spot_img
Homeຂ່າວຕ່າງປະເທດກິນເຂົ້າຜັດທີ່ປະໄວ້ນອກດົນອາດສ່ຽງເສຍຊີວິດ

ກິນເຂົ້າຜັດທີ່ປະໄວ້ນອກດົນອາດສ່ຽງເສຍຊີວິດ

Published on

ເມື່ອບໍ່ດົນທີ່ຜ່ານມາ ໃນ TikTok ມີຄົນທີ່ເອົາຂ່າວຂອງນັກສຶກສາໜຸ່ມທີ່ເສຍຊີວິດໃນປີ 2019 ເນື່ອງຈາກກິນອາຫານປະເພດເສັ້ນສະປາເກັດຕີ້ ທີ່ປະໄວ້ດົນເຖິງ 5 ມື້ ຈຶ່ງສ້າງຄວາມຕົກໃຈແກ່ຜູ້ຊົມຈຳນວນຫຼາຍເມື່ອເຫັນຂ່າວດັ່ງກ່າວ.

ຕໍ່ມາ ທ່ານໝໍດັງໃນ TikTok ທີ່ມີຊື່ວ່າ drjoe_md ຫຼື ໝໍໂຈ ໄດ້ມາອະທິບາຍວ່າ: ອາການບໍ່ສະບາຍຈາກການກິນອາຫານທີ່ປະໄວ້ດົນໆນີ້ມີຊື່ເອີ້ນວ່າ “ໂຣກເຂົ້າຜັດ” (Fried Rice Syndrome) ເຊິ່ງກໍແມ່ນ ອາຫານເປັນພິດທີ່ເກີດຈາກແບັກທີເລຍ ທີ່ຊື່ວ່າ Bacillus Cereus.

Bacillus Cereus ເຊື້ອແບັກທີເລຍຊະນິດນີ້ ພົບໄດ້ໃນອາຫານທີ່ປະໄວ້ໃນອຸນຫະພູມຫ້ອງເປັນເວລາດົນໆ ເຊັ່ນ ເຂົ້າຜັດ ເມື່ອປະໄວ້ດົນເກີນໄປ ແບັກທີເລຍໃນອາຫານກໍຈະປ່ອຍສານຜິດອອກມາໃນຂະນະທີ່ອຸນຫະພູມຂອງອາຫານເລີ່ມເຢັນ ແລະ ເມື່ອກິນເຂົ້າໄປ ກໍຈະເຮັດໃຫ້ມີອາການປວດຮາກ ເຈັບທ້ອງ ແລະ ຖອກທ້ອງ.

ໂດຍອາການເຫຼົ່ານີ້ຈະເກີດຂຶ້ນເມື່ອກິນອາຫານທີ່ມີສານພິດຂອງແບັກທີເລຍຊະນິດນີ້ເຂົ້າໄປປະມານ 2-3 ຊົ່ວໂມງ ເຊິ່ງເປັນໄລຍະເວລາທີ່ຮ່າງກາຍຍ່ອຍອາຫານ ແລະ ອາການນີ້ຈະຢູ່ໄດ້ດົນເຖິງ 24 ຊົ່ວໂມງ.

ນອກນີ້ ໝໍໂຈ ຍັງກ່າວວ່າ ເມື່ອເລີ່ມມີອາການ ຄວນຮີບໄປຫາໝໍທັນທີ ຢ່າປ່ອຍໄວ້ເຖິງວ່າຜູ້ເສຍຊີວິດຈາກໂຣກນີ້ຈະມີໜ້ອຍກໍຕາມ.

ອາຫານທີ່ມີຄວາມສ່ຽງທີ່ຈະມີສານພິດເມື່ອປະໄວ້ດົນ ມີຄື ເຂົ້າ ເສັ້ນສະປາເກັດຕີ້ ເສັ້ນເຝີ ອາຫານທີ່ມີແປ້ງເປັນສ່ວນປະກອບ ເປັນຕົ້ນ.

ໝໍໂຈ ຍັງແນະນຳອີກວ່າ ອາຫານທີ່ປຸງອອກມາແລ້ວ ບໍ່ຄວນປະໄວ້ໃນອຸນຫະພູມຫ້ອງເປັນເວລາດົນເກີນ 2 ຊົ່ວໂມງ ຍິ່ງມີອາກາດຮ້ອນຫຼາຍປານໃດ ກໍຍິ່ງບໍ່ຄວນປະໄວ້ນອກຕູ້ເຢັນດົນໆ ແລະ ຄວນອຸ່ນອາຫານທຸກຄັ້ງກ່ອນກິນ.

ແຫຼ່ງງຂ່າວ BuzzFeed News

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...