spot_img
Homeຂ່າວພາຍ​ໃນຊຸດ "ຕຳໝາກຫຸ່ງລາວ" ຊຸດປະຈຳຊາດທີ່ Miss Grand Laos ປີນີ້ຈະນຸ່ງເຂົ້າປະກວດ

ຊຸດ “ຕຳໝາກຫຸ່ງລາວ” ຊຸດປະຈຳຊາດທີ່ Miss Grand Laos ປີນີ້ຈະນຸ່ງເຂົ້າປະກວດ

Published on

ຊຸດ “ຕໍາໝາກຫຸ່ງລາວ” ເປັນຊຸດປະຈຳຊາດທີ່ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ຈະນຸ່ງເຂົ້າປະກວດໃນເວທີ Miss Grand International ຄັ້ງທີ 9 ເຊິ່ງຈະຈັດຂຶ້ນທີ່ພູເກັດ, ປະເທດໄທໃນຕົ້ນເດືອນທັນວາທີ່ຈະມາເຖິງນີ້.

ອີງຕາມຂໍ້ມູນຈາກເພດຈ໌ MISS GRAND LAOS ມິສແກຣນລາວ, ແຮງບັນດານໃນການອອກແບບຊຸດດັ່ງກ່າວສືບເນື່ອງມາຈາກ “ຕຳຫມາກຫຸ່ງ” ຖືເປັນອາຫານພື້ນເມືອງ ຂອງປະເທດລາວ ມີລົດຊາດສົ້ມຫວານ, ເຜັດ, ເຄັມ, ນົວ ແລະເມື່ອເວົ້າເຖີງອາຫານລາວ ຖືເປັນອັນດັບທຳອິດທີ່ທຸກຄົນຕ້ອງຄິດຫາ “ຕຳຫມາກຫຸ່ງ”. ຊຸດດັ່ງກ່າວ ອອກແບບໂດຍ ສາຍແກ້ວ ສີດາວົງ ແລະ ຕັດຊຸດໂດຍ ຄໍາພີ ອະລັງການ.

ສຳລັບສ່ວນປະກອບຂອງ ຊຸດ “ຕໍາໝາກຫຸ່ງລາວ” ຜູ້ປະດິດໄດ້ນຳເອົາຜ້າໄຫມລາວ ແລະນຳເທັກນິກເຄື່ອງຈັກສານ ມາອອກແບບເຂົ້າດ້ວຍກັນ ເພື່ອໃຫ້ໄດ້ລົດຊາດ ຂອງການກີນຕຳຫມາກຫຸ່ງ ແລະເພີ່ມກີ່ນອາຍຂອງຄວາມເປັນລາວ ດ້ວຍການແຕ່ງກາຍແບບຊຸດລາວພື້ນເມືອງ ຜ່ານການສື່ສານໃນຮູບແບບຊຸດປະຈຳຊາດ Miss grand Laos.

ທາງທີມງານລາວໂພສ ຂໍເປັນອີກແຮງກຳລັງໃຈໃຫ້ນ້ອງ ດາວມີໄຊ ພະຈັນສິດທິ, Miss Grand Laos 2021 ປະສົບຜົນສຳເລັດ ແລະກັບປະເທດພ້ອມລາງວັນຕິດໄມ້ຕິດມືມາຝາກແຟນໆທຸກຄົນຢູ່ທາງບ້ານ.

ເປັນແນວໃດພາກັນຖືກໃຈກັນບໍ່?

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...