Homeຂ່າວພາຍ​ໃນມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

ມະນີຍົມ ອໍໂຕ້ ກຣຸບ ກາຍເປັນຕົວແທນຜະລິດຕະພັນ ເອຊີແດລໂກ (ACDelco) ຢ່າງເປັນທາງການໃນລາວພຽງຜູ້ດຽວ

Published on

ໃນວັນທີ 28 ມີນາ 2025 ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໄດ້ມີພິທິເຊັນສັນຍາຢ່າງເປັນທາງການ ເພື່ອກາຍເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ (ACDelco) ໃນລາວ ຢ່າງເປັນທາງການ. ພິທີລົງນາມໄດ້ຈັດຂຶ້ນທີ່ສູນບໍລີການ ມະນີຍົມ ໂດຍມີ ທ່ານ ສຸກສະໝອນ ສີຫາເທບ, ປະທານບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ແລະ ທ່ານ ກິດສະນະມິດ, ຜູ້ອຳນວຍການຝ່າຍບໍລິການຫຼັງການຂາຍປະເທດໄທ ແລະ ສົ່ງອອກ ບໍລິສັດ ເຊບໂຣເລດ ເຊວສ໌ ປະເທດໄທ ຈຳກັດ ເຂົ້າຮ່ວມ.

ທ່ານ ສຸກສະໝອນ ສີຫາເທບ ໄດ້ເນັ້ນຢໍ້າເຖິງຄວາມສຳຄັນຂອງການຮ່ວມມືຄັ້ງນີ້ ແລະ ຄວາມມຸ່ງໝັ້ນຂອງບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ທີ່ຈະນຳເອົາຜະລິດຕະພັນທີ່ມີຄຸນນະພາບສູງຂອງ ເອຊີແດລໂກ ມາສູ່ຕະຫຼາດລາວ.

ພ້ອມກ່າວວ່າ “ພວກເຮົາມີຄວາມຮູ້ສຶກເປັນກຽດຢ່າງຍິ່ງທີ່ໄດ້ຮ່ວມມືກັບບໍລິສັດ ເຊບໂຣເລດ ເຊວສ໌ ປະເທດໄທ ຈຳກັດ ເພື່ອເປັນຕົວແທນຜະລິດຕະພັນ ເອຊີແດລໂກ ຢ່າງເປັນທາງການໃນລາວ” ແລະ “ພວກເຮົາເຊື່ອວ່າຜະລິດຕະພັນ ເອຊີແດລໂກ ທີ່ມີຊື່ສຽງໃນດ້ານຄຸນນະພາບ ແລະ ຄວາມໜ້າເຊື່ອຖືໃນລະດັບ ຈະຄວາມໄວ້ວາງໃຈ ພ້ອມຕອບສະໜອງຄວາມຕ້ອງການຂອງຜູ້ບໍລິໂພກໃນລາວໄດ້ເປັນຢ່າງດີ.”

ນອກຈາກນີ້ ທ່ານ ກິດສະນະມິດ ໄດ້ກ່າວເຖິງຄວາມໝັ້ນໃຈຂອງບໍລິສັດ ເຊບໂຣເລດ ເຊວສ໌ ປະເທດໄທ ຈຳກັດ ຕໍ່ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ໃນການເປັນຕົວແທນຈຳໜ່າຍຜະລິດຕະພັນ ເອຊີແດລໂກ ໃນລາວ ວ່າການຮ່ວມມືຄັ້ງນີ້ຈະຊ່ວຍໃຫ້ຜູ້ບໍລິໂພກໃນລາວສາມາດເຂົ້າເຖິງຜະລິດຕະພັນ ເອຊີແດລໂກ ໄດ້ງ່າຍຂຶ້ນ, ເຊິ່ງລວມມີແບັດເຕີຣີ,ນ້ຳມັນເຄື່ອງ ແລະ ອາໄຫຼ່ລົດອື່ນໆ ທີ່ມີຄຸນນະພາບສູງ. ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ຈະໃຫ້ບໍລິການຫຼັງການຂາຍທີ່ດີເລີດແກ່ລູກຄ້າທຸກທ່ານທີ່ມາໃຊ້ບໍລິການ.

ບໍລິສັດ ມະນີຍົມ ອໍໂຕ້ ກຣຸບ ຈະກາຍເປັນຕົວແທນ ຜະລິດຕະພັນ ເອຊີແດລໂກ ຢ່າງເປັນທາງການໃນລາວ ພ້ອມຈະມີສູນບໍລິການຫຼັງການຂາຍ ເພື່ອຕອບສະໝອງຄວາມຕ້ອງການຂອງຕະຫຼາດໃນລາວ ການຮ່ວມມືກັນໃນຄັ້ງນີ້ຖືວ່າເປັນບາດກ້າວໜ້າທີ່ສຳຄັນຂອງວົງການອາໄຫຼ່ລົດ.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...