spot_img
Homeຂ່າວການສຶກສາກະຊວງສຶກສາທິການ ແລະ ກິລາ ຈະປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດ ເດືອນສິງຫານີ້!

ກະຊວງສຶກສາທິການ ແລະ ກິລາ ຈະປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດ ເດືອນສິງຫານີ້!

Published on

phankham

ກະຊວງສຶກສາທິການ ແລະ ກິລາ, ມີແຜນຈະປະກາດຈົບຊັ້ນປະຖົມບຳລຸງທົ່ວ ປະ ເທດຂຶ້ນໃນເດືອນສິງຫາທີ່ຈະເຖິງນີ້, ຫລັງຈາກສຳເລັດການສອນບຳລຸງໃຫ້ ແກ່ປະຊາຊົນໃນລະດັບດັ່ງກ່າວຢູ່ທຸກແຂວງທົ່ວປະເທດເພື່ອລຶບລ້າງ ຄວາມບໍ່ ຮູ້ໜັງສື, ຂະນະທີ່ການລາຍງານຂອງທ່ານຫົວໜ້າກົມການສຶກສານອກໂຮງ ຮຽນຢູ່ກອງ ປະຊຸມກະກຽມໃຫ້ແກ່ພິທີປະກາດຈົບຊັ້ນດັ່ງກ່າວ ທີ່ຈັດຂຶ້ນເມື່ອ ທ້າຍອາທິດຜ່ານ ມານີ້ໂດຍການເປັນປະທານຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີວ່າການກະຊວງສຶກສາທິການ ແລະ ກິລາ ດຣ ພັນຄຳ ວິພາວັນ ໄດ້ໃຫ້ຮູ້ວ່າ: ລັດຖະບານໄດ້ມອບໃຫ້ ກະຊວງສຶກສາທິການ ແລະ ກິລາຈັດຕັ້ງປະຕິບັດແຜນພັດທະນາການສຶກສາເພື່ອທຸກຄົນແຕ່ປີ 2003-2015 ເພື່ອສູ້

ຊົນເຮັດໃຫ້ອັດຕາການຮູ້ໜັງສືໃນກຸ່ມເປົ້າໝາຍອາຍຸ 15-24 ປີບັນລຸ 99%, ກຸ່ມອາຍຸ 15-40 ປີບັນລຸ 93% ແລະ ກຸ່ມອາຍຸ 15 ປີ ຂຶ້ນໄປໃຫ້ບັນລຸ 87%, ຂະນະທີ່ວຽກງານການຍົກລະດັບປະຊາຊົນໄດ້ຮຽນຈົບຊັ້ນປະຖົມໃຫ້ບັນລຸ 80% ຂອງຈຳ ນວນຜູ້ທີ່ລຶບລ້າງແລ້ວໃນປີ 2010 ແລະ ໃຫ້ໄດ້ 90% ໃນປີ 2015 ແລະ ຜ່ານການຈັດຕັ້ງປະຕິບັດຕົວຈິງເຫັນ ວ່ານະຄອນ ຫລວງວຽງຈັນສາມາດປະກາດຈົບຊັ້ນປະຖົມບຳລຸງກ່ອນໝູ່ໃນປີ 2010, ຖັດມາກໍມີແຂວງຊຽງຂວາງ, ຈຳປາສັກ, ອຸດົມໄຊ, ຫລວງພະບາງ, ຫລວງນ້ຳທາ, ບໍລິຄຳໄຊ, ໄຊຍະບູລີ, ບໍ່ແກ້ວ, ຫົວພັນ, ສາລະວັນ, ອັດຕະປື, ຄຳມ່ວນ, ສະຫວັນນະເຂດ, ເຊກອງ, ຜົ້ງສາລີ ແລະ ໄຊສົມບູນ ທີ່ໄດ້ປະກາດລຶບລ້າງຄວາມບໍ່ຮູ້ໜັງສືຕາມລຳດັບ ແລະ ສະເພາະສົກປີ 2014-2015 ກໍສາມາດລຶບລ້າງຄວາມບໍ່ຮູ້ໜັງສືໃຫ້ປະຊາຊົນຫລາຍກວ່າ 6 ພັນຄົນ(ຍິງ 3800 ກວ່າຄົນ) ແລະ ບຳລຸງຈົບຊັ້ນປະຖົມ ໄດ້ຫລາຍກວ່າ 18 ພັນຄົນ, ໃນນັ້ນມີຍິງ 10 ພັນກວ່າຄົນ, ດັ່ງນັ້ນ ຈຶ່ງເຫັນວ່າພວກເຮົາສາມາດປະ ກາດຈົບຊັ້ນປະຖົມບຳລຸງ ໃນທົ່ວປະເທດໄດ້ເພື່ອໃຫ້ປະຊາຊົນລາວ ແລະ ຕ່າງປະເທດຮັບຮູ້ວ່າ: ສປປ ລາວ ໄດ້ສຳເລັດການສຶກສາຊັ້ນປະຖົມບຳ ລຸງພາກບັງຄັບແລ້ວ, ທັງເປັນການສະແດງໃຫ້ເຫັນຜົນງານຂອງການຈັດຕັ້ງປະຕິບັດຍຸດທະສາດການປະຕິຮູບການ ສຶກສາແຫ່ງຊາດມີຜົນສຳເລັດເປັນກ້າວໆ.

ໃນໂອກາດນີ້, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງສຶກສາທິການ ແລະ ກິລາ, ກໍໄດ້ສະແດງຄວາມ ຍ້ອງຍໍຊົມເຊີຍຕໍ່ບັນດາຜົນງານຂອງການຈັດຕັ້ງປະຕິບັດ ວຽກງານການພັດທະນາການສຶກສາທີ່ຍາດມາໄດ້, ຄຽງຄູ່ກັນນັ້ນ ກໍເນັ້ນໃຫ້ເອົາໃຈໃສ່ບາງວຽກງານທີ່ຍັງເປັນຈຸດອ່ອນຄົງຄ້າງໂດຍໄວເພື່ອສ້າງບາດກ້າວບຸກທະລຸໃໝ່ໃນການພັດທະນາຂົງເຂດສຶກສາໃຫ້ມີຄຸນນະພາບດີກວ່າເກົ່າ, ສ່ວນບັນຫາການກະກຽມໃຫ້ແກ່ພິທີປະກາດຈົບຊັ້ນປະຖົມບຳລຸງທົ່ວປະເທດນີ້, ກໍສະເໜີໃຫ້ແຕ່ລະພາກສ່ວນທີ່ຮັບຜິດ ຊອບຈົ່ງປະສານສົມທົບກັນໃຫ້ດີເພື່ອຮັບປະກັນໃຫ້ພິທີດັ່ງກ່າວປະສົບຜົນສຳເລັດຈົບງາມ.

 

ແຫລ່ງຂ່າວ: ລາວພັດທະນາ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...