spot_img
Homeປະເພນີ-ວັດທະນະທຳຄວາມໝາຍຂອງ ການບວດຈູງ

ຄວາມໝາຍຂອງ ການບວດຈູງ

Published on

ການ​ບວດ​ຈູງ​ແມ່ນ​ໜຶ່ງ​ພິ­ທີ ກຳ​ໃນ​ທາງ​ພຸດ​ທະ​ສາ­ສະ­ໜາ​ພິ­ທີ ກຳ​ນີ້​ຊາວ​ພຸດ​ຈະ​ປະ­ຕິ­ບັດ​ກັນ​ໄດ້ ກໍ​ຕໍ່​ເມື່ອ​ເວ­ລາ​ມີ​ຄົນ​ເສຍ​ຊີ­ວິດ (ຕາຍ) ເທົ່າ​ນັ້ນ ແລະ​ຕ້ອງ​ຕາຍ ແບບ​ເຈັບ​ປ່ວຍ​ເທົ່າ​ນັ້ນ ເພາະ​ມີ ຄວາມ​ເຊື່ອ​ກັນ​ວ່າ​ເປັນ​ການ​ຈູງ ດວງ​ວິນ​ຍານ​ຂອງ​ຜູ້​ຕາຍ​ໄປ​ສູ່​ສະ­ຫວັນ​ຊັ້ນ​ຟ້າ ຫຼື ໄປ​ສູ່​ບ່ອນ​ດີໆ.

ການ​ບວດ​ຈູງ​ຄົນ​ຕາຍ​ຫ້າມ ບໍ່​ໃຫ້​ບວດ​ຈູງ​ຄົນ​ຕາຍ​ຫຸງ ຫຼື ຕາຍ ຍ້ອນ​ອຸ­ປະ­ຕິ­ເຫດ​ຄົນ​ບູ­ຮານ​ເພິ່ນ ເຊື່ອ​ຖື​ກັນ​ວ່າ​ເຫດ­ການ​ຕາຍ​ແບບ ນີ້​ຖ້າ​ມີ​ການ​ບວດ​ຈູງ​ມັນ​ຈະ​ເຊື່ອມ ຕໍ່​ໄປ​ຫາ​ຍາດ­ຕິ​ພີ່­ນ້ອງ ແຕ່​ການ ບວດ​ຈູງ​ຄົນ​ຕາຍ​ເຈັບ​ປ່ວຍ​ຈະ ເປັນ​ການ​ຈູງ​ດວງ​ວິນ​ຍານ​ຂອງ​ຜູ້ ຕາຍ​ນັ້ນ​ໄປ​ສູ່​ສະ­ຫວັນ​ຊັ້ນ​ຟ້າ ຫຼື ໄປ ສູ່​ບ່ອນ​ດີໆ​ພິ­ທີ­ກຳ​ນີ້​ແຕ່​ລະ​ທ້ອງ ຖິ່ນ​ແມ່ນ​ມີ​ຄວາມ​ແຕກ​ຕ່າງ​ກັນ ໄປ ໂດຍ​ລວມ​ແລ້ວ​ພິ­ທີ­ກຳ​ການ ບວດ​ຈູງ​ຈະ​ປະ­ຕິ­ບັດ​ກັນ​ກໍ​ຕໍ່​ເມື່ອ ມີ​ຜູ້​ຄົນ​ເສຍ​ຊີ­ວິດ ແລະ​ບັນ­ດາ​ຍາດ ຕິ​ພີ່­ນ້ອງ​ຂອງ​ຜູ້​ຕາຍ​ເປັນ­ຕົ້ນ​ແມ່ນ: ອ້າຍ, ນ້ອງ, ລູກ, ຫຼານ.. ກະ ກຽມ​ການ​ບວດ​ຫຼາຍ​ຄົນ​ເທົ່າ­ໃດ ຍິ່ງ​ເປັນ​ການ​ດີ​ການ​ບວດ​ນັ້ນ​ຕ້ອງ ໃຫ້​ສຳ­ເລັດ​ກ່ອນ​ສັນ​ເພນ (ກ່ອນ 12:00 ໂມງ) ຂອງ​ມື້​ຈະ​ເອົາ​ສົບ ຄົນ​ຕາຍ​ໄປ​ຈູດ (ເຜົາ) ກ່ອນ​ຈະ ບວດ​ເປັນ​ຈົວ​ຜູ້​ຊາຍ​ຕ້ອງ​ໄດ້​ແຖ ຫົວ, ໜວດ, ຄິ້ວ ແລະ​ປົດ​ເຄື່ອງ ປະ­ດັບ​ອອກ​ຈາກ​ຕົນ​ໝົດ​ທຸກ​ຢ່າງ ຜູ້​ທີ່​ຈະ​ບວດ​ນັ້ນ​ກໍ​ປະ­ຕິ­ຍານ​ຕົນ ວ່າ: ຈະ​ຮັກ­ສາ​ສິນ​ແປດ​ຕາມ​ວິ­ໄນ ຂອງ​ພະ­ສົງ ຫຼັງ​ຈາກ​ນັ້ນ​ທຳ​ພິ­ທີ ທາງ​ສາ­ສະ­ໜາ​ສວດ​ມົນ​ສົ່ງ​ວິນ ຍານ​ຄົນ​ຕາຍ ສ່ວນ​ແມ່­ຍິງ​ກໍ​ບວດ​ໄດ້​ເຊັ່ນ​ກັນ​ຄື​ບວດ​ຊີ ຫຼື ບວດ​ຂາວ  ພໍ​ຫຼັງ​ຈາກ​ກາຍ 13:00 ໂມງ ເວ ລາ​ນີ້​ຊາວ​ພຸດ​ຖື​ວ່າ​ເປັນ​ຍາມ​ແຂງ ຈະ​ທຳ​ພິ­ທີ​ໃດ​ກໍ​ບໍ່​ດີ​ເປັນ​ແຕ່​ພິ­ທີ ເອົາ​ຂອນ­ຜີ (ໂລງ​ສົງ)  ຜູ້​ຈູງ​ສົບ ໄປ​ລໍ­ຖ້າ​ຢູ່​ນອກ​ເຮືອນ​ກ່ອນ​ຈະ ເຄື່ອນ​ທີ່​ໂລງ​ສົບ​ໄປ​ຈູດ​ເພິ່ນ​ຈະ​ມັດ ຝ້າຍ​ມົງ​ຄຸນ​ຍາວໆ​ເສັ້ນ​ໃຫຍ່​ເສັ້ນ ໜຶ່ງ​ເນັ່ງ​ໄປ​ທາງ​ໜ້າ ເພື່ອ​ໃຫ້​ຜູ້ ບວດ​ຈູງ​ໄດ້​ຈັບ​ຈູງ​ໄປ​ຜູ້​ບວດ​ຜ້າ ເຫຼືອງ​ຢູ່​ທາງ​ໜ້າ​ຖັດ​ມາ​ແມ່ນ​ຜູ້ ບວດ​ຂາວ​ຈູງ​ໄປ ເມື່ອ​ໄປ​ຮອດ ບ່ອນ​ປົງ​ສົບ ຫຼື ບ່ອນ​ເຜົາ ຄົນ​ຫາມ ໂລງ​ສົບ​ຈະ​ເອົາ​ໂລງ​ນັ້ນ​ຕຳ​ບ່ອນ ຈູດ​ສາມ​ບາດ​ແລ້ວ​ກໍ​ເອົາ​ໂລງ​ສົບ ຂຶ້ນ​ບ່ອນ​ເຜົາ.

ກ່ອນ​ຈະ​ຈູດ​ເຜົາ​ກໍ​ໄດ້​ທຳ​ພິ­ທີ ສວດ​ມົນ​ໃຫ້​ຄົນ​ຕາຍ ໂດຍ​ແມ່ນ ຄູ­ບາ​ອາ­ຈານ​ຕິດ­ຕາມ​ໄປ​ນຳ­ພາ ປະ­ຕິ­ບັດ​ສວດ​ມົນ ເມືອ​ສຳ­ເລັດ​ພິ­ທີ ເປັນ​ທີ່​ຮຽບ​ຮ້ອຍ​ແລ້ວ​ຜູ້​ບວດ​ຈິ່ງ ມາ­ລາ​ສິກ­ຂາ ຫຼັງ​ຈາກ​ນັ້ນ​ກໍ​ໄດ້ ທຳ​ພິ­ທີ​ອື່ນ​ຈົນ​ຮອດ​ມື້​ເລີກ​ມຸງ­ຄຸນ.

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...