spot_img
Homeຂ່າວພາຍ​ໃນກະຊວງສາທາຯ ເຕືອນລະວັງໄຂ້ເລືອດອອກລະບາດ ແນະປະຕິບັດຄຳຂວັນ 5 ປ ທຳລາຍແຫລ່ງຍຸງລາຍ!

ກະຊວງສາທາຯ ເຕືອນລະວັງໄຂ້ເລືອດອອກລະບາດ ແນະປະຕິບັດຄຳຂວັນ 5 ປ ທຳລາຍແຫລ່ງຍຸງລາຍ!

Published on

ໜ່ວຍເຝົ້າລະວັງພະຍາດ ກະຊວງສາທາລະນະສຸກ ໃຫ້ຮູ່ວ່າ: ເນື່ອງຈາກປັດຈຸບັນ ສະພາບອາກາດມີການປ່ຽນແປງຮ້ອນຂຶ້ນ ຈຶ່ງເປັນເງື່ອນໄຂໃຫ້ຍຸງລາຍ ຊຶ່ງເປັນພາຫະນຳເຊື້ອພະຍາດໄຂ້ເລືອດອອກ ຂະຫຍາຍພັນໄດ້ດີ ແລະ ອາດມີຄວາມສ່ຽງ ທີ່ຈະກໍໃຫ້ເກີດການລະບາດ ພະຍາດໄຂ້ເລືອດອອກໄດ້ງ່າຍ ຖ້າຫາກບໍ່ມີການປ້ອງກັນທີ່ດີຄື: ນັບແຕ່ເດືອນມັງກອນ 2016 ມາຮອດ ປັດຈຸບັນ ສະເພາະຢູ່ນະຄອນຫຼວງວຽງຈັນ ມີຈຳນວນຜູ້ຕິດເຊື້ອໄຂ້ເລືອດອອກແລ້ວ ຫຼາຍກວ່າ 40 ກໍລະນີ້, ແຕ່ຍັງບໍ່ມີຜູ້ເສຍຊີວິດຈາກພະຍາດດັ່ງກ່າວ, ດັ່ງນັ້ນ ເພື່ອເປັນການກຽມພ້ອມສະກັດກັ້ນ ແລະ ຄວບຄຸມພະຍາດໄຂ້ເລືອດອອກ ບໍ່ໃຫ້ເກີດມີການລະບາດ, ທັງເປັນການປ້ອງກັນແຕ່ຫົວທີ ດັ່ງນັ້ນຈຶ່ງເຕືອນໃຫ້ປະຊາຊົນລາວບັນດາເຜົ່າ ທີ່ຢູ່ທ້ອງຖິ່ນຕ່າງໆໃນທົ່ວປະເທດ, ກໍຄືຊາວນະຄອນຫຼວງວຽງຈັນ, ຈົ່ງເປັນເຈົ້າການເອົາໃຈໃສ່ ທຳລາຍແຫຼ່ງເພາະພັນຂອງຍຸງລາຍ, ເພື່ອເປັນການປ້ອງກັນ ແລະ ສະກັດກັ້ນພະຍາດດັ່ງກ່າວໃຫ້ມີຜົນ, ໂດຍສະເພາະແມ່ນໃຫ້ເອົາໃຈໃສ່ ປະຕິບັດຄຳຂວັນ 5 ປ ທີ່ກະຊວງສາທາລະນະສຸກວາງອອກ ຢ່າງເຂັ້ມງວດຄື: ປ 1 ປິດຝາພາຊະນະ ທີ່ມີນ້ຳພາຍໃນເຮືອນ ແລະ ນອກເຮືອນ ເພື່ອບໍ່ໃຫ້ຍຸງມາໄຂໃສ່, ປ 2 ປ່ຽນນ້ຳ ແລະ ຜັດຖູພາຊະນະເຊັ່ນ: ເຕົ້າດອກໄມ້, ນ້ຳຮອງຕີນຕູ້ເຢັນ, ຖ່ານຮອງຈອກນ້ຳ, ປ3 ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳຍຸງລາຍ, ປ4 ປັບປຸງບໍ່ໃຫ້ມີນ້ຳຄ້າງ, ຂັງກະໂປະກະປ໋ອງ, ຮາງລິນ ແລະ ຢ່າງຕີນລົດເກົ່າ, ປ 5 ປະຕິບັດເປັນປະຈຳທຸກໆອາທິດ ແລະ ຖ້າຫາກເປັນໄຂ້ ໃຫ້ໄປປິ່ນປົ່ວຢູ່ໂຮງໝໍ ຫຼື ສຸກສາລາໃກ້ບ້ານທ່ານ, ພ້ອມນັ້ນ ກໍຕ້ອງເອົາໃຈໃສ່ ປ້ອງກັນພະຍາດຕາມລະດູການຕ່າງຄື: ຖອກທ້ອງ, ຕາແດງ, ໄຂ້ຫວັດ ແລະ ພະຍາດອື່ນໆ, ດ້ວຍການປະຕິບັດ ຕາມຫຼັກການອະນາໄມ 3 ສະອາດຢ່າງເຂັ້ມງວດ, ໂດຍສະເພາະແມ່ນການກິນຢູ່ໃຫ້ສະອາດ, ເນື່ອງຈາກປັດຈຸບັນ ສະພາບອາກາດ ເລີ່ມມີການປ່ຽນແປງຮ້ອນຂຶ້ນ ຈຶ່ງເປັນເງື່ອນໄຂກໍ່ໃຫ້ເກີດພະຍາດ ຕາມລະດູການຕ່າງໆໄດ້ງ່າຍ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາວ-ສ.ເກົາຫຼີ ລົງນາມຮ່ວມມື ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ມູນຄ່າ 9.9 ລ້ານໂດລາ

ລາວ-ສ.ເກົາຫຼີ ລົງນາມບົດບັນທຶກການຮ່ວມມື (Record of Discussion-ROD) ເພື່ອດໍາເນີນໂຄງການສ້າງສູນພັດທະນາບຸກຄະລາກອນທາງດ້ານດິຈິຕອນ ກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ຮ່ວມກັບ ອົງການຮ່ວມມືສາກົນ ສ.ເກົາຫຼີ (KOICA) ໄດ້ຈັດພິທີລົງນາມບົດບັນທຶກການຮ່ວມມື...

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...