Homeຂ່າວເຫດການກະຊວງ ຖວທ ຜັນຂະຫຍາຍວຽກງານ ຕິດຕາມກວດກາ-ຕ້ານການສໍ້ລາດບັງຫລວງ

ກະຊວງ ຖວທ ຜັນຂະຫຍາຍວຽກງານ ຕິດຕາມກວດກາ-ຕ້ານການສໍ້ລາດບັງຫລວງ

Published on

ໃນ​ວັນ​ທີ 7 ພະຈິກນີ້ ຢູ່ນະຄອນຫລວງ​ວຽງ​ຈັນ,​ ທ່ານ ນາງ ສຸພາ​ລັກ ທິລາ​ວົງ ຫົວໜ້າ​ກົມ​ກວດກາ ກະຊວງ​​ ຖວທ ​ໄດ້ຮຽກຮ້ອງ​ໃຫ້ ບັນດາ​ຜູ້​ແທນ​​ເຂົ້າຮ່ວມ ກອງ​ປະຊຸມ​​ເຜີຍ​ແຜ່ ​ແລະ ຜັນ​ຂະຫຍາຍ​ເນື້ອ​ໃນ​ ກອງ​ປະຊຸມ​ວຽກ​ງານ​ກວດກາ​ ທົ່ວ​ປະ​ເທດ ຄັ້ງທີ່ III ​ແລະ ກອງ​ປະຊຸມ​ ຝຶກອົບຮົມ​ວຽກງານ​ກວດກາ, ກະຊວງ​ຖະ​ແຫລ​ງຂ່າວ​,​ ວັດທະນະທຳ ​ແລະ ທ່ອງ​ທ່ຽວ (ຖວທ) ​ຈົ່ງ​ພ້ອມ​ກັນສຸມ​ສະຕິ​ປັນຍາ ແລະ ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ​ ເຂົ້າ​ໃນ​ການ​ຮັບ​ຟັງ, ​ປະກອບ​ຄວາມ​ຄິດ​ເຫັນ​ ຢ່າງ​ຕັ້ງໜ້າ-​ເລິກ​ເຊິ່ງ ກົງ​ໄປ​ກົງ​ມາ​ ຕໍ່​ເນື້ອ​ໃນ​ຕ່າງໆຂອງ​ກອງ​ປະຊຸມ ​​ເພື່ອ​ເຮັດ​ໃຫ້​ຄະນະ​ພັກ, ຄະນະ​ກວດກາ​ແຕ່ລະ​ຂັ້ນ ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ​.

ໃນ​ການ​ຊີ້​ນຳໆພາ ຕໍ່ວຽກ​ງານ​ຕິດຕາມ​ກວດກາ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ສະ​ແດງ​ອອກ​ເມື່ອ​ເຫັນ​ຈຸດ​ອ່ອນ ຕ້ອງ​ໄດ້ຄົ້ນຄວ້າ ​ຊອກ​ຫາ​ວິທີທາງ​​ແກ້​ໄຂ​ ເພື່ອ​ເຮັດ​ໃຫ້​ວຽກ​ງານ​ ຕິດຕາມກວດກາ​ ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫລວງ ​ໄດ້​ດຳ​ເນີນ​​ໄປ​ຢ່າງ​ແຂງ​ແຮງ, ກາຍ​ເປັນຄວາມ​ຮັບ​ຜິດຊອບ​ ໂດຍ​ກົງ​ຂອງ​ຄະນະ​ພັກ ແລະ ການ​ນຳ​ທຸກຂັ້ນ. ພ້ອມ​ນີ້, ຍັງ​ໄດ້​ຮຽກ​ຮ້ອງ​ໃຫ້ ບັນດາ​ນັກ​ສຳ​ມະ​ນາກອນ ​ທີ່​ເຂົ້າຮ່ວມ​​ຝຶກອົບຮົມ​​ ກ່ຽວ​ກັບ​ວຽກ​ງານ​ກວດກາໃນ​ຄັ້ງນີ້ ຈົ່ງ​ຕັ້ງໜ້າ​ສຸມ​ຈິດ​ໃຈ​ເຂົ້າຮ່ວມ ​ຄົ້ນຄວ້າ​ຮ່ຳຮຽນ​ໃຫ້​ສຸດ​ກົກ​ສຸດ​ປາຍ ​ເພື່ອ​ນຳ​ເອົາ​ບົດຮຽນ ​ຈາກ​ການ​​ຝຶກອົບຮົມ​ນີ້ ​ໄປ​ໃຊ້​ເຂົ້າ​ໃນ​ການ ​ຕິດຕາມກວດກາ ການ​ພັດທະນາ ​ແລະ ຄຸ້ມ​ຄອງ​ວຽກ​ງານ​ ທີ່​ພັກ-​ລັດ​ມອບ​ໝາຍ​ ​​ໂດຍສະ​ເພາະ ວຽກ​ງານ​ຖະ​ແຫລ​ງຂ່າວ, ວັດທະນະທຳ ​ແລະ ທ່ອງ​ທ່ຽວ.

ກອງ​ປະຊຸມ​-​ຝຶກອົບຮົມ​ດັ່ງກ່າວ, ຈະ​ດຳ​ເນີນ​ໄປ​ເປັນ​ເວລາ 4 ວັນ ​ເພື່ອ​ຮັບ​ຟັງ​ເຜີຍ​​ແຜ່ ບົດ​ສະຫລຸບ​ ຕີ​ລາຄາ​ການ​ເຄື່ອນ​ໄຫວ ​ວຽກ​ງານ​ກວດກາ ​ແຕ່​ປີ 2011-2015, ທິດ​ທາງ​ແຜນການ ​ແຕ່​ປີ 2016-2020 ຂອງ​ຄະນະ​ກວດກາ​ສູນ​ກາງ​ພັກ, ສະຫລຸບ​ການ​ເຄື່ອນໄຫວວຽກ​ງານ​ກວດກາ ແຕ່​ປີ 2011-2015​, ທິດ​ທາງ​ແຜນການ​​ແຕ່​ ປີ 2016-2020 ຂອງ​ກະຊວງ ຖວທ ກໍ​ຄື ຈະ​ໄດ້​ຮັບ​ການ​​ຝຶກອົບຮົມ​ກ່ຽວ​ກັບ ​ວຽກ​ງານ​ກວດກາຈາກຄະນະ​ກວດກາ​ສູນ​ກາງພັກ.

kasuang1

ແຫລ່ງຂ່າວ:

ຂປລ

ຕິດຕາມເຮົາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...