spot_img
Homeຂ່າວຕ່າງປະເທດຄົນຢ້ານເຂັມມີເຮ ຝຣັ່ງກຽມທົດລອງວັກຊີນໂຄວິດ-19 ແບບພົ່ນໃສ່ທາງດັງ

ຄົນຢ້ານເຂັມມີເຮ ຝຣັ່ງກຽມທົດລອງວັກຊີນໂຄວິດ-19 ແບບພົ່ນໃສ່ທາງດັງ

Published on

ປັດຈຸບັນ ການສັກວັກຊີນເປັນວິທີທີ່ມີປະສິດທິພາບທີ່ສຸດໃນການຄວບຄຸມການແຜ່ລະບາດຂອງ COVID-19. ໃນທົ່ວໂລກ, ມັນເປັນການເລັ່ງດ່ວນເພື່ອໃຫ້ປະຊາຊົນເຂົ້າເຖິງວັກຊີນໄວເທົ່າທີ່ຈະໄວໄດ້, ໃນຂະນະດຽວກັນ, ກໍມີການພັດທະນາວິທີການໃຊ້ວັກຊີນສ້າງ ແລະ ກະຕຸ້ນພູມຄຸ້ມກັນໃຫ້ຄົນໄດ້ຫຼາຍກວ່າການສັກ ໂດຍການພົ່ນທາງອາກາດເພື່ອຊຸກດັນໃຫ້ວັກຊີນເຂົ້າໄປໃນຜິວໜັ້ງ ແທນທີ່ຈະເປັນເຂັມທີ່ທົດສອບໂດຍ DIOSynVax ຂອງອັງກິດ. ລວມທັງວິທີຢອດ ແລະ ສີດພົ່ນໃສ່ດັງ ທີ່ຫຼາຍປະເທດໃຫ້ຄວາມສົນໃຈ.

ຫຼ້າສຸດ​ ​ປະ​ເທດ​ຝຣັ່ງ​ ວັກຊີນໂປຣຕີນເບສ ທີ່ພັດທະນາໂດຍທີມງານ BioMAP ເຊິ່ງເປັນການຮ່ວມມືຂອງສະຖາບັນຄົ້ນຄວ້າກະສິກຳ, ອາຫານ ແລະ ສິ່ງແວດລ້ອມແຫ່ງຊາດຝຣັ່ງ (INRAE) ແລະ ທີມວິໄຈພະຍາດຕິດຕໍ່ ແລະ ສາທາລະນະສຸກ. ມະຫາວິທະຍາໄລທົວພະຍາດຕິດແປດ ແລະສາທາລະນະສຸກ (ISP) ພັດທະນາວັກຊີນ COVID-19 ຊະນິດທີ່ໃຫ້ຜ່ານທາງດັງ ທີ່ເຮັດວຽກຄ້າຍກັບວິທີສັກຢາເຂົ້າກ້າມຊີ້ນ ແລະ ສ້າງພູມຕ້ານທານໃນລະດັບ mucosal.

ເຊັ່ນດຽວກັນກັບວັກຊີນທົ່ວໄປ ວັກຊີນແບບພົ່ນດັງມີປະສິດທິພາບໃນການຕໍ່ຕ້ານໂຄວິດ-19 ສາຍພັນອັນຕະລາຍ ແລະ ນອກຈາກຈະສາມາດຢັບຢັ້ງໄວຣັສໄດ້ຕັ້ງແຕ່ຕົ້ນ ທີ່ດ່ານໜ້າໃນໂພງດັງແລ້ວ ຍັງມີຂໍ້ດີອື່ນໆອີກຫຼາຍປະການ, ຂໍ້ດີອີກຢ່າງໜຶ່ງຄື ສໍາລັບຄົນທີ່ຢ້ານເຂັມສັກຢາ ແລະ ບໍ່ກ້າເຂົ້າມາຮັບວັກຊີນ ການສົ່ງວັກຊີນຜ່ານທາງອື່ນໆເຂົ້າສູ່ຮ່າງກາຍກໍສາມາດເຮັດໃຫ້ຄົນເຂົ້າມາຮັບວັກຊີນໄດ້ຫຼາຍຂຶ້ນ.

ຢ່າງໃດກໍຕາມ, ວັກຊີນຊະນິດພົ່ນບໍ່ໄດ້ແມ່ນສິ່ງໃໝ່, ອາເມລິກາເຄີຍໃຊ້ວັກຊີນປ້ອງກັນໄຂ້ຫວັດໃຫຍ່ແບບທີ່ເຄີຍໃຫ້ຜ່ານທາງດັງທີ່ພັດທະນາໂດຍບໍລິສັດ AstraZeneca ເມື່ອ 10 ປີທີ່ແລ້ວ ແຕ່ພາຍຫຼັງສູນປ້ອງກັນພະຍາດຕິດຕໍ່ (CDC) ໄດ້ລະງັບ ເນື່ອງຈາກບໍ່ມີປະສິດທິພາບໃນການປ້ອງກັນໄວຣັສພາຍພັນໃໝ່ໆ.

ຂໍ້ມູນ: thairath

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...