Homeຂ່າວພາຍ​ໃນຍິງໜຸ່ມ 70 ພັນຄົນ ໃນປະເທດດ້ອຍພັດທະນາ ເສຍຊີວິດຈາການຖືພາ ແລະ ເກີດລູກ

ຍິງໜຸ່ມ 70 ພັນຄົນ ໃນປະເທດດ້ອຍພັດທະນາ ເສຍຊີວິດຈາການຖືພາ ແລະ ເກີດລູກ

Published on

ຍິງໜຸ່ມ 70 ພັນຄົນ ໃນປະເທດດ້ອຍພັດທະນາ ເສຍຊີວິດຈາການຖືພາ ແລະ ເກີດລູກ

ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ ໄດ້​ຈັດ​ພິທີ​ເຜີຍແຜ່​ບົດ​ລາຍ​ງານ ສະຖານະ​ພາບ​ປະຊາກອນ​ໂລກ ປະຈຳ​ປີ 2013 ພາຍ​ໃຕ້​ຫົວຂໍ້ “ການ​ເປັນ​ແມ່​ໃນ​ເດັກ” ບັນຫາ​ທີ່​ທ້າ​ທາຍ​ຂອງ​ການ​ຖືພາ​ໃນ​ໄວ​ໜຸ່ມ ໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 28 ພະຈິກ 2013 ທີ່​ໂຮງແຮມ​ລາວ​ພລາ​ຊາ ໂດຍ​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ສົມ​ຈິດ ອິນ​ທະ​ມິດ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ແຜນການ ແລະ ການ​ລົງທຶນ ແລະ ທ່ານ​ນາງ ແອັສ​ເຕີ ມຸຍ ຜູ້ຕາງໜ້າ​ອົງການ​ສະຫະ​ປະຊາ​ຊາດ ກອງ​ທຶນ​ສຳລັບ​ປະຊາກອນ ໂດຍ​ມີ​ບັນດາ​ທ່ານ​ຜູ້ຕາງໜ້າ​ຈາກ​ບັນດາ​ກະຊວງ ຂະແໜງການ ແລະ ພາກສ່ວນ​ຕ່າງໆ​ເຂົ້າ​ຮ່ວມ.

ພິທີ​ດັ່ງກ່າວ​ໄດ້​ຈັດ​ຂຶ້ນ ເພື່ອ​ເຜີຍແຜ່​ບົດ​ລາຍ​ງານ​ສະຖານະ​ພາບ​ຂອງ​ປະຊາກອນ​ໂລກ ເຊິ່ງ​ໃນ​ປີ​ນີ້ ເນື້ອ​ໃນ​ຂອງ​ບົດ​ລາຍ​ງານ​ໄດ້​ເນັ້ນ​ໃສ່ ບັນຫາ​ສິ່ງ​ທ້າ​ທາຍ​ຂອງ​ການ​ຖືພາ​ໃນ​ໄວ​ໜຸ່ມ ແລະ ບັນດາ​ຜົນ​ກະທົບ​ຈາກ​ການ​ຖືພາ​ທີ່​ມີ​ຕໍ່​ການ​ສຶກ​ສາ ສຸຂະພາບ ແລະ ໂອກາດ​ໃນ​ການ​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ໄວ​ໜຸ່ມ​ຍິງ ພ້ອມ​ນັ້ນ ກໍ​ໄດ້​ນຳ​ສະເໜີ​ບັນດາ​ມາດ​ຕະການ​ດຳເນີນ​ການ​ຕ່າງໆ ເພື່ອ​ຫຼຸດຜ່ອນ​ທ່າ​ອ່ຽງ​ການ​ຖືພາ​ຂອງ​ໄວ​ໜຸ່ມ ການ​ປົກ​ປ້ອງ​ສິດ ແລະ ຄຸນ​ນະ​ພາບ​ຊີວິດ​ຂອງ​ເດັກ​ຍິງ.

ອີງ​ຕາມ​ບົດ​ລາຍ​ງານ​ສະຖານະ​ພາບ​ຂອງ​ປະຊາກອນ​ໂລກ​ໄດ້​ໃຫ້​ຮູ້​ວ່າ: ໃນ​ທົ່ວ​ໂລກ ເດັກ​ຍິງ​ທີ່​ທຸກ​ຍາກ​ຂາດ​ການ​ສຶກ​ສາ ແລະ ຢູ່​ເຂດ​ຊົນນະບົດ ແມ່ນ​ມີ​ທ່າ​ອ່ຽງ​ທີ່​ຈະ​ຖືພາ​ຫຼາຍ​ກວ່າ​ເດັກ​ຍິງ​ທີ່ຢູ່​ໃນ​ຄອບຄົວ​ທີ່​ຮັ່ງມີ ມີ​ການ​ສຶກ​ສາ ແລະ ຢູ່​ໃນ​ຕົວ​ເມືອງ ນອກ​ນີ້ ເດັກ​ຍິງ​ຊົນເຜົ່າ ກຸ່ມ​ດ້ອຍ​ໂອກາດ ຫຼື ຜູ້​ທີ່​ບໍ່​ສາມາດ​ເຂົ້າ​ເຖິງ​ການ​ບໍລິການ​ສາທາລະນະ​ສຸກ ແລະ ສຸຂະພາບ​ຈະເລີນ​ພັນ ກໍ່​ມີ​ຄວາມ​ສ່ຽງ​ສູງ​ເຊັ່ນ​ກັນ ການ​ຖືພາ​ແມ່ນ​ມີ​ຜົນ​ຕາມ​ມາ​ອັນ​ຮ້າຍ​ແຮງ​ຕໍ່​ສຸຂະພາບ​ຂອງ​ເດັກ​ຍິງ ຍ້ອນ​ຮ່າງກາຍ​ຍັງ​ບໍ່​ທັນ​ຂະຫຍາຍຕົວ​ຢ່າງ​ເຕັມ​ສ່ວນ ມີ​ຊາວ​ໜຸ່ມ​ຍິງ​ປະມານ 70.000 ຄົນ ໃນ​ປະເທດ​ທີ່​ກຳລັງ​ພັດທະນາ ເສຍ​ຊີວິດ​ໃນ​ແຕ່​ລະ​ປີ ຍ້ອນ​ສາເຫດ​ທີ່​ເກີດ​ຈາກ​ການ​ຖືພາ ແລະ ເກີດ​ລູກ.

ການ​ຖືພາ​ຂອງ​ໄວ​ໜຸ່ມ​ຍິງ ຫຼື ການ​ຖືພາ​ກ່ອນ​ໄວ​ອັນ​ຄວນ ແມ່ນ​ເກີດ​ຈາກ​ຫຼາຍ​ປັດ​ໄຈ ເປັນຕົ້ນ​ແມ່ນ​ຄວາມທຸກ​ຍາກ ຄວາມ​ກົດ​ດັນ​ຂອງ​ສະພາບ​ແວດ​ລ້ອມ​ອ້ອມ​ຂ້າງ ການ​ຍອມຮັບ​ຂອງ​ຊຸມ​ຊົນ ແລະ ຄອບຄົວ​ຕໍ່​ກັບ​ການ​ແຕ່ງງານ​ກ່ອນ​ໄວ​ອັນ​ຄວນ ການ​ຂາດ​ຄວາມ​ພະຍາຍາມ​ທີ່​ຈະ​ໃຫ້​ເດັກ​ຍິງ​ຮຽນ​ໜັງສື​ຕໍ່ ແລະ ໃນ​ຫຼາຍ​ກໍລະນີ​ການ​ຖືພາ ກໍ່​ແມ່ນ​ຜົນ​ຈາກ​ຄວາມ​ຮຸນ​ແຮງ ຫຼື ການ​ບັງຄັບ​ຂົ່ມຂູ່​ທາງ​ເພດ​ໃນ​ຫຼາຍ​ປະເທດ ແມ່ນ​ມີ​ວິທີ​ການ ແລະ ມາດ​ຕະການ​ຕ່າງໆ ເພື່ອ​ຫຼຸດຜ່ອນ​ການ​ຖືພາ​ຂອງ​ໄວ​ໜຸ່ມ​ຍິງ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...