Homeຂ່າວພາຍ​ໃນຂຶ້ນ ແລະ ອອກໃບທະບຽນວິສາຫະກິດແລ້ວຫຼາຍກວ່າ 4 ພັນຫົວໜ່ວຍ

ຂຶ້ນ ແລະ ອອກໃບທະບຽນວິສາຫະກິດແລ້ວຫຼາຍກວ່າ 4 ພັນຫົວໜ່ວຍ

Published on

ກົມທະບຽນ ແລະ ຄຸ້ມຄອງວິສາຫະກິດ (ທຄວ) ກະຊວງອຸດສາຫະກຳ ແລະ ການຄ້າ ​ໄດ້ສະຫຼຸບການຂຶ້ນທະບຽນຂອງ​ບັນດາວິສາຫະກິດທີ່ມີຕົວເລກປະຈຳຕົວຜູ້ເສຍອາກອນ ພ້ອມນີ້ ກໍໄດ້ອອກໃບທະບຽນວິສາຫະກິດຢູ່ບັນດາຈຸດທີ່ໄດ້ຕິດຕັ້ງໂປຣແກຣມ ທະບຽນວິສາຫະກິດລວມສູນເຊື່ອມຕໍ່ກັບສ່ວຍສາອາກອນທັງໝົດ 110 ຈຸດທົ່ວປະເທດ ຊຶ່ງພາຍ​ໃນ 2 ​ເດືອນມີ 4.284 ຫົວໜ່ວຍຊຶ່ງໄດ້​ເລີ່​ມມາແຕ່ວັນທີ 1 ກຸມພາຫາ 25 ເມສາ 2019 ​ໃນ​ນັ້ນ ໄດ້ຂຶ້ນທະບຽນວິສາຫະກິດຢູ່ກົມ ທຄວ 768 ຫົວໜ່ວຍຢູ່ 18 ພະແນກ ອຄ ຂັ້ນແຂວງຢູ່ນະຄອນຫຼວງວຽງຈັນ 1.418 ຫົວໜ່ວຍ ແລະ ຢູ່ 91 ຫ້ອງການ ອຄ ເມືອງ ຈຳນວນ 2.098 ຫົວໜ່ວຍ.

ນອກນີ້ ບົດສະຫຼຸບຍັງ​ໄດ້​ລາຍ​ງານກ່ຽວ​ກັບການຝຶກອົບຮົມການຕິດຕັ້ງ ແລະ ນຳໃຊ້ລະບົບໂປຣແກຣມດັ່ງກ່າວໃຫ້ເຈົ້າໜ້າທີ່ທະບຽນວິສາຫະກິດຂອງກົມ ທຄວ ພະແນກ ອຄ ຂັ້ນແຂວງຢູ່ນະຄອນຫຼວງ ແລະ ຫ້ອງການ ອຄ ເມືອງ​ໃນທົ່ວປະເທດ ເພື່ອຮັບປະກັນຄວາມເຂົ້າໃຈໃນການນຳໃຊ້ໂປຣແກຣມ ເຕັກນິກທາງດ້ານໄອທີ ການບໍລິການຂຶ້ນທະບຽນ ແລະ ການຄຸ້ມຄອງຫຼັງການຂຶ້ນທະບຽນວິສາຫະກິດ.

ລະບົບໂປຣແກຣມດັ່ງກ່າວເປັນລະບົບທີ່ພັດທະນາມາຈາກລະບົບໂປຣແກຣມທະບຽນວິສາຫະກິດທີ່ເຄີຍໄດ້ນຳໃຊ້ມາແຕ່ປີ 2008 ຊຶ່ງໄດ້ມີການປັບປຸງດ້ານເຕັກນິກໃໝ່ຢູ່ບາງຈຸດເພື່ອໃຫ້ສາມາດເຊື່ອມຕໍ່ກັບການນຳເອົາເລກປະຈຳຕົວຂອງຜູ້້ເສຍອາກອນຈາກຂະແໜງການເງິນ ແລະ ໃນອະນາຄົດກໍຈະມີການຕິດຕັ້ງລະບົບດັ່ງກ່າວຢູ່ທຸກເມືອງໃນທົ່ວປະເທດ.

 

 

ໂດຍ: ສະຫະລັດ ວອນທິວົງໄຊ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...