Homeຂ່າວເຫດການກະກຽມຕ້ອນຮັບ ປະທານາທິບໍດີອາເມຣິກາ ຢ້ຽມຢາມລາວ ຄັ້ງປະຫວັດສາດ!

ກະກຽມຕ້ອນຮັບ ປະທານາທິບໍດີອາເມຣິກາ ຢ້ຽມຢາມລາວ ຄັ້ງປະຫວັດສາດ!

Published on

ວັນ​ທີ 12 ສິງຫາ 2016 ທີ່ກະຊວງ​ການ​ຕ່າງປະເທດ ທ່ານ ສະເຫຼີມ​ໄຊ ກົມ​ມະ​ສິດ ລັດ​ຖະມົນຕີ​ກະຊວງ​ການ​ຕ່າງປະເທດ ໄດ້​ຕ້ອນຮັບ​ການ​ເຂົ້າ​ຢ້ຽມ​ຄຳນັບຂອງ​ ທ່ານ ດາ​ນຽນ ຣັດ​ເຊວ (Daniel Russel) ຜູ້​ຊ່ວຍ​ລັດຖະ​ມົນຕີ​ກະຊວງ​ການ​ຕ່າງ​ປະເທດ ສະຫະລັດ​ອາ​ເມ​ຣິ​ກາ ເພື່ອປຶກສາ​ຫາລື​ທາງ​ດ້ານ​ເນື້ອ​ໃນ ເພື່ອ​ເປັນ​ການ​ກະກຽມ​ໃຫ້​ແກ່ການ​ເດີນທາງ​ມາ​ຢ້ຽມຢາມ ​ສປປ ລາວ ຄັ້ງ​ປະຫວັດສາດ ແລະ ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ຂອງ​ປະທານາທິບໍດີ​ສະຫະລັດ​ອາເມ​ຣິ​ກາ ໃນ​ຕົ້ນ​ເດືອນ​ກັນຍາ 2016.

ສອງ​ຝ່າຍ​ໄດ້​ມີ​ຄວາມ​ເຫັນເປັນ​ເອກະ​ພາບກັນ​ ວ່າການ​ພົວພັນ​ຮ່ວມ​ມື​ຂອງ​ສອງ​ປະເທດ ​ມີທ່ວງ​ທ່າ​ຂະຫຍາຍຕົວ​ດີ​ຂຶ້ນ ເຊິ່ງສອງ​ຝ່າຍ​ໄດ້​ລົງ​ເລິກ​ປຶກສາ​ຫາລື ແລະ ແລກປ່ຽນ​ຄຳ​ເຫັນ​ນຳ​ກັນຢ່າງ​ກວ້າງຂວາງ ​ກ່ຽວ​ກັບ​ບັນຫາຕ່າງໆ​ທີ່​ນອນ​ຢູ່​ໃນ​ຂອບ​ການຮ່ວມ​ມື ເຊັ່ນ: ວຽກ​ງານ​ການຊອກ​ຄົ້ນ​ຫາ​ສິ່ງ​ເສດ​ເຫຼືອ​ ຂອງທະຫານ​ອາ​ເມ​ຣິ​ກາ ທີ່​ຫາຍ​ສາບສູນ​ໃນ​ປາງ​ສົງຄາມ (MIA) ການ​ເກັບ​ກູ້​ລະເບີດ​ທີ່​ບໍ່​ທັນ​ແຕກ (UXO) ການ​ຮ່ວມ​ມື​ດ້ານ​ສາທາ​ລະນະ​ສຸກ ການ​ສຶກ​ສາ ແລະ ວັດທະນະທຳ ການ​ຊຸກຍູ້​ສົ່ງເສີມການ​ພົວພັນ​ຮ່ວມ​ມື​ດ້ານ​ການ​ຄ້າ ການ​ລົງທຶນ ລະຫວ່າງ​ສອງ​ປະເທດ ນອກ​ນັ້ນ ສອງ​ຝ່າຍ​ຍັງ​ໄດ້ຫາລື​ກ່ຽວ​ກັບ​ ບັນຫາ​ສະພາບການ​ພາກ​ພື້ນ ແລະ ສາກົນ​ທີ່ຕ່າງ​ຝ່າຍ​ມີ​ຄວາມ​ສົນໃຈ ​ເປັນຕົ້ນແມ່ນ ການ​ເປັນ​ປະທານ​ອາ​ຊຽນຂອງ​ລາວ.

 

ແຫລ່ງຂ່າວ:

ວຈໝ

ຕິດຕາມເຮາທາງFacebook ກົດຖືກໃຈເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...