spot_img
Homeຂ່າວຕ່າງປະເທດຄົ້ນພົບ ມັມມີ່ (ຊາກສົບແຫ້ງ) ຂອງຂຸນນາງຊັ້ນສູງ ຢູ່ອີຢິບ

ຄົ້ນພົບ ມັມມີ່ (ຊາກສົບແຫ້ງ) ຂອງຂຸນນາງຊັ້ນສູງ ຢູ່ອີຢິບ

Published on

ອີງຕາມການລາຍງານຂອງສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 14 ພະຈິກຜ່ານມາວ່າ ນັກບູຮານຄະດີຄົນສະເປນ ໄດ້ຄົ້ນພົບມັມມີ່ ທີ່ມີອາຍຸຫຼາຍພັນປີ ທີ່ຍັງຢູ່ສະພາບດີ ຢູ່ບໍລິເວນທາງທິດໃຕ້ຂອງຂອງເມືອງລັກຊໍ ປະເທດອີຢິບ.

ມັມມີ່ ດັ່ງກ່າວ ມີຊີວິດຢູ່ໃນສະໄໝ 1,075-664 ປີ ກ່ອນ ຄ.ສ, ມັມມີ່ ທີ່ຄົ້ນພົບນັ້ນຖືກຫໍ່ດ້ວຍຜ້າລິນິນ ແລະຍັງຢູ່ສະພາບດີ ເຖິງແມ່ນວ່າເວລາຈະຜ່ານມາດົນນານແລ້ວກໍຕາມ, ມັມມີ່ ຖືກບັນຈຸຢູ່ໃນໂລງໄມ້ທີ່ວາດພາບລວດລາຍສີສັນງົດງາມ ເຊິ່ງໂລງນີ້ຖືກຝັງຢູ່ໃກ້ກັບວິຫານຂອງກະສັດຣິ ໃນສະໄໝນັ້ນ

%e0%ba%a1%e0%ba%b1%e0%ba%a1%e0%ba%a1%e0%ba%b5%e0%bb%88%e0%bb%88

ທາງຫົວໜ້າທີມສຳຫຼວດ ມິຣຽມ ເຊໂກ ອະອາເຣດ ເວົ້າວ່າ ມັມມີ່ ທີ່ຖືກຄົ້ນພົບພ້ອມກັບໂລງ ທີ່ໄດ້ຕົບແຕ່ງສັນຍະລັກຄວາມເຊື່ອ ແລະສາສະໜາຂອງອີຢິບເຊັ່ນ: ເທບທິດາໄອຊິສ, ເທວີເນບຣີດ ແລະສີ່ຈະຕຸລະອາຊາເປັນຕົ້ນ, ສຳລັບ ເທັກໂນໂລຢີ ການຮັກສາສົບ ດ້ວຍຂະບວນການເຮັດມັມມີ່ນັ້ນ ເປັນທີ່ນິຍົມຢູ່ເອຢິບ ມາຕັ້ງແຕ່ 4,500 ປີກ່ອນ ຄ.ສ ຕາມຄວາມເຊື່ອວ່າ ຕ້ອງຮັກສາຮ່າງກາຍຂອງຜູ້ເສຍຊີວິດໄວ້ ເພາະວ່າເມື່ອວິນຍານອອກຈາກຮ່າງໄປແລ້ວຈະກັບຄືນມາຮ່າງເດີມອີກຄັ້ງ.

ເມືອງລັກຊໍ ແຫ່ງນີ້ ຕັ້ງຢູ່ເທິງແຄມຝັ່ງຂອງແມ່ນໍ້າໄນ ຢູ່ໃນທີ່ນີ້ມີປະຊາກອນປະມານ 5 ແສນຄົນ, ເປັນສະຖານທີີ່ທີ່ມີວິຫານຫຼາຍ ແລະຂຸມຝັງສົບທີ່ຖືກສ້າງໃນສະໄໝຂອງຟາໂຣເຮືອງອຳນາດ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...