spot_img
Homeຂ່າວທ້ອງຖິ່ນການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

ການນໍາພັກ-ລັດ, ປວງຊົນລາວ ຮ່ວມໄວ້ອາໄລ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນຄັ້ງສຸດທ້າຍ

Published on

ໜັງສືພິມວຽງຈັນທາມ ລາຍງານໃຫ້ຮູ້ວ່າ ການນໍາພັກ-ລັດ ແລະ ປວງຊົນລາວ ຮ່ວມໄວ້ອາໄລ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເປັນຄັ້ງສຸດທ້າຍ ໃນພິທີຊາປະນະກິດສົບທີ່ຈັດຂຶ້ນຢ່າງເປັນທາງການ ໃນຕອນບ່າຍຂອງວັນທີ 16 ພຶດສະພາ 2020 ຢູ່ເດີ່ນພະທາດຫຼວງ.

ເຖິງທ່ານຈະຈາກໄປຢ່າງບໍ່ມີວັນຫວນກັບມາ ແຕ່ຜົນງານ ແລະ ຄຸນງາມຄວາມດີ ຈະເປັນແວ່ນແຍງ ແລະ ບົດຮຽນອັນລໍ້າຄ່າໄວ້ໃຫ້ປະເທດຊາດ, ການນໍາຮຸ່ນສືບທອດ ແລະ ປວງຊົນລາວທັງຊາດຈາລຶກບຸນຄຸນໄວ້ຕະຫຼອດໄປ.

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ໃນນາມປະທານຄະນະຊາປະນະກິດສົບ ໄດ້ອ່ານສະດຸດີຜົນງານຄວາມດີທີ່ ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ທີ່ໄດ້ປະກອບສ່ວນໃນການຕໍ່ສູ້ປົດປ່ອຍຊາດຈາກສັດຕູຜູ້ຮຸກຮານພາຍນອກ, ປົກປັກຮັກສາ ແລະ ສ້າງສາປະເທດ ຊາດ. ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ນັກປະຕິວັດຮຸ່ນຕໍ່ສູ້ປົດປ່ອຍຊາດ ໄດ້ເຖິງແກ່ມໍລະນະກໍາ ໃນເວລາ 7 ໂມງ 00 ນາທີ ຂອງວັນທີ 12 ພຶດສະພາ 2020 ລວມອາຍຸກະສຽນໄດ້ 92 ປີ, ພາຍຫຼັງທີ່ມີການເຈັບເປັນໄລຍະໜຶ່ງ ເຊິ່ງການຈັດຕັ້ງພັກ-ລັດ, ຄອບຄົວ ຍາດພີ່ນ້ອງ, ຄະນະແພດໝໍທັງພາຍໃນ ແລະ ຕ່າງປະເທດ ໄດ້ເອົາໃຈໃສ່ປິ່ນປົວຈົນສຸດຄວາມສາມາດ, ແຕ່ກໍ່ບໍ່ສາມາດກອບກູ້ເອົາຊີວິດໄວ້ໄດ້.

ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ເປັນອະດີດກໍາມະການສູນກາງພັກສະໄໝທີ I, II, III, IV, V, VI, VII ແລະ VIII, ອະດີດເລຂາທິການສູນກາງພັກ ສະໄໝທີ III, IV, ອະດີດກໍາມະການກົມການເມືອງສູນກາງພັກ ສະໄໝທີ IV, VI, VII ແລະ VIII, ອະດີດນາຍົກລັດຖະມົນຕີ, ອະດີດຮອງປະທານປະເທດ, ອະດີດປະທານສູນກາງແນວລາວສ້າງຊາດ, ອະດີດຫົວໜ້າເສນາທິການໃຫຍ່ກອງທັບປົດປ່ອຍປະຊາຊົນລາວ, ອະດີດລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ອະດີດລັດຖະມົນຕີກະຊວງພາຍໃນ, ນັກຮົບເກົ່າ ແລະ ສັງຄົມ (ກະຊວງປ້ອງກັນຄວາມສະຫງົບໃນປະຈຸບັນ), ອະດີດເລຂາຄະນະພັກ, ປະທານຄະນະກໍາມະການປົກຄອງ ກໍາເເພງນະຄອນວຽງຈັນ, ອະດີດລັດຖະມົນຕີກະຊວງກະສິກໍາ ແລະ ປ່າໄມ້ ແລະ ອະດີດປະທານຄະນະຂົນຂວາຍ ສ້າງຕັ້ງຄະນະຊາວໜຸ່ມປະຊາຊົນປະຕິວັດລາວ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...