Homeຂ່າວຕ່າງປະເທດຍີ່ປຸ່ນຊ໊ອກ! ນັກຮຽນຍິງ 15 ປີຂ້າຫັ່ນສົບໝູ່ຕົນເອງຄາຫ້ອງພັກ!

ຍີ່ປຸ່ນຊ໊ອກ! ນັກຮຽນຍິງ 15 ປີຂ້າຫັ່ນສົບໝູ່ຕົນເອງຄາຫ້ອງພັກ!

Published on

efgrthy
(ພາບປະກອບຂ່າວ)

 

ສຳນັກຂ່າວປະເທດຍີ່ປຸ່ນລາຍງານ ວັນທີ 28 ກໍລະກົດນີ້ວ່າ ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ

ຕຳຫຼວດໄດ້ຈັບກຸມເດັກນັກຮຽນຍິງ ອາຍຸ​ 15 ປີ ເຊິ່ງເປັນຜູ້ຕ້ອງສົງໄສຂ້າຫັ່ນສົບໝູ່ນັກຮຽນຍິງ

ທີ່ຮຽນຫ້ອງດຽວກັນ ໂດຍນັກຮຽນຍິງລາຍນີ້ ໄດ້ໃຫ້ການສາລະພາບຕໍ່ເຈົ້າໜ້າທີ່ຕຳຫຼວດໃນເວລາ

ຕໍ່ມາວ່າ ໄດ້ລົງມືຂ້າໝູ່ຂອງຕົນຊື່ ນາງ ມັດຊຸໂອະ ອາຍຸ 15 ປີ ແທ້ຈິງ ໂດຍໃຊ້ທ່ອນໂລຫະຟາດໃສ່

ຫົວ ແລ້ວໃຊ້ເຊືອກຮັດຄໍຈົນເສຍຊີວິດ ກ່ອນທີ່ຈະໃຊ້ມີດຕັດເອົາຫົວ ແລະ ແຂນເບື້ອງຊ້າຍຈົນ

ຂາດ ພາຍໃນຫ້ອງພັກອາພາດເມັ້ນຂອງຕົນເອງ ໃນເມືອງຊາເຊໂບະ ແຂວງນາງາຊາກິ ໂດຍກ່າວ

ວ່າຕົນເອງລົງມືຂ້າພຽງຄົນດຽວ.

 

ເນື່ອງຈາກຕຳຫຼວດໄດ້ພົບສົບຂອງຜູ້ເຄາະຮ້າຍ ໃນຫ້ອງພັກຂອງຜູ້ຕ້ງສົງໄສໃນຕອນເຊົ້າຂອງວັນ

ອາທິດ (27 ກໍລະກົດ) ພ້ອມກັບເຄື່ອງມືທີ່ໃຊ້ໃນການສັງຫານ ເຊິ່ງຜູ້ກໍ່ເຫດພັກຢູ່ໃນອາພາດເມັ້ນ

ພຽງລຳພັງ ໂດຍພໍ່ ແລະ ແມ່ຂອງນາງພັກຢູ່ຄົນລະແຫ່ງ ແຕ່ຢູ່ໃນເມືອງດຽວກັນ.

 

ຈາກການສອບສວນເບື້ອງຕົ້ນຕຳຫຼວດໃຫ້ຮູ້ວ່າ ຜູ້ຕ້ອງຫາ ແລະ ຜູ້ເຄາະຮ້າຍເປັນໝູ່ທີ່ຮຽນຈົບ

ມາຈາກໂຮງຮຽນມັດທະຍົມຕົ້ນແຫ່ງດຽວກັນ ເຊິ່ງນາງມັດຊູໂອະ ໄດ້ອອກຈາກບ້ານເມື່ອຕອນບ່າຍ

ຂອງມື້ວັນເສົາ ໂດຍໄດ້ບອກກັບພໍ່ແມ່ຂອງນາງວ່າຈະໄປຫາໝູ່ ແລະ ພໍ່ແມ່ຂອງນາງຈິ່ງໄດ້ແຈ້ງຕຳ

ຫຼວດ ຫຼັງເວລາລ່ວງເລີຍຈົນເຖິງກາງເດິກ ແຕ່ບໍ່ເຫັນລູກສາວກັບຄືນເຮືອນ.

 

ຕາມການສອບສວນໝູ່ ແລະ ຄົນຮູ້ຈັກກັບຜູ້ຕ້ອງຫາລາຍນີ້ ກ່າວວ່າ ນາງເປັນຄົນທີ່ອາລົມບໍ່ປົກ

ກະຕິ ຂຶ້ນໆລົງໆ ໂດຍທຸກຄັ້ງທີ່ມີປັນຫາກັບໃຜ ນາງກໍຈະເປັນຝ່າຍເລີ່ມຮ້ອງໄຫ້ກ່ອນສະເໝີ, ເຖິງ

ຢ່າງໃດກໍຕາມ ຜູ້ຕ້ອງຫາລາຍນີ້ຍັງບໍ່ທັນເປີດເຜີຍເຖິງມູນເຫດຈູງໃຈ ໃນການກໍ່ເຫດສະເທືອນ

ຂວັນຊາວຍີ່ປຸ່ນຄັ້ງນີ້ເທື່ອ.

 

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...