າຫຼັງທີ່ຖືກຮັບຮອງໄປແລ້ວນັ້ນກໍວ່າບໍ່ຊ່າງ.

ແນວໃດກໍຕາມ, ກະແສດຣາມ່າກ່ຽວກັບຫໍສະພາແຫ່ງຊາດ ລ້ວນແຕ່ຍັງບໍ່ໄດ້ເວົ້າເຖິງລາຍລະອຽດພາຍໃນແຕ່ຢ່າງໃດ ພຽງເຫັນແຕ່ຮູບຮ່າງໂດຍລວມພາຍນອກເທົ່ານັ້ນ. ແລະນັ້ນກໍເປັນພຽງຄຳຄິດເຫັນໂດຍລວມທີ່ທີມຂ່າວພວກເຮົາໄດ້ຍົກມາໃຫ້ເບິ່ງທໍ່ນັ້ນ ເຊິ່ງແນ່ນອນວ່າ ກວ່າຮູບການກໍ່ສ້າງ ຫຼືການຕົກລົງເຫັນດີໃນເລື່ອງການສ້າງຫໍສະພາແຫ່ງຊາດນັ້ນ ແມ່ນຖືກພາກສ່ວນທີ່ກ່ຽວຂ້ອງເພິ່ນໄດ້ພິຈາລະນາທຸກຂັ້ນທຸກຕອນທຸກຢ່າງແລ້ວ ຈຶ່ງຂໍໃຫ້ເພື່ອນຜູ້ອ່ານພິຈາລະນາໃຫ້ດີກ່ອນຈະສະແດງຄຳເຫັນໃດໜຶ່ງຕໍ່ການກໍ່ສ້າງອາຄານຫໍສະພາແຫ່ງຊາດດັ່ງກ່າວ.

ຮູບແບບຈຳລອງ ຫໍສະພາແຫ່ງຊາດຫຼັງນີ້ ແມ່ນບໍ່ໄດ້ຮັບການພິຈາລະນາ

 

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...