Homeຄົມຄິດຄົມຄົນຄຳແນະນຳແສນລໍ້າຄ່າ ຈາກບິວເກດ ແກ່ນັກສຶກສາຈົບໃໝ່

ຄຳແນະນຳແສນລໍ້າຄ່າ ຈາກບິວເກດ ແກ່ນັກສຶກສາຈົບໃໝ່

Published on

ສິ່ງທີ່ທ່ານກຳລັງຈະໄດ້ຮັບຮູ້ຕໍ່ໄປນີ້ ມາຈາກຊາຍຜູ້ກໍ່ຕັ້ງ Microsoft ຜູ້ໄດ້ຮັບສາຍາວ່າ ນັກບຸນໃນຕຳນານ ແລະຜູ້ຊາຍທີ່ລໍ້າລວຍທີ່ສຸດຂອງໂລກຜູ້ນີ້ ເຂົາຕັດສິນໃຈທີ່ຈະເພື່ອແພ່ເຄັດລັບຄວາມສຳເລັດ ໃນຊີວິດຂອງເຂົາ ເພາະເມື່ອເດືອນພຶດສະພາ 2017 ທີ່ຜ່ານມາ ເຂົາກໍໄດ້ທະວີດສຸນທອນພົດປະລິນຍາອັນເລິກເຊິ່ງສະບັບຫຍໍ້ໆ ອອກມາຈຳນວນ 14 ທະວີດນຳກັນ.
ເຂົາກ່າວວ່າ “ນັກສຶກສາຈົບໃໝ່ມັກຈະຂໍຄຳແນະນຳກັບຂ້ອຍກ່ຽວກັບການເຮັດວຽກ” ບິວເກດ ຈຶ່ງເລືອກໃຊ້ທະວິດເຕີທີ່ຈຳກັດຈຳນວນຄຳບໍ່ເກີນ 300 ຄຳຕໍ່ໜຶ່ງທະວີດ ນີ້ແຫຼະເປັນຫົນທາງເຜີຍແພ່ ສິ່ງທີ່ຈະຊ່ວຍກະຕຸຸ້ນຄວາມຄິດຜູ້ຄົນ ວ່າຖ້າເຂົາກຳລັງຈະສຳເລັດການສຶກສາເຂົາຈະເຮັດຫຍັງ ລວມໄປເຖິງສິ່ງທີ່ເຂົາຄິດວ່າຄວນຈະຮູ້ຕັ້ງແຕ່ສະໄໝທີ່ຫາກໍຈົບໃໝ່ໆ ເຮົາລອງມາເບິ່ງຄວາມຄິດເຫັນທີ່ເດັ່ນໆ ຫນ້າສົນໃຈກັນດີກວ່າ.
1. ເທັກໂນໂລຢີ AI (ປັນຍາປະດິດ) ວິທະຍາສາດຊີວະພາບ ແລະພະລັງງານ ອາດຈະເປັນກ້າວຕໍ່ໄປຂອງການເຮັດວຽກຂອງທ່ານ 
ບິວເກດ ທະວີດວ່າ ສິ່ງເຫຼົ່ານີ້ຄືພື້ນທີ່ທີ່ທ່ານຈະມີໂອກາດ “ສ້າງຄວາມຍິ່ງໃຫຍ່” ແລະເຖິງແມ່ນວ່າເຂົາຈະບໍ່ລະບຸສະເພາະເຈາະຈົງ ແຕ່ພະລັງງານທີ່ເຂົາກ່າວນ່າຈະໝາຍເຖິງ ພະລັງງານສີຂຽວ ເຊິ່ງບໍ່ແມ່ນເຊື້ອເພີງຈາກຊາກດຶກດຳບັນຢ່າງແນ່ນອນ.
2. ຄວາມສະຫຼາດຄືສິ່ງທີ່ຖືກຕີີີຄ່າສູງເກີນໄປ
ບິວເກດ ທະວີດວ່າ ມັນຄົນຈະດີຖ້າເຂົາຮູ້ຕັ້ງແຕ່ຕອນອອກຈາກ ມະຫາວິທະຍາໄລວ່າ ຄວາມສະຫຼາດມີຫຼາຍຮູບແບບ ແລະ “ມັນບໍ່ໄດ້ມີຄວາມສຳຄັນຫຼາຍເທົ່າກັບທີ່ຂ້ອຍເຄີຍຄິດໄວ້ເລີຍ” ເຊິ່ງມັນສອດຄ່ອງກັບງານວິໄຈເມື່ອໄວໆມານີ້ ທີ່ແນະນຳວ່າ “ຄວາມອົດທົນ” ແລະ “ຄວາມທຸ່ນທ່ຽງທາງດ້ານຈິດໃຈ” ອາດຈະເປັນໂຕວັດແທກຄວາມສຳເລັດ.
3. ທ່ານຄວນຈະເລິ່ມຕໍ່ສູ້ເພື່ອໃຫ້ໂລກຍຸດຕິທຳຂຶ້ນຕັ້ງແຕ່ມື້ນີ້
ບິວເກດ ທະວີດວ່າ ໜຶ່ງສິ່ງທີ່ເຮັດໃຫ້ເຂົາເສຍໃຈຫຼາຍທີ່ສຸດ ຄືການໃຊ້ເວລາຫຼາຍກວ່າ 10 ປີ ເພື່ອທີ່ເຂົາຈະໄດ້ຮຽນຮູ້ວ່າສິ່ງທີ່ຊົ່ວຮ້າຍທີ່ສຸດໃນໂລກໜ່ວຍນີ້ ຄື ຄວາມບໍ່ເທົ່າທຽມ ເຂົາທະວີດວ່າ “ພວກເຈົ້າເຂົ້າໃຈເລື່ອງພວກນີ້ດີກວ່າຕອນທີ່ຂ້ອຍອາຍຸເທົ່າກັບພວກເຈົ້າອີກ” ເຊິ່ງນັ້ນມັນກໍຄົງຈະຈິງ ບິວເກດຢາກໃຫ້ເຫຼົ່ານັກສຶກສາຈົບໃໝ່ແລະຄົນອື່ນໆ ເລິ່ມຕົ້ນເຮັດຫຍັງຈັກຢ່າງທີ່ກ່ຽວກັບຄວາມບໍ່ເທົ່າທຽມ ບໍ່ວ່າຈະອ້ອມຮອບໂຕທ່ານຫຼືທີ່ເກີດຂຶ້ນອີກຟາກໂລກໜຶ່ງກໍຕາມ ຈົ່ງເລິ່ມສາຕັ້ງແຕ່ຕອນນີ້ເລີຍ.
4. ເລືອກຄົບເພື່ອນແລະຄົນຮັກທີ່ຈະຊ່ວຍໃຫ້ທ່ານກາຍເປັນຄົນທີ່ດີຂຶ້ນ
ບິວເກດ ທະວີດວ່າ “ຈົ່ງເອົາໂຕເອງເຂົ້າໄປຢູ່ໃນວົງລ້ອມຂອງຜູ້ຄົນທີ່ຈະທ້າທາຍທ່ານ ສອນທ່ານ ແລະຊຸກຍູ້ທ່ານໃຫ້ທ່ານກາຍເປັນໂຕຂອງທ່ານໃນແບບທີ່ດີທີ່ສຸດ” ເຂົາຍັງບອກວ່າ “ເໝືອນກັບ ວໍເຣນ ບັບເຟ ຂ້ອຍທຽບຄວາມສຸກຂອງໂຕເອງໂດຍການເບິ່ງວ່າຜູ້ຄົນທີ່ສະໜິດກັບຂ້ອຍມີຄວາມສຸກແລະຮັກຂ້ອຍຫຼືບໍ່ ແລະຂ້ອຍຊ່ວຍສ້າງຄວາມປ່ຽນແປງໃນຊີວິດຄົນອື່ນໄດ້ຈັ່ງໃດແດ່”.
5. ຈົ່ງເປີດໃຈ ເພາະໂລກໜ່ວຍນີ້ເປັນຕາຢູ່ກວ່າທີ່ທ່ານຄິດ
ບິວເກດ ທະວີດວ່າ ໜັງສືຂອງ ສະຕີເວນ ພິງເກີ (Steven Pinker) ໄດ້ນຳທາງຜູ້ອ່ານຍ້ອນເວລາກັບໄປສູ່ຍຸກບູຮານ ເພື່ອ “ຊີ້ໃຫ້ເຫັນໂລກຄ່ອຍໆ ດີຂຶ້ນໄດ້ຈັ່ງໃດ” ເຂົາບອກອີກວ່າ “ອາດຈະຟັງເບິ່ງແລ້ວອອກບ້າໆ ແຕ່ມັນກໍຄືຄວາມຈິງ ຂ້ອຍວ່ານີ້ຄືຊ່ວງເວລາທີ່ມີຄວາມສະຫງົບສຸກທີ່ສຸດໃນປະຫວັດສາດມະນຸດຊາດເລີຍ”.
ເຂົາກ່າວວ່າມັນສຳຄັນແທ້ໆ ເພາະເມື່ອເຮົາຄິດວ່າໂລກໜ່ວຍນີ້ກຳລັງດຳເນີນໄປທາງທີ່ດີຂຶ້ນ ເຮົາກໍຈະຢາກແບ່ງປັນໃຫ້ຜູ້ຄົນ ແລະພື້ນທີ່ອື່ນໆ ໄດ້ສຳຜັດມັນຫຼາຍຂຶ້ນ ແລະມັນຍັງເຮັດໃຫ້ທ່ານເກີດສັດທາວ່າ ບັນຫາໜັກໜ່ວງຫຼວງຫຼາຍທີ່ເຮົາທຸກຄົນກຳລັງປະເຊີນຢູ່ນີ້ ມັນສາມາດແກ້ໄຂໄດ້ ການມີມຸມມອງກ່ຽວກັບໂລກແບບນີ້ “ມັນຊ່ວຍປະຄັບປະຄອງໃຫ້ຂ້ອຍຜ່ານຊ່ວງເວລາທີ່ຍາກລຳບາກໄປໄດ້ ແລະເປັນເຫດຜົນທີ່ຂ້ອຍຮັກວຽກທີ່ຂ້ອຍເຮັດ ຂ້ອຍເຊື່ອວ່າມັນຈະສົ່ງຜົນດຽວກັນກັບເຈົ້ານຳ” ເຂົາທະວີດ.
ແລະເຂົາກໍລົງທ້າຍດ້ວຍຄຳເວົ້າທີ່ປ່ຽມໄປດ້ວຍຄວາມໝາຍວ່າ “ນີ້ຄືໄລຍະເວລາອັນແສນວິເສດທີ່ຈະມີຊີວິດຢູ່ ຂ້ອຍຫວັງວ່າເຈົ້າຈະໃຊ້ມັນຢ່າງຄຸ້ມຄ່າທີ່ສຸດ”.
ບົດຄວາມຈາກ: Inc-asean

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...