Homeຂ່າວພາຍ​ໃນກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້ 1%

ກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້ 1%

Published on

ທ່ານ ໂຈມ​ແຍງ ແພງ​ທອງ​ສະ​ຫວັດ ຫົວ​ໜ້າ​ຫ້ອງ​ການ ຄະ​ນະ​ກຳ​ມະ​ການ​ຄຸ້ມ​ຄອງ​ແຫ່ງ​ຊາດ ເພື່ອ​ການ​ແກ້​ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້​ເວົ້າ​ວ່າ: ນັບແຕ່ມື້ເລີ່ມຕົ້ນເກັບ​ກູ້​ລະ​ເບີດ​ແຕ່ປີ 1996 ຈົນຮອດປັດຈຸບັນ ສາມາດຈັດຕັງປະຕິບັດໄດ້ພຽງແຕ່ 1 ເປີເຊັນ ເທົ່ານັ້ນ ແລະ ຍັງ​ອີກ 99% ຖ້າ​ທຽບ​ໃສ່​ພື້ນ​ທີ່ໆໄດ້​ຮັບ​ຜົນ​ກະ​ທົບ​ ​ພວກ​ເຮົາ​ໄດ້​ວິ​ເຄາະ​ຢູ່ ສ​ປ​ປ ລາວ ແມ່ນ 87 ພັນ​ກິ​ໂລ​ຕາ​ແມັດ ແລະ ພວກ​ເຮົາໄດ້​​ສະ​ເລ່ຍ​ໃສ່​ຈຳ​ນວນ​ປີ ​ຍັງ​ອີກ 1.860 ປີ ຈຶ່ງ​ສາ​ມາດ​ບັນ​ລຸ​ການ​ສຳ​ຫຼວດກວດ​ກູ້ລະ​ເບີດບໍ່​ທັນ​ແຕກ ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ໄດ້​ທັງ​ໝົດ ເພາະ​ວ່າ​ຈຸດ​ພິ​ເສດ​​ຂອງວຽກ​ງານ​ເກັບ​ກູ້​ລະ​ເບີດ​ ຫຼື​ ວ່າການ​ແກ້​ໄຂ​ບັນ​ຫາ​ລະ​ເບີດ​ບໍ່ທັນ​ແຕກ ຢູ່ ສ​ປ​ປ ລາວ ມັນ​ຈະ​ແຕກ​ຕ່າງ​ກັບ​ປະ​ເທດ​​ອື່ນ ເພາະ​ວ່າ​ຈຸດ​ພິ​ເສດ​ຂອງ​ປະ​ເທດ​ເຮົາ​ແມ່ນ​ມີ​ພູ​ຜ່າ​ປ່າ​ດົງ ການ​ເກັບ​ກູ້​ລະ​ເບີດ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່ ໃຊ້​ເຕັກ​ນິກ ແລະ ທຶນ​ຮອນ​ ເມື່ອ​ທຽບ​ໃສ່​ຜົນ​ສຳ​ເລັດ​ທີ່​ຜ່ານ​ມາ​ແມ່ນ​ມີ​ຄວາມ​ທ້າ​ທາຍຫຼາຍ ແລະ ໃນ​ແຕ່​ລະ​ປີ​ເຮັດ​ໃຫ້​ປະ​ຊາ​ຊົນ​ເກີດ​ອຸ​ບັດ​ເຫດ ຊຶ່ງ​ປີ 2021 ​ແມ່ນ​ມີ​ຜູ້​ໄດ້​ຮັບ​ຜົນ​ກະ​ທົບ​ຈາກ​ລະ​ເບີດ​ບໍ່ທັນ​ແຕກ​ທັງ​ໝົດ 63 ຄົນ.

ໃນ​ການ​ຄຸ້ມ​ຄອງການ​ຕິດ​ຕາມອຳ​ນວຍ​ຄວາມ​ສະ​ດວກ​ໃນ​ການເຄື່ອນ​ໄຫວ ​ການ​ແກ້​ໄຂ​ບັນ​ຫາ​ລະ​ເບີດ​ບໍ່ທັນ​ແຕກເຊັ່ນ: ​ການ​ໂຄ​ສະ​ນາສຶກ​ສາ​ຄວາມ​ສ່ຽງ​ໄພ ການ​ສຳຫຼວດ​ການກວດ​ກູ້ ແລະ ການ​ຊ່ວຍ​ເຫຼືອ​ຜູ້​ຖືກ​ເຄາະ​ຮ້າຍ ແລະ ຄຽງ​ຄູ່​ກັນ​ນັ້ນ​ຍັງ​ໄດ້​​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​​ທຸກ​ອົງ​ການ​ທີ່ປະ​ຕິ​ບັດ​ງານ​ທັງ​ພາຍ​ໃນ ແລະ ຕ່າງ​ປະ​ເທດ ທີ່​ມີ​ຈຸດ​ປະ​ສົງ​​ທີ່ຈະແກ້ໄຂ​ບັນ​ຫາ​ລະ​ເບີດບໍ່​ທັນ​ແຕກ​ທີ່​ຕົກ​ຄ້າງ​ຢູ່ ສ​ປ​ປ ລາວ ເພື່ອ​ເປັນ​ການ​ພັດ​ທະ​ນາເສດ​ຖະ​ກິດ-ສັງ​ຄົມ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ຕົວ​ຈິງ ຂອງ​​ອົງການ​ປະ​ຕິ​ບັດ​ງານ​​ເຄື່ອນ​ໄຫວຢູ ສ​ປ​ປ ລາວ ຊຶ່ງ​​ພວກເຮົາ​ໄດ້​ຜັດ​ປ່ຽນ​ໄປ​ເປັນ​ແຕ່​ລະ​ແຂວງ ສຳ​ລັບ​ປີນີ້​ພວກ​ເຮົາ​ໄດ້​ເລືອກ​ເອົາ​ແຂວງ​ສາ​ລະ​ວັນ ຊຶ່ງ​ເປັນ​ແຂວງ​ທີ່​ລະ​ເບີດ​ຕົກ​ຄ້າງ​ເປັນອັນ​ດັບ 4 ຂອງ​ປະ​ເທດ.

ແຫຼ່ງຂ່າວ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...