spot_img
Homeຂ່າວການສຶກສາການແຂ່ງຂັນຫຸ່ນຍົນຄັ້ງທີ 13 ປະຈໍາປີ 2016 ສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ

ການແຂ່ງຂັນຫຸ່ນຍົນຄັ້ງທີ 13 ປະຈໍາປີ 2016 ສະເຫຼີມສະຫຼອງ ມະຫາວິທະຍາໄລແຫ່ງຊາດ ຄົບຮອບ 20 ປີ

Published on

ການແຂ່ງຂັນຫຸ່ນຍົນ ປະຈໍາປີ2016 ໄດ້ຖືກຈັດຂຶ້ນເປັນຄັ້ງທີ 13 ຢູ່ທີ່ສະໂມສອນໃຫຍ່ ມະຫາວິທະຍາໄລແຫ່ງຊາດ ນະຄອນຫຼວງວຽງຈັນ, ໃນວັນທີ 4 ພະຈິກນີ້ ເຊິ່ງໄດ້ຮັບການຮ່ວມມືຈາກ ຄະນະວິສະວະກໍາສາດ ແລະ ສະຖານເອກອັກຄະຣາຊະທູດຍີ່ປຸ່ນປະຈໍາ ສປປ ລາວ. ການແຂ່ງຂັນໄດ້ໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ກອງສີ ແສງມະນີ, ຮອງລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ, ທ່ານ ນາງ ສົມຈັນ ບຸນພັນມີ, ຮອງອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ແລະ ທ່ານ ຄາຊຶໂນລິ ຄາວາດະ, ອຸປະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ບັນດາຄູ-ອາຈານ ຈາກມະຫາວິທະຍາໄລຍີີ່ປຸ່ນ ເຊິ່ງເປັນຜູ້ທີ່ໄດ້ໃຫ້ການຊ່ວຍເຫຼືອ ທາງດ້ານເຕັກນິກນັບຕັ້ງແຕ່ໄລຍະ ລິເລີ່ມຂອງການແຂ່ງຂັນຕະຫຼອດມາ ແລະ ອາຈານຈາກຄະນະວິສະວະກໍາສາດ, ມະຫາວິທະຍາໄລແຫ່ງຊາດ ແລະ ຜູ້ເຂົ້າຊົມທີ່ໜາແໜ້ນ ເພື່ຶອເປັນກໍາລັງໃຈໃຫ້ແກ່ຜູ້ເຂົ້າແຂ່ງຂັນ ແລະ ມ່ວນຊື່ນກັບການຕໍ່ສູ້ຂອງຫຸ່ນຍົນທີ່ໜ້າຕື່ນເຕັ້ນ.

ການແຂ່ງຂັນຫຸ່ນຍົນ ແມ່ນໄດ້ເລີ່ມຕົ້ນຂຶ້ນໃນປີ 2002 ເຊິ່ງມີເປົ້າຫມາຍເພື່ອກະຕຸກຊຸກຍູ້ ຄວາມສົນໃຈຂອງນັກຮຽນ ແລະ ນັກສຶກສາ ເຂົ້າໃນວິທະຍາສາດ, ວິສະວະກໍາສາດ ແລະ ເຕັກໂນໂລຢີ ແລະ ສົ່ງເສີມໃນການປັບປຸງທັກສະຂອງພວກເຂົາ ໂດຍໃຫ້ໂອກາດພວກເຂົາໄດ້ອອກແບບ, ຮວບຮວມ ແລະ ສ້າງຫຸ່ນຍົນຂຶ້ນມາດ້ວຍຕົວເອງ. ປີນີ້, ມີທັງຫມົດ 8 ທີມ ເຊິ່ງມາຈາກຫຼວງພະບາງ, ນະຄອນຫຼວງວຽງຈັນ ເຂົ້າຮ່ວມການແຂ່ງຂັນ. ທຸກທີມປະກອບມີ 5 ຄົນ ເຊິ່ງໄດ້ກຽມຫຸ່ນຍົນທີ່ສາມາດບັງຂັບດ້ວຍລີໂມດ ແລະ ເອົາລົງຕໍ່ສູ້ກັບຫຸ່ນຍົນຂອງຄູ່ຕໍ່ສູ້ ຈາກທີມອື່ນໃນເກມການແຂ່ງຂັນໂຍນໝາກບານ. ບໍ່ສະເພາະແຕ່ເທົ່ານັ້ນ, ພວກເຂົາຍັງໄດ້ພະຍາຍາມສ້່າງຫຸ່ນຍົນໂອໂຕມາຕິກ ທີີ່ສາມາດຮັບຮູ້ເຖິງສີທີ່ລະບຸໄວ້ ແລະ ຈັບເອົາກ່ອງທີ່ມີສີ ຕາມທີ່ໄດ້ກໍານົດໄວ້ຢູ່ພາຍໃນຂອບເຂດທີ່ກໍານົດໄວ້ໃຫ້ ເຊິ່ງອີງຕາມການສ້າງກະຕິກາໃໝ່. ທີມໃດທີ່ໄດ້ຄະແນນຫຼາຍສຸດຕະຫຼອດການແຂ່ງຂັນ ຈະກາຍເປັນຜູ້ຊະນະຂອງການແຂ່ງຂັນ ແລະ ແມ່ນທີມງານຈາກ ຄະນະວິສະວະກໍາໄຟຟ້າ ມະຫາວິທະຍາໄລແຫ່ງຊາດ ເຊິ່ງໄດ້ຮັບໂອກາດໄປຢ້ຽມຢາມປະເທດຍີ່ປຸ່ນພາຍໃຕ້ໂຄງການ ”JENESYS2016” ເຊິ່ງຈັດຂຶ້ນໂດຍສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ.

 

ແຫລ່ງຂ່າວ:

ລພນ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...