Homeຊີວິດແລະຄວາມຮັກຄວາມເຊື່ອຕ່າງໆ ເລື່ອງການແຕ່ງງານ

ຄວາມເຊື່ອຕ່າງໆ ເລື່ອງການແຕ່ງງານ

Published on

ໃນຫົວບົດທີ່ກ່ຽວກັບຄວາມເຊື່ອ ມື້ນີ້ແອັດມິນຈະມານຳສະເໜີອີກໜຶ່ງຄວາມເຊື່ອ ກ່ຽວກັບ ຄວາມເຊື່ອງຕ່າງໆ ເລື່ອງການແຕ່ງງານ ແອັດມິນໄດ້ໄປອ່ານຢູ່ທີ່ເວັບໄຊໜຶ່ງທີ່ມີຊື່ວ່າ “ສະຫຼະໂສດ” ແລ້ວຮູ້ສຶກວ່າມັນເປັນບົດທີ່ໜ້າສົນໃຈ ບວກກັບໄລຍະນີ້ເປັນລະດູຂອງການສະຫຼະໂສດຂອງຫຼາຍຄູ່ ດັ່ງນັັ້ນເມື່ອອ່ານຈົບແອັດມິນກໍ່ບໍ່ພາດທີ່ຈະນຳມາຝາກແຟນເພສໃຫ້ໄດ້ອ່ານນຳກັນ ເຊິ່ງຄວາມເຊື່ອຕ່າງໆ ເລື່ອງການແຕ່ງງານນີ້ຈະມີເລື່ອງຫຍັງແນ່ ເຮົາມາອ່ານນຳກັນເລີຍ

  • ວ່າດ້ວຍຄວາມເຊື່ອໃນເລື່ອງການແຕ່ງງານ ເລີ່ມກັນຕັ້ງແຕ່ການຫາມື້ຫາຍາມ ວັນງາມວັນດີໃນການຈັດພິທີແຕ່ງງານ
  • ໃນງານດອງຈະມີການກັ້ນສາຍແອວເງິນສາຍແອວທອງ (ປະຕູເງິນປະຕູທອງ) ເພື່ອເຊື່ອວ່າເຈົ້າບ່າວຈະມີເງິນທອງສາມາດເບິ່ງແຍງເຈົ້າສາວໄດ້ ພໍ່ແມ່ມີຄວາມໄວ້ວາງໃຈຍົກລູກສາວໃຫ້ດູແລແທນໄດ້
  • ການເລືອກເພື່ອນເຈົ້າບ່າວ ຄວນເລືອກຄົນທີ່ອາຍຸນ້ອຍນ້ອຍກວ່າ ຫຼື ອາຍຸໃກ້ຄຍງກັບຄູ່ບ່າວສາວ ແລະ ເພື່ອນຄົນນັ້ນຢູ່ໃນຊ່ວງໄລຍະທີ່ໃກ້ຈະແຕ່ງງານແລ້ວຄືກັນ ເພາະຫາກເປັນຄົນໂສດ ຈະເຮັດໃຫ້ຄົນທີ່ມາເປັນເພື່ອນເຈົ້າບ່າວເຈົ້າສາວຕ້ອງໂສດຕະຫລອດໄປ ເລື່ອງແບບນີ້ທາງຕະເວັນຕົກເຂົາມີຄວາມເຊື່ອວ່າ ຖ້າຄົນໂສດຄົນໃດໄປເປັນເພື່ອນເຈົ້າບ່າວເຈົ້າສາວຮອດ 3 ຄັ້ງ ເຊື່ອວ່າຈະບໍ່ມີໂອກາດໄດ້ເປັນເຈົ້າບ່າວ-ເຈົ້າສາວອີກຕໍ່ໄປ
  • ໃນພິທີບາສີສູ່ຂັວນ ເມື່ອພິທີສູ່ຂັວນແລ້ວເຊື່ອວ່າຫາກໃຜລຸກຂຶ້ນຈາກພິທີກ່ອນຄົນນັ້ນຈະຢູ່ເໜືອຄູ່ຄອງ
  • ຄວນເຊີນຜູ້ໃຫຍ່ທີ່ເຄົາລົບ ແລະ ເປັນຄົນທີ່ມີຊີວິດຄອບຄົວທີ່ດີມາເປັນຄົນນຳຂະບວນຂັນໝາກ ຫຼື ການສົ່ງຕົວຄູ່ບ່າວສາວເຂົ້າຫ້ອງ ເພື່ອໃຫ້ຊີວິດຂອງຄູ່ບ່າວສາວຈະໄດ້ດີຄືກັບຜູ້ໃຫຍ່ທີ່ເຊີນມາອວຍພອນ
  • ເລື່ອງອາຫານໃນງານດອງບໍ່ຄວນມີ: ຕົ້ມຢຳ, ເຂົ້າປຽກ, ອ່ອມຫອຍຈູບ, ປາແດກ ປາຈາວ, ຕີນໄກ່, ຫມີ່ກອບ ເພາະເປັນອາຫານບໍ່ເປັນມົງຄຸນເຊື່ອວ່າອາຫານພວກນີ້ຈະເຮັດໃຫ້ຄູ່ບ່າວສາວມີເລື່ອງເດືອດຮ້ອນໃຈຫຼັງແຕ່ງງານໄປແລ້ວ
  • ເຈົ້າບ່າວ ເຈົ້າສາວບໍ່ຄວນແຕ່ງໜ້າເອງ ເພາະເຊື່ອວ່າແຕ່ງງານໄປແລ້ວຈະຫາກິນລຳບາກ
  • ໃນການແຕ່ງງານຫ້າມມີການຜິດຖຽງກັນ ຫຼື ເຮັດເຄື່ອງຂອງໃນງານແຕກ ເພາະຖືເປັນລາງບໍ່ດີ ຫາກມີເຫດການແບບນີ້ຂຶ້ນໃຫ້ເຮັດເສີຍໆ ແລະ ຟ້າວເອົາອອກໄປຈາກງານແຕ່ງ
  • ຫ້າມພີ່ນ້ອງແຕ່ງງານໃນປີດຽວກັນ ຫຼື ມື້ດຽວກັນ ເພາະຈະເຮັດໃຫ້ພົບແຕ່ເລື່ອງຮ້າຍໆ
  • ເຈົ້າສາວຫ້າມໃສ່ຊຸດສີຂຽວ ເພາະເປັນສີຂອງເທບທິດາ ເຊື່ອວ່າຖ້າໃສ່ສີນີ້ເທບທິດາຈະລົງໂທດ ຈະເຮັດໃຫ້ຊີວິດການແຕ່ງງານບໍ່ມີຄວາມສຸກ

ສິ່ງທີ່ກ່າວມາຂ້າງເທິງນີ້ກໍ່ເປັນພຽງຄວາມເຊື່ອບາງສ່ວນ ແຕ່ຕາມຄວນຈິງແລ້ວເລື່ອງຄວາມເຊື່ອໃນເລື່ອງງານແຕ່ງງານແຕ່ລະທ້ອງຖິ່ນກໍ່ຈະມີຄວາມເຊື່ອທີ່ແຕກຕ່າງກັນອອກໄປ ແຕ່ສິ່ງສຳຄັນເລື່ອງແບບນີ້ເປັນຄວາມເຊື່ອສ່ວນບຸກຄົນ ຖ້າສຳລັບຄົນທີ່ບໍ່ເຊື່ອກໍ່ໃຫ້ອ່ານເພື່ອຄວາມບັນເທີງເທົ່ານັ້ນ
ຕິດຕາມເລື່ອງດີດີເພຈຊີວິດແລະຄວາມຮັກ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...