spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມສາທາ ຫາລືການປັບປຸງລະບົບເຝົ້າລະວັງພະຍາດ

ສາທາ ຫາລືການປັບປຸງລະບົບເຝົ້າລະວັງພະຍາດ

Published on

ວັນທີ 20 ພຶດສະພານີ້ພະແນກ ສາທາລະນະສຸກນະຄອນຫຼວງວຽງຈັນ, ໄດ້ຈັດ ກອງປະຊຸມປຶກສາຫາລືການປັບປຸງລະ ບົບເຝົ້າລະວັງພະຍາດ ແລະ ການລາຍ ງານ ຂໍ້ມູນຂອງ 6 ໂຮງໝໍສູນ ກາງຂຶ້ນຢູ່ພະແນກການດັ່ງກ່າວ, ໂດຍການເຂົ້າຮ່ວມຂອງ ທ່ານຮອງຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງ ຈັນ, ມີອຳນວຍການ ແລະ ຕົວ ແທນຈາກ 6 ໂຮງໝໍສູນການ ເຂົ້າຮ່ວມຢ່າງພ້ອມພຽງ.

ຮອງຫົວໜ້າພະແນກສາທາ ນະຄອນຫຼວງກ່າວວ່າ: ການເຝົ້າລະວັງແມ່ນມີ ຄວາມສຳຄັນຫຼາຍ, ໂດຍສະເພາະແມ່ນການ ສະໜອງຂໍ້ມູນກ່ຽວກັບພະຍາດ ຕິດຕໍ່ທີ່ອາດເກີດຂຶ້ນໃໝ່, ຈາກ ບົດຮຽນກາ ນເຝົ້າລະວັງໃນປີ 2013 ຜ່ານມາເຫັນວ່າການຈັດ ຕັ້ງປະຕິບັດວຽກງານດັ່ງກ່າວ ຍັງມີຄວາມຫຍຸ້ງຍາກ, ສັບສົນ ບາງຢ່າງທີ່ຈະ

ຕ້ອງໄດ້ປັບປຸງ ແກ້ໄຂ, ດັ່ງນັ້ນກອງປະຊຸມຄັ້ງນີ້ ຈະຕ້ອງໄດ້ທົບທວນຄືນເຖິງ ເຫດຜົນ ແລະ ຄວາມສຳຄັນ ຂອງການເຝົ້າລະ ວັງ, ການ ຕອບໂຕພະຍາດຕ່າງໆ ແລະ ພ້ອມກັນ ປັບປຸງຂໍ້ຫຍຸຸ້ງຍາກເຫຼົ່ານັ້ນ, ເພື່ອເຮັດໃຫ້ວຽກງານເຝົ້າ ລະວັງ ແລະ ການສະ ໜອງຂໍ້ມູນ ຈາກ 6 ໂຮງໜໍສູນກາງ, ທັນເວ ລາ, ເມື່ອມີພະຍາດລະບາດໃດ ໜຶ່ງເກີດຂຶ້ນ, ຮອງຫົວໜ້າແນກ ສາທາລະນະ ສຸກໃຫ້ຮູ້ອີກວ່າ: ປັດຈຸບັນຢູ່ໂຮງໜໍຕ່າງໆໄດ້ເລີ່ມ ມີ ຄົນເຈັບໄຂ້ເລືອດອອກເຂົ້າມາປິ່ນປົວແຕ່ຍັງມີຈຳນວນໜ້ອຍ, ເຖິງຢ່າງ ໃດກໍຕາມຮຽກຮ້ອງໃຫ້ປະຊາຊົນເປັນເຈົ້າການໃນການ ເຝົ້ງລະວັງພະຍາດດັ່ງກ່າວຢ່າງເຂັ້ມງວດ, ເພື່ອບໍ່ໃຫ້ເກີດການລະບາດ ໃຫຍ່ດັ່ງປີຜ່ານມາ.

ທີ່ມາ http://laophatthananews.blogspot.com/2014/05/blog-post_1522.html

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...