spot_img
Homeປ່ອງຢ້ຽມດວງດາວຄັ້ງທຳອິດຂອງໂລກກັບ "ລິບອາວະກາດ"

ຄັ້ງທຳອິດຂອງໂລກກັບ “ລິບອາວະກາດ”

Published on

ສຳນັກຂ່າວເອເອຟພີລາຍງານຈາກນະຄອນຫຼວງໂຕກຽວ ປະເທດ ຍີປຸ່ນ ເມື່ອວັນທີ 4 ກັນຍາ 2018 ວ່າ ອຸປະກອນທົດສອບທີ່ຜະລິດໂດຍທີມນັກວິໄຈຂອງມະຫາວິທະຍາໄລ ຊິຊຸໂອກະ ຈະຖືກສົ່ງໄປກັບຈະຫຼວດຊັບດັນ ເອຊ-2ບີ ປ່ອຍຂຶ້ນຈາກສູນອາວະກາດຍີປຸ່ນ ເທິງເກາະທາເນກະຊິມາ ທາງພາກໃຕ້ໃນອາທິດໜ້າ. ການທົດສອບຈະກ່ຽວພັນກັບລິບຂະໜາດນ້ອຍ ເຊິ່ງມີຄວາມຍາວ 6 cm, ກວ້າງ 3 cm ແລະ ສູງ 3 cm. ເຊິ່ງຈະເປັນຄັ້ງທຳອິດຂອງໂລກ ນີ້ເປັນພຽງຂັ້ນເລີ່ມຕົ້ນຂອງການກ້າວສູ່ຄວາມຝັນໃນອານາຄົດໃນການສ້າງລິບອາວະກາດ.

ແນວຄວາມຄິດການສ້າງລິບອາວະກາດໄດ້ຖືກສະເໜີຂຶ້ນເປັນຄັ້ງທຳອິດໃນປີ 1895 ຫຼື 123 ປີກ່ອນ ໂດຍທ່ານ ຄອນສະແຕນຕິນ ໄຊອໍຄອຟສກີ ນັກວິທະຍາສາດຊາວຣັດເຊຍ ແລະ ແນວຄິດນີ້ປະກົດອີກຄັ້ງເກືອບ 1 ສະຕະວັດຕໍ່ມາ ໃນງານຂຽນນະວະນິຍາຍແນວວິທະຍາສາດຂອງ ອາຣ໌ເທີ ຊີ ຄລາກ ຊາວອັງກິດ.

ບໍລິສັດກໍ່ສ້າງໂອບາຍາຊິຂອງ ຍີ່ປຸ່ນ ທີ່ກຳລັງເຮັດວຽກຮ່ວມມືກັບໂຄງການຂອງມະຫາວິທະຍາໄລ ຊິຊຸໂອກະ ຍັງສຳຫຼວດຫາແນວທາງອື່ນໆ ໃນການສ້າງລິບອາວະກາດຂອງຕົນເອງ ເພື່ອນຳນັກທ່ອງທ່ຽວຂຶ້ນໄປສູ່ອາວະກາດໃນປິ 2050.

https://youtu.be/5Rri91JULIY

ແຫຼ່ງຂ່າວ: www.dailynews.co.th
ຮູບປະກອບ: www.cnet.com
ວິດີໂອປະກອບ: Random Clips official,

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...