spot_img
Homeປະເພນີ-ວັດທະນະທຳຄວາມເປັນມາຂອງຊົນເຜົ່າຍວນ

ຄວາມເປັນມາຂອງຊົນເຜົ່າຍວນ

Published on

ຊົນເຜົ່າຍວນມີປະຫວັດຄວາມເປັນມາຄ້າຍຄືກັບຊົນເຜົ່າໃນໝວດພາສາລາວ-ໄຕ ທີ່ໄດ້ອົບພະຍົບ ແລະເຄື່ອນຍ້າຍມາຈາກພາກໃຕ້ ຫຼື ພາກຕາເວັນອອກສຽງໃຕ້ຂອງຈີນແລ້ວເຂົ້າສູ່ດິນແດນພາກເໜືອຂອງລາວເຮົາໃນລະຫວ່າງສະຕະວັດທີ 13 ເປັນຕົ້ນມາ. ປະຈຸບັນ, ຊົນເຜົ່າຍວນທີ່ອາໄສຢູ່ ສປປ ລາວເຮົາໄດ້ຕັ້ງຖິ່ນຖານພູມລໍາເນົາຢູ່ບັນດາແຂວງພາກເໜືອເຊັ່ນ: ແຂວງອຸດົມໄຊ, ບໍ່ແກ້ວ, ໄຊຍະບູລີ, ຫຼວງພະບາງ ແລະຜົ້ງສາລີເປັນຕົ້ນ.

– ຕາມການບອກເລົ່າຂອງພໍ່ຕູ້ໃຫຍ່ເຂດບ້ານທົ່ງປົ່ງ, ຄຸ້ມເຜົ່າໄທດໍາ, ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ຊື່ເອີ້ນຂອງຊົນເຜົ່າຍວນນີ້ເອີ້ນຕົນເອງວ່າ ຍວນ ແລະຊົນເຜົ່າອື່ນໆ ກໍ່ມັກເອີ້ນເຂົາເຈົ້າຍວນເຊັ່ນກັນ ເຊິ່ງຊື່ທີ່ເຂົາເຈົ້າມັກກໍແມ່ນຊົນ ເຜົ່າຍວນ.  ການທີ່ເອີ້ນຊື່ວ່າ: ຍວນ,ໄຕຍວນ, ໄທຍວນ, ໂຍນ, ໄຕໂຍນ, ໄທໂຍນ ນີ້ແມ່ນມາຈາກຫຼັກຖານທາງປະຫວັດສາດ ແລະພຶດຕິກໍາບາງຢ່າງໃນປະຈຸບັນເຊິ່ງໄດ້ສັນນິຖານວ່າເປັນການເອີ້ນຊື່ຄົນທີ່ມາຈາກຊື່ຂອງອານາຈັກໂຍນົກ, ອີກຄໍາເຫັນໜຶ່ງວ່າຍວນມາຈາກໄມ້ກັນຜີທີ່ເຂົາເຈົ້າຕອກໄວ້ຢູ່ເທິງຂອບປະຕູເບື້ອງເທິງ, ຊົນເຜົ່າຍວນ ປະກອບມີສອງແຊງຄື: ກະລອມ ແລະງ້ຽວ.

– ພາສາຂອງຊົນເຜົ່າຍວນ ແມ່ນມີພາສາການປາກເວົ້າທີ່ເປັນເອກະລັກຂອງຕົນເອງຊຶ່ງໄດ້ຈັດເຂົ້າຢູ່ໃນໝວດພາສາລາວ-ໄຕ, ສໍາລັບສຽງສໍານຽງປາກເວົ້າຂອງຊົນເຜົ່າຍວນຄ້າຍຄືກັນກັບຊົນເຜົ່າລື້ ແລະອີກດ້ານໜຶ່ງເຂົາເຈົ້າກໍ່ມີຕົວໜັງສືຂຽນຄ້າຍຄືກັບໜັງສືຂອງຊົນເຜົ່າລື້ເຊັ່ນດຽວກັນ (ໜັງສືທໍາ).

– ຍ້ອນມີປະຫວັດຄວາມເປັນມາຕະຫຼອດຮອດການເຄື່ອນຍ້າຍເຂົ້າມາຢູ່ໃນດິນດອນຕອນນີ້ພ້ອມດຽວກັນກັບບັນດາເຜົ່າທີ່ປາກເວົ້າພາສາລາວ-ໄຕ. ສະນັ້ນ, ຮີດຄອງປະເພນີ, ຄວາມເຊື່ອຖື ແລະວັດທະນະທໍາ-ສັງຄົມ ຂອງຊົນເຜົ່າຍວນຈິ່ງມີລັກສະນະຄ້າຍຄືກັນກັບຊົນເຜົ່າໃນໝວດພາສາ ລາວ-ໄຕ ເຊິ່ງເຂົາເຈົ້າໄດ້ມີຄວາມເຊື່ອ ແລະນັບຖືພຸດທະສາສະໜາພ້ອມດຽວກັນນັ້ນກໍຍັງໄດ້ເຊື່ອຖືຜີນໍາອີກເຊັ່ນ: ຜີພໍ່, ຜີແມ່, ຜີຟ້າ ແລະຜີອື່ນໆ, ໝາຍຄວາມວ່າ: ການເຊື່ອຖືໃນເລື່ອງຂອງຈິດວິນຍານ, ຄວາມເຊື່ອຖືທາງດ້ານໄສຍະສາດ ແລະສິ່ງທີ່ນອກເໜືອຈາກທໍາມະຊາດທີ່ບັນພະບຸລຸດໄດ້ກໍານົດໄວ້ນັ້ນຍັງມີຢູ່ໃນຊີວິດປະຈໍາວັນຂອງຊົນເຜົ່າຍວນ.

– ຊົນເຜົ່າຍວນມີລັກສະນະຄ້າຍຄືກັນກັບຊົນເຜົ່າລື້ທາງດ້ານສັງຄົມຊຶ່ງປະກອບມີຫຼາຍກົກເຫຼົ່າ, ຫຼາຍຕະກູນ ແລະຫຼາຍຊັ້ນຄົນ, ແຕ່ເຂົາເຈົ້າຖືວ່າຄົນຢູ່ໃນຕະກູນດຽວກັນແມ່ນສືບເຊື້ອສາຍມາຈາກບັນພະບຸລຸດດຽວກັນ, ເປັນຍາດພີ່ນ້ອງກັນຕ້ອງມີຄວາມຮັກແພງສາມັກຄີຊ່ວຍເຫຼືອກັນໃນການດໍາລົງຊີວິດປະຈໍາວັນ. ສໍາລັບລະບົບຂອງຄອບຄົວ, ຊົນເຜົ່າຍວນມີຮີດຄອງທີ່ປະຕິບັດແບບຜົວດຽວ-ເມຍດຽວ, ມີການສືບເຊື້ອສາຍທາງພໍ່ເປັນສໍາຄັນການເລືອກຄູ່ຄອງກ່ອນການແຕ່ງດອງນັ້ນແມ່ນຂຶ້ນກັບຄູ່ບ່າວ-ສາວເປັນຜູ້ຕົກລົງກັນແລ້ວຈິ່ງສະເໜີໃຫ້ພໍ່ແມ່ເພື່ອຈັດການສູ່ຂໍຕາມຮີດຄອງປະເພນີ, ແຕ່ພິເສດໃນສັງຄົມຂອງຊົນເຜົ່າຍວນນີ້ແມ່ນຝ່າຍຍິງເປັນຜູ້ໄປສູ່ຂໍນໍາຝ່າຍຊາຍ, ພາຍຫຼັງທີ່ທັງສອງຝ່າຍໄດ້ຕົກລົງເຫັນດີນໍາກັນໃນເລື່ອງຕ່າງໆແລ້ວຈິ່ງກໍານົດມື້ແຕ່ງດອງ. ຫຼັງຈາກແຕ່ງດອງກັນແລ້ວ, ຄູ່ຜົວ-ເມຍກໍ່ໄດ້ຕົກລົງກັນໃນການດໍາລົງຊີວິດ, ແຕ່ໂດຍທົ່ວໆໄປແລ້ວຜູ້ຊາຍຈະໄປຢູ່ເຮືອນແມ່ຍິງກ່ອນແລ້ວຈິ່ງກັບຄືນມາຢູ່ເຮືອນກັບພໍ່ແມ່ຂອງຕົນ ຫຼື ອອກໄປຕັ້ງເຮືອນໃໝ່ໃນປະຈຸບັນ, ໂຄງສ້າງສັງຄົມຂອງຊົນເຜົ່າຍວນເປັນລັກສະນະລະບົບຄອບຄົວດຽວເຊິ່ງແຕກຕ່າງກັນກັບໃນສະໄໝກ່ອນທີ່ເປັນລະບົບຄອບຄົວຂະຫຍາຍ, ຊົນເຜົ່າຍວນມັກຕັ້ງຖິ່ນຖານບ້ານຊ່ອງຢູ່ຕາມເຂດທົ່ງພຽງ, ລຽບຕາມແຄມແມ່ນໍ້າລໍາເຊທີ່ມີເງື່ອນໄຂສະດວກໃນການດໍາລົງຊີວິດປະຈໍາວັນໂດຍສະເພາະແມ່ນບ່ອນທີ່ມີເງື່ອນໄຂໃນການເຮັດນາ.

ຂໍ້ມູນຈາກ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...