spot_img
Homeຂ່າວທ້ອງຖິ່ນການຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງ ຊາດຄາດຈະຊ່ວຍຫຼຸດໜີ້ຕ້ອງຈ່າຍແກ່ ຟຟລ ໄດ້ຫຼາຍລ້ານໂດລາຕໍ່ປີ

ການຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງ ຊາດຄາດຈະຊ່ວຍຫຼຸດໜີ້ຕ້ອງຈ່າຍແກ່ ຟຟລ ໄດ້ຫຼາຍລ້ານໂດລາຕໍ່ປີ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ເພື່ອສ້າງຄວາມເຂົ້າໃຈຢ່າງຖືກຕ້ອງ ແລະ ມີຄວາມເປັນເອກະພາບກັນໃນທົ່ວສັງຄົມ ກ່ຽວກັບການ ປັບປຸງໂຄງສ້າງດ້ານທຸລະກິດພະລັງງານໄຟຟ້າຢູ່ ສປປ ລາວ ທ່ານ ດາວວົງ ພອນແກ້ວ ຮອງລັດຖະ ມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ໄດ້ອະທິບາຍວ່າ:

ໂດຍປະຕິບັດຕາມສັນຍາຮ່ວມຮຸ້ນໃນການສ້າງຕັ້ງບໍລິສັດສາຍສົ່ງໄຟຟ້າແຫ່ງຊາດລາວ (EDL-T) ລະຫວ່າງລັດວິສາຫະກິດໄຟຟ້າລາວ (EDL) ແລະ ລັດວິສາຫະກິດຕາຂ່າຍໄຟຟ້າພາກໃຕ້ ສປ ຈີນ (CSG) ເມື່ອວັນທີ 1 ກັນຍາຜ່ານມາ.

ທ່ານ ດາວວົງ ພອນແກ້ວ ໄດ້ກ່າວເຖິງທີ່ຕັ້ງພາລະບົດບາດ ແລະ ໜ້າທີ່ຂອງ EDL -T ແມ່ນເປັນຮູບແບບບໍລິສັດ ຈໍາກັດ ມີໃບທະບຽນການລົງທຶນ ແລະ ເຄື່ອນໄຫວພາຍໃຕ້ກົດໝາຍຂອງ ສປປ ລາວ ທຸກຢ່າງ. ໝາຍວ່າ ເສຍພັນທະອາກອນຕາມກົດໝາຍອາກອນທຸກຢ່າງ, ມີກໍານົດໄລຍະສໍາປະທານທີ່ ແນ່ນອນ.

ທ່ານ ຮອງລັດຖະມົນຕີກະຊວງ ພະລັງງານ ແລະ ບໍ່ແຮ່ ກ່າວຕື່ມວ່າ: ໃນດ້ານລາຄາແມ່ນແນໃສ່ເຮັດໃຫ້ລາຄາຕົ້ນທຶນການລຳລຽງຂົນສົ່ງໄຟຟ້າໃນລະບົບສາຍສົ່ງຂອງ ສປປ ລາວ ຕ່ຳລົງ ແລະ ສ້າງໂອກາດອັນດີໃຫ້ແກ່ການແຂ່ງຂັນລາຄາກັບຕະຫຼາດໄຟຟ້າກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ, ທັງເປັນການເຮັດໃຫ້ ສປປ ລາວ ກາຍເປັນຈຸດສູນກາງ ໃນການເຊື່ອມໂຍງ, ແລກປ່ຽນ ແລະ ຊື້-ຂາຍພະລັງງານໄຟຟ້າກັບບັນດາປະເທດໃກ້ຄຽງ ແລະ ພາກພື້ນ.

ທັງເປັນການຊ່ວຍເສີມສ້າງລະບົບສາຍສົ່ງໄຟຟ້າຂອງ ສປປ ລາວ ໃຫ້ມີຄວາມໝັ້ນຄົງ ແລະ ມີສະຖຽນລະພາບ. ອີກດ້ານໜຶ່ງ EDL-T ຈະໄດ້ເອົາໜີ້ສ່ວນໃຫຍ່ ຂອງໂຄງການສາຍສົ່ງໄປບໍລິຫານແກ້ໄຂຊໍາລະໂດຍກົງ ສົ່ງຜົນເຮັດໃຫ້ຖານະການເງິນຂອງ ຟຟລ ດີຂຶ້ນໂດຍໄວ ໃນໄລຍະ 3-4 ປີ ເພາະສາມາດແກ້ໄຂປະມານ 30% ຂອງໜີ້ພາກສາຍສົ່ງອອກໄປ ຫຼຸດຜ່ອນຄວາມກົດດັນໃຫ້ກັບ ຟຟລ.

ນອກນັ້ນ, ແຜນດໍາເນີນທຸລະກິດຂອງ EDL-T ເພື່ອຊ່ວຍ ຟຟລ, ນໍາເງິນມາລົງທຶນໃນໂຄງການໃໝ່ທີ່ມີຄວາມຈໍາເປັນ ຄື: ສາຍສົ່ງ 500 KV ເຊື່ອມໂຍງພາກໃຕ້ລາວກັບກໍາປູເຈຍ ໃນປີ 2020-2021 ໂດຍບໍ່ຈໍາເປັນມີການຄໍ້າປະກັນຈາກກະຊວງການເງິນ ເພື່ອບໍລິການ ແລະ ເກັບຄ່າຜ່ານສາຍສົ່ງຈາກບັນດາໂຄງການຜະລິດໄຟຟ້າຂາຍໄຟຟ້າໃຫ້ບໍລິສັດໄຟຟ້າກຳປູເຈຍ (EDC).

ນອກນັ້ນ, ຍັງມີໂຄງການ ສາຍສົ່ງ 500 kV ເຊື່ອມໂຍງພາກເໜືອລາວກັບມົນທົນຢຸນນານ ສປ ຈີນ ໃນປີ 2021-2022 ໂດຍບໍ່ຈໍາເປັນມີການຄໍ້າປະກັນຈາກກະຊວງການເງິນເຊັ່ນດຽວກັນ ເພື່ອຮັບປະກັນໃຫ້ສາມາດລະບາຍໄຟຟ້າທີ່ຜະລິດເຫຼືອໃນຍາມລະດູຝົນຈາກໂຄງການນໍ້າອູ 1-7 (1.272 MW) ແລະ ສາມາດນຳກັບມາດຸນດ່ຽງໃຊ້ຄືນໃນຍາມລະດູແລ້ງທີ່ມີໄຟຟ້າບໍ່ພຽງພໍໃນລະບົບ. ຄາດວ່າຈະຊ່ວຍຫຼຸດໜີ້ຕ້ອງຈ່າຍການຊື້ໄຟຟ້າຕາມສັນຍາ take or pay ຂອງ ຟຟລ ໄດ້ຫຼາຍລ້ານໂດລາຕໍ່ປີ.

ພ້ອມນີ້, ຍັງຈະຊ່ວຍລະດົມທຶນ ຈາກຕະຫຼາດທຶນຕ່າງປະເທດມາແກ້ໄຂສະພາບຄ່ອງດ້ານການເງິນໃຫ້ ຟຟລ ພາຍໃນ 2 ປີ ຫຼັງການສ້າງຕັ້ງ EDL-T ໂດຍເອົາແຜນລາຍຮັບຂາຍໄຟຟ້າໃນອະນາຄົດຂອງ ຟຟລ ໄປຄໍ້າປະກັນ ເຊິ່ງ ຟຟລ ສາມາດນໍາໄປແກ້ໄຂສະພາບຄ່ອງ ແລະ ໃຊ້ໜີ້ເງິນກູ້ ແລະ ໜີ້ຄ່າກະແສໄຟຟ້າ.

ມີແຜນສ້າງໂຄງການປັບປຸງສາຍສົ່ງ ແລະ ສະຖານີອື່ນໆ ທີ່ມີຄວາມຈໍາເປັນ ແລະ ຈະມີການຝຶກອົບຮົມຍົກລະດັບໃຫ້ບັນດາບຸກຄະລາກອນໃຫ້ມີຄວາມຊໍານານທຽບເທົ່າສາກົນ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...