spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ຈັບໄດ້ແລ້ວ ຄາດຕະກອນໂຫດ ໃຊ້ນ້ຳມັນເຜົາຄົນທັງເປັນ

ຈັບໄດ້ແລ້ວ ຄາດຕະກອນໂຫດ ໃຊ້ນ້ຳມັນເຜົາຄົນທັງເປັນ

Published on

ອີງຕາມການລາຍງານຂອງເຈົ້າໜ້າທີ່ຕຳຫຼວດແຂວງຈຳປາສັກ ສາມາດຈັບຕົວ ທ້າວ ເລຮຸ່ງ ຜູ້ໃຊ້ນ້ຳມັນເຜົາຄົນທັງເປັນ, ໃນເດືອນກໍລະກົດ 2016 ຜ່ານມາ ພາຍຫຼັງທີ່ໄດ້ລົງມືຢ່າງໂຫດຫ້ຽມ ແລ້ວເອົາຕົວຫຼົບໜີໄປຢູ່ນະຄອນຫຼວງວຽງຈັນ.
ທ່ານ ພັນໂທ ໄພຈິດ ໄຊຍະເດດ ຮອງຕຳຫຼວດຜູ້ຊີ້ນຳວຽກງານ ສືບສວນສອບສວນ ປກສ ແຂວງຈຳປາສັກ ລາຍງານໃຫ້ຮູ້ວ່າ: ວັນທີ 25 ຕຸລາ 2016 ເຈົ້າໜ້າທີ່ ປກສ ແຂວງຈຳປາສັກສົມທົບກັບເຈົ້າໜ້າທີ່ ປກສ ນະຄອນຫຼວງວຽງຈັນ ສາມາດນຳຈັບຕົວ ທ້າວ ເລຮຸ່ງ ຫຼື ຮຸ່ງ ອາຍຸ 27 ປີ ອາຊີບກຳມະກອນ ສັນຊາດຫວຽດນາມ ຢູ່ບ້ານພັດທະນາທ່າໄຮ ເມືອງປາກເຊ ແຂວງຈຳປາສັກ ມາດຳເນີນຄະດີໄດ້ແລ້ວ ໃນຂໍ້ຫາຄາດຕະກອນໂຫດທີ່ໃຊ້ນ້ຳມັນເຜົາຄູ່ອາຄາດທັງເປັນ.
ຜ່ານການສືບສວນ-ສອບສວນ ທ້າວ ເລຮຸ່ງ ໄດ້ສາລະພາບວ່າ: ໃນເດືອນມີນາ 2016 ຜູ້ກ່ຽວໄດ້ເອົາຢາເສບຕິດປະເພດຢາບ້າຈຳນວນ 1 ຖົງເທົ່າກັບ 200 ເມັດ ໃຫ້ທ້າວ ພອນທະວີ ອາຍຸ 32 ປີ (ຜູ້ເສຍຊີວິດ) ເປັນຜູ້ໄປຈຳໜ່າຍ. ແຕ່ພາຍຫຼັງຂາຍໝົດແລ້ວ ທ້າວ ພອນທະວີ ບໍ່ໄດ້ເອົາເງິນມາໃຫ້ຜູ້ກ່ຽວ, ສະນັ້ນ ທ້າວ ເລຮຸ່ງ ຈິ່ງໄດ້ ທວງຖາມເອົາເງິນຫຼາຍຄັ້ງ ແຕ່ບໍ່ໄດ້, ຕົກມາຮອດ ວັນທີ 24 ກໍລະກົດ 2016 ເວລາປະມານ 20:00 ໂມງ ຜູ້ກ່ຽວໄດ້ໄປຊື້ນ້ຳມັນແອັດຊັງ ຢູ່ປ້ຳນ້ຳມັນ ຈິດປະສົງ ຈຳນວນ 15.000 ກີບ ໃສ່ກະຕຸກ ເພື່ອມາໃສ່ລົດຈັກຢູ່ເຮືອນ ພໍຂີ່ມາຮອດຄ້ອຍ ໜ້າສະໜາມບິນສາກົນປາກເຊ ໄດ້ຫຼຽວເຫັນ ທ້າວ ພອນທະວີ ນັ່ງຄາບລົດຈັກຢູ່ແຄມທາງ ຜູ້ກ່ຽວຈິ່ງໄດ້ເຂົ້າໄປທວງຖາມເລື່ອງເງິນ ແຕ່ ທ້າວ ພອນທະວີ ຕອບປະຕິເສດວ່າບໍ່ມີເງິນ, ຜູ້ກ່ຽວຈິ່ງເກີດຄວາມໂມໂຫຢາກຮ້າຍ ຈິ່ງໄດ້ເອົານ້ຳມັນແອັດຊັງທີ່ຊື້ມາ ຫົດໃສ່ ທ້າວ ພອນທະວີ ແລ້ວຂີດກັບໄຟໃສ່ ເຮັດໃຫ້ໄຟໄໝ້ລຸກຖ້ວມຕົນໂຕ ທ້າວ ພອນທະວີ ທັງເປັນ. ຈາກນັ້ນສອງວັນຕໍ່ມາຄືວັນທີ 26 ກໍລະກົດ 2016 ທ້າວ ພອນທະວີ ກໍ່ໄດ້ເສຍຊີວິດລົງທີ່ໂຮງໝໍແຂວງ. ສ່ວນ ທ້າວ ເລຮຸ່ງ ກໍ່ໄດ້ເອົາຕົວຫຼົບໜີຄື: ວັນທີ 24 ກໍລະກົດ 2016 ໄດ້ໄປເຊົ່າຫ້ອງນອນຢູ່ເມືອງຊະນະສົມບູນ, ວັນທີ 25 ກໍລະກົດ 2016 ໄດ້ໄປເຊົ່າ ເຮືອນພັກ ຢູ່ແຂວງສະຫວັນນະເຂດເປັນເວລາ 2 ອາທິດ ຈິ່ງໄດ້ໜີໄປພັກນຳພີ່ນ້ອງຢູ່ນະຄອນຫຼວງວຽງຈັນ. ຈົນມາຮອດວັນທີ 25 ຕຸລາ 2016 ນີ້ຈິ່ງຖືກເຈົ້າໜ້າທີ່ກັກຕົວໄດ້ມາດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ໜັງສືພິມ ຈຳປາໃໝ່

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...