spot_img
Homeຂ່າວທ້ອງຖິ່ນກຸ່ມແມ່ຍິງສາກົນ ກຽມຈັດຕະຫຼາດນັດ WIG BAZAAR ທີ່ຄະນະວິສະວະກໍາສາດ ໃນວັນທີ 19 ພະຈິກນີ້

ກຸ່ມແມ່ຍິງສາກົນ ກຽມຈັດຕະຫຼາດນັດ WIG BAZAAR ທີ່ຄະນະວິສະວະກໍາສາດ ໃນວັນທີ 19 ພະຈິກນີ້

Published on

ກຸ່ມແມ່ຍິງສາກົນ ທີ່ດຳລົງຊີວິດຢູ່ໃນ ສປປ.ລາວ ໂດຍສະເພາະທີ່ຢູ່ໃນນະຄອນຫຼວງວຽງຈັນ ກຽມຈະຈັດງານຕະຫຼາດນັດ WIG BAZAAR ປະຈຳປີ 2016 ເປັນປີທີ 26 ຕິດຕໍ່ກັນມາ ເຊິ່ງຈະຈັດຂຶ້ນໃນວັນທີ 19 ພະຈິກ 2016 ທີ່ຄະນະວິສະວະກຳສາດ (ໂສກປ່າຫຼວງ) ມະຫາວິທະຍາໄລແຫ່ງຊາດ (ມຊ) ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ເລີ່ມແຕ່ເວລາ 10:00-18:00 ໂມງ.

ທ່ານນາງ Ausow STEVENOON ຮອງປະທານກຸ່ມແມ່ຍິງສາກົນ ປະຈໍາລາວ ໄດ້ຖະແຫຼງຕໍ່ຜູ້ສື່ຂ່າວໃນຕອນບ່າຍວັນ 25 ຕຸລາ 2016 ທີ່ສະມາຄົມນັກຂ່າວ ແຫ່ງ ສປປ.ລາວ ນະຄອນຫຼວງວຽງຈັນ ໂດຍມີສະມາຊິກກຸ່ມແມ່ຍິງສາກົນ ແລະ ບັນດາສື່ມວນຊົນ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ ໂດຍຮອງປະທານກຸ່ມແມ່ຍິງສາກົນປະຈໍາລາວໄດ້ຖະແຫຼງວ່າ ການຈັດງານໃນຄັ້ງນີ້ ແມ່ນຈະມີການວາງສະແດງ ແລະ ຂາຍສິນຄ້າ ປະເພດຜະລິດຕະພັນທີ່ເປັນເຄື່ອງນຸ່ງຫົ່ມໃໝ່ ແລະ ເຄື່ອງນຸ່ງມືສອງ ເຄື່ອງຫັດຖະກຳ ເຄື່ອງປະດັບ ອັນຍະມະນີ  ອາຫານ ເຄື່ອງດື່ມ ໂຮມທັງຈະມີການສະແດງເທິງເວທີ ການຈັດກິດຈະກຳຮ່ວມກັນແບບຄອບຄົວ ການບໍລິຈາກວັດຖຸສິ່ງຂອງ ແລະ ການຊື້ສະຫຼາກຊີງໂຊກທີ່ມີລາງວັນທີ່ຫຼາກຫຼາຍ ເຊິ່ງຄາດວ່າຈະມີຫຼາຍກວ່າ 160 ຮ້ານເຂົ້າຮ່ວມ ໂດຍທີ່ທຸກກິດຈະກຳແມ່ນເນັ້ນເພື່ອການລະດົມທຶນຊ່ອຍເຫຼືອໂຄງການດ້ານສັງຄົມສົງເຄາະ ແລະ ການສຶກສາ ການກໍ່ສ້າງໂຮງຮຽນໃຫ້ນັກຮຽນ ຄູ ອາຈານ ທີ່ທຸກຍາກຂາດເຂີນອຸປະກອນການຮຽນ-ການສອນ ແລະ ດ້ອຍໂອກາດຢູ່ເຂດຫ່າງໄກສອກຫຼີກ ນອກນີ້ກໍຍັງຈະຊ່ອຍເປັນທຶນຄ່າອາຫານ ຄ່າເດີນທາງສຳລັບຜູ້ເຈັບປ່ວຍທີ່ມາຈາກເຂດຫ່າງໄກ ແລະ ຊ່ອຍເຫຼືອດ້ານທີມທ່ານໝໍຊ່ອຍຜ່າຕັດ ແກ້ໄຂຜູ້ປ່ວຍປາກແຫວ່ງ ເພດານໂຫວ້ ໄຟໃໝ້ ນໍ້າຮ້ອນລວກ ແລະ ອື່ນໆ.

ຂະນະທີ່ທ່ານນາງ Nami Ishihara ຜູ້ຕາງໜ້າ WIG ກໍໄດ້ກ່າວວ່າ ອົງການ WIG ລາວ ແມ່ນກຸ່ມທີ່ບໍ່ຫວັງຜົນກຳໄລ ເຊິ່ງຄຸ້ມຄອງ ແລະ ດຳເນີນການໂດຍສະມາຊິກທີ່ມີຄວາມສະໝັກໃຈປະກອບສ່ວນເຂົ້າໃນໂຄງການຕ່າງໆຂອງ WIG ໂດຍສະມາຊິກຜູ້ເປັນອາສາສະໝັກທີ່ເສຍສະຫຼະເວລາ ແລະ ຄວາມພະຍາຍາມຂອງຕົນ ເພື່ອເຮັດໃຫ້ເງິນທັງໝົດທີ່ໄດ້ຮັບຈາກການປະກອບສ່ວນໂດຍຜ່ານການລະດົມທຶນໄປເຖິງໂດຍກົງໃນໂຄງການຕ່າງໆຢ່າງມີປະສິດທິຜົນ.

ຂ່າວ/ພາບ: ເທບພະວົງ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...