spot_img
Homeຂ່າວການພັດທະນາຍີ່ປຸ່ນຈະຊ່ວຍເຫລືອລົດເກັບຂີ້ເຫຍື້ອໃຫ້ ນ.ວ ຕື່ມອີກປະມານ 40 ກວ່າຄັນ!

ຍີ່ປຸ່ນຈະຊ່ວຍເຫລືອລົດເກັບຂີ້ເຫຍື້ອໃຫ້ ນ.ວ ຕື່ມອີກປະມານ 40 ກວ່າຄັນ!

Published on

Khi Yua

ທ່ານ ສອນທະວີ ພິມມະສານ ຫົວໜ້າກອງບໍລິການຂົນສົ່ງຂີ້ເຫຍື້ອອົງ ການພັດທະນາ ແລະ ບໍລິຫານຕົວເມືອງວຽງຈັນ (ອພບ) ໃຫ້ຮູ້ເມື່ອບໍ່ນີ້ວ່າ: ລັດຖະບານຍີ່ປຸ່ນໄດ້ຕົກລົງໃຫ້ການຊ່ວຍເຫລືອລົດເກັບຂີ້ເຫຍື້ອຕື່ມອີກປະ ມານ 45 ຄັນໃຫ້ນະຄອນຫລວງວຽງຈັນ, ເພື່ອນຳໃຊ້ເຂົ້າໃນການບໍລິການຈັດເກັບ ຂີ້ເຫຍື້ອໃນຕົວເມືອງນະຄອນ ຫລວງໃຫ້ມີປະສິດທິຜົນ ແລະ ທົ່ວເຖິງກວ່າເກົ່າ, ເຊິ່ງຄາດວ່າລົດເກັບຂີ້ເຫຍື້ອດັ່ງກ່າວຈະມາຮອດລາວໃນເດືອນຕຸລາປີນີ້, ເພື່ ອໃຫ້ທັນໄດ້ນຳໃຊ້ເກັບມ້ຽນຂີ້ເຫຍື້ອຊະຊາຍຕາມຕົວເມືອງ ໃຫ້ມີຄວາມສະອາດຈົບງາມກ່ອນກອງປະຊຸມສຸດຍອດອາ ຊຽນທີ່ປະເທດ ລາວເຮົາໄດ້ຮັບກຽດເປັນເຈົ້າພາບຈັດໃນປີ 2016 ທີ່ຈະເຖິງນີ້.

ທ່ານຫົວໜ້າກອງບໍລິການຂີ້ເຫຍື້ອ ກ່າວວ່າ:ປັດຈຸບັນຢູ່ນະຄອນຫລວງວຽງຈັນມີຂີ້ເຫຍື້ອປະມານ 300 ໂຕນຕໍ່ມື້, ໃນນັ້ນມີ 9 ບໍລິສັດເອກະຊົນທີ່ໃຫ້ບໍລິການຈັດເກັບຂີ້ເຫຍື້ອໃນຕົວເມືອງໃຫຍ່ ແລະ ສ່ວນໜຶ່ງແມ່ນພາກສ່ວນລັດເປັນຜູ້ຈັດເກັບ, ແຕ່ກໍເຫັນວ່າການຈັດເກັບຕົວຈິງແມ່ນມີຄວາມຫຍຸ້ງຍາກສົມຄວນ, ຍ້ອນສ່ວນໜຶ່ງມາຈາກບັນຫາລົດເກັບຂີ້ເຫຍື້ອ ບໍ່ພຽງພໍ, ເຊິ່ງປັດຈຸບັນກອງບໍລິການຂີ້ເຫຍື້ອມີລົດເກັບຂີ້ເຫຍື້ອປະມານ 20 ກວ່າຄັນ, ໃນນັ້ນໃຊ້ງານໄດ້ພຽງ 10 ກວ່າຄັນ. ດັ່ງນັ້ນ, ລົດເກັບຂີ້ເຫຍື້ອທີ່ຈະໄດ້ຮັບການຊ່ວຍເຫລືອຈາກຍີ່ປຸ່ນໃນຄັ້ງນີ້ຈະປະກອບສ່ວນສຳຄັນ ໃນການຮັບໃຊ້ຈັດເກັບຂີ້ເ ຫຍື້ອໃນນະຄອນຫລວງວຽງຈັນ ໄດ້ຢ່າງມີປະສິດຜົນ, ຮັບປະກັນຄວາມສະອາດປອດໄພດ້ານມົນລະພິດດີກວ່າເກົ່າ ແລະ ເຮັດໃຫ້ການຈັດຕັ້ງປະຕິບັດນະໂຍບາຍ ສ ສະອາດ ຂອງນະຄອນຫລວງວຽງຈັນປະກົດຜົນເປັນຈິງຂຶ້ນເທື່ອລະກ້າວ.

 

ແຫລ່ງ​ຂ່າວ: ລາວ​ພັດ​ທະ​ນາ

 

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...