spot_img
Homeຂ່າວການພັດທະນາຈຳປາສັກ ໃຫ້ 3 ບໍລິສັດເກົາຫຼີ ເປັນທີ່ປຶກສາໂຄງການພັດທະນາແຄມຂອງປາກເຊ

ຈຳປາສັກ ໃຫ້ 3 ບໍລິສັດເກົາຫຼີ ເປັນທີ່ປຶກສາໂຄງການພັດທະນາແຄມຂອງປາກເຊ

Published on

ເປັນ​ທີ່​ຈະ­ແຈ້ງ​ແລ້ວ​ສຳ­ລັບ​ໂຄງ ການ​ຍຸດ​ທະ​ສາດ​ການ​ຍົກ​ລະ­ດັບ​ຕົວເມືອງ​ປາກ​ເຊ​ໃຫ້​ກາຍ­ເປັນ​ນະ­ຄອນ​ໃນອະ­ນາ­ຄົດ​ອັນ​ໃກ້

ຫຼັງ​ທີ່​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ​ໄດ້​ອະ­ນຸ­ມັດ​ໃຫ້ 3 ບໍ­ລິ­ສັດ​ຈາກ ສ.ເກົາ­ຫລີ ມາ​ເປັນ​ທີ່​ປຶກ­ສາ ໂຄງ­ການ​ພັດ­ທະ­ນາ​ແຄມ​ຂອງ​ເມືອງ ປາກ​ເຊ ຊຶ່ງ​ຈະ​ໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ໃນ ທ້າຍ​ປີ​ນີ້ ແລະ​ຄາດ​ວ່າ​ຈະ​ສຳ­ເລັດ​ໃນ ກາງ​ປີ 2021 ໃນ​ມູນ​ຄ່າ​ກໍ່­ສ້າງ​ທັງ​ໝົດ 65 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດໃນ​ຂະ ນະ​ທີ່​ຈະ​ໄດ້​ໃຊ້​ເງິນ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ ເຖິງ 6 ລ້ານ​ກວ່າ​ໂດ​ລາ.

ໂຄງ­ການ​ພັດ­ທະ­ນາ​ແຄມ​ຂອງ​ເມືອງ ປາກ​ເຊ ແຂວງ​ຈຳ­ປາ​ສັກ, ແມ່ນ​ອີກ​ໂຄງ ການ​ຍຸດ​ທະ​ສາດ​ທີ່​ສຳ­ຄັນ​ຂອງ​ແຂວງ ໃນ​ການ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ແຂວງ​ຈຳ­ປາ​ສັກ ໂດຍ​ສະ­ເພາະ​ແມ່ນ  ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ໃຫ້ ກ້າວ​ໄປ​ສູ່​ຄວາມ​ທັນ​ສະ­ໄໝ​ສວຍ​ງາມ, ທັງ​ເປັນ​ການ​ຍົກ​ລະ­ດັບ​ຕົວ​ເມືອງ​ປາກ ເຊ​ໃຫ້​ກາຍ­ເປັນ​ເທ­ສະ​ບານ​ກໍ​ຄື​ນະ­ຄອນ ໃນ​ອະ­ນາ­ຄົດ​ອັນ​ໃກ້, ສະ­ນັ້ນ​ອຳ­ນາດ ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ​ຈິ່ງ​ໄດ້​ພະ ຍາ​ຍາມ ແລະ​ສູ້​ຊົນ​ເຮັດ​ໃຫ້​ໂຄງ­ການ​ດັ່ງ ກ່າວ​ເກີດ​ຂຶ້ນ​ຢ່າງ​ເປັນ​ຮູບ​ປະ​ທຳ ໂດຍ ໄດ້​ເລີ່ມ​ມີ​ການ​ເຊັນ​ບົດ​ບັກ​ທຶກ ເພື່ອ​ສຶກ ສາ​ຄວາມ​ເປັນ​ໄປ​ໄດ້​ໃນ​ທ້າຍ​ປີ 2014 ແລະ​ໄດ້​ມີ​ການ​ສຶກ​ສາ​ຄວາມ​ເປັນ​ໄປ​ໄດ້ ຂອງ​ໂຄງ­ການ​ຕົວ​ຈິງ​ທ້າຍ​ປີ 2014 ແລະ​ມາ​ສຳ­ເລັດ​ໃນ​ກາງ​ປີ 2015, ນຳ​ໃຊ້ເງິນ​ຊ່ວຍ­ເຫຼືອ​ລ້າຈາກ​ກອງ​ທຶນ​ຮ່ວມ​ມື​ພັດ­ທະ­ນາ​ເສດ​ຖະ ກິດ (EDCF) ຂອງ ສ.ເກົາ­ຫຼີ, ພ້ອມ​ທັງ ໄດ້​ເຊັນ​ບົດ​ບັກ​ທຶກ​ກະ­ກຽມ​ໂຄງ­ການ​ໄປ​ພ້ອມ​ກັນ.

ໂຄງ­ການ​ດັ່ງ­ກ່າວ​ປະ­ກອບ​ດ້ວຍ 4 ໜ້າ​ວຽກ​ໃຫຍ່​ຄື: ໜຶ່ງ​ແມ່ນ​ຈະ​ໄດ້​ກໍ່­ສ້າງ ຄູ​ປ້ອງ​ກັນ​ນ້ຳ​ຖ້ວມ ແລະ​ກັນ​ເຈື່ອນ​ແຄມ ນ້ຳ­ຂອງ ແລະ​ເຊ​ໂດນ ຊຶ່ງ​ມີ​ຄວາມ​ຍາວ ທັງ​ໝົດ 16 ກວ່າ​ກິ­ໂລ­ແມັດ, ສອງ​ແມ່ນ ຈະ​ໄດ້​ກໍ່­ສ້າງ​ທາງ​ຍົກ​ລະ­ດັບ​ຍາວ 2 ກິ​ໂລ ແມັດ​ກວ່າ, ສາມ​ກໍ່­ສ້າງ​ສວນ​ສາ​ທະ​ລະ ນະ​ຢູ່​ແຄມ​ຂອງ​ໃນ​ເນື້ອ­ທີ່ 10,6 ເຮັກ­ຕາ ແລະ​ກໍ່­ສ້າງ​ລະ­ບົບ​ລະ­ບາຍ​ນ້ຳ ໂດຍ​ໂຄງ ການ​ດັ່ງ­ກ່າວ​ຈະ​ໃຊ້​ທຶນ​ເຂົ້າ​ໃນ​ການ​ກໍ່ ສ້າງ​ທັງ​ໝົດ 65.653.000 ໂດ​ລາ​ສະ ຫະ​ລັດ, ໃນ​ນັ້ນ​ເງິນ​ກູ້​ຢືມ​ຈາກ​ທະ​ນາ ຄານ​ອາ­ຊີ 53 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ ແລະ​ເງິນ​ສົມ­ທົບ​ຂອງ​ແຂວງ 12 ລ້ານ ກວ່າ​ໂດ​ລາ​ສະ­ຫະ­ລັດ,ສະ­ເພາະ​ທຶນ​ທີ່​ໃຊ້ເຂົ້າ​ໃນ​ການ​ຊົດ​ເຊີຍ​ສິ່ງ​ກີດ­ຂວາງ​ສູງ ເຖິງ 6 ລ້ານ​ກວ່າ​ໂດ​ລາ ຄາດ​ວ່າ​ຈະ​ໃຊ້ ເວ­ລາ​ໃນ​ການ​ກໍ່­ສ້າງ​ໃຫ້​ສຳ­ເລັດ​ພາຍ​ໃນ 5 ປີ​ຄື​ປີ 2021 ແມ່ນ​ໃຫ້​ສາ­ມາດ​ເປີດ ການ​ນຳ​ໃຊ້.

ພິ­ທີ​ເຊັນ​ສັນ­ຍາ​ວ່າ​ດ້ວຍ​ການ​ອະ­ນຸ­ມັດ ບໍ­ລິ­ສັດ​ເປັນ​ທີ່​ປືກ​ສາ​ໂຄງ­ການ​ພັດ​ທະ ນາ​ແຄມ​ຂອງ​ເມືອງ​ປາກ​ເຊ ແຂວງ​ຈຳ ປາ​ສັກ, ໄດ້​ມີ​ຂຶ້ນ​ໃນ​ຕົ້ນ​ເດືອນ​ນີ້​ຢູ່​ທີ່​ໂຮງ ແຮມ​ຈຳ­ປາ​ສັກ​ແກຣນ ໂດຍ​ຕາງ­ໜ້າ​ໃຫ້ ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ ແມ່ນ​ທ່ານ ສຸກ­ຂະ­ເສີມ ປາກ​ດີ​ມະ­ນີ​ວົງ ຫົວ­ໜ້າ​ພະ​ແນກ​ໂຍ­ທາ​ທິ​ການ ແລະ​ຂົນ ສົ່ງ​ກັບ​ທ່ານ ຮາ​ຊູ​ຢັງ ປະ­ທານ​ບໍ­ລິ­ສັດ ອີ ສານ-ໂດ​ວາ ແລະ LTEC, ເຂົ້າ​ຮ່ວມ ເປັນ​ສັກ­ຂີ​ພິ­ຍານ​ມີ​ທ່ານ ບົວ​ສອງ ວົງ ສອນ​ຄອນ ຮອງ​ເຈົ້າ­ແຂວງໆ​ຈຳ­ປາ​ສັກ, ທ່ານ ເມກ​ສະ­ຫວັນ ພົມ​ພິ​ທັກ ປະ­ທານ ສະ­ພາ​ປະ­ຊາ­ຊົນ​ແຂວງ​ຈຳ­ປາ​ສັກ, ພ້ອມ ດ້ວຍ​ບັນ­ດາ​ທ່ານ​ແຂກ​ຜູ້​ທີ່​ກ່ຽວ­ຂ້ອງ​ເຂົ້າຮ່ວມ.

ທີ່ມາ: 

ບົດຄວາມຫຼ້າສຸດ

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...