spot_img
Homeຂ່າວທ້ອງຖິ່ນBMAP ມອບຄອມພິວເຕີໃຫ້ ວວສ

BMAP ມອບຄອມພິວເຕີໃຫ້ ວວສ

Published on

ໂຄງການຊ່ວຍເຫຼືອຂອງຟີລິບປິນມອບຄອມພິວເຕີໃຫ້ ວວສ
ໂຄງການຊ່ວຍເຫຼືອຂອງຟິລິບປິນ ຫຼື Baptist Missionary Association of The Philippines(BMAP) ໄດ້ມອບຄອມພິວເຕີຕັ້ງໂຕະ
ຈໍານວນ 10 ຊຸດ ມູນຄ່າ 2.713 ໂດລາສະຫະລັດ ຫຼື ປະມານ 20 ລ້ານກ່ວາກີບ ໃຫ້ແກ່ວິທະຍາໄລ ວິທະຍາສາດ ສຸຂະພາບ(ວວສ) ຈໍາປາສັກ ເພື່ອປະກອບສ່ວນໃນການພັດທະນາດ້ານ ໄອທີ.

ພິທີມອບ-ຮັບຄອມພິວເຕີຄັ້ງນີ້ມີຂຶ້ນໃນວັນທີ 14 ພຶດສະພາ 2014 ທີ່ຜ່ານມານີ້ ຢູ່ວິທະຍາໄລດ່ັງກ່າວ.
ໃນໂອກາດກ່າວມອບທ່ານ ນາງ ຈອຍ(Miss Joy) ຜູ້ປະສານງານໂຄງການ BMAP ປະຈຳແຂວງຈຳປາສັກກ່າວວ່າ: ຈຸດປະສົງໃນການມອບຄອມພິວເຕີຕັ້ງໂຕະໃຫ້ແກ່ ວວສ ຄັ້ງນີ້ ກໍ່ເພື່ອປະກອບສ່ວນໃນການພັດທະນາການຮຽນ-
ການສອນນັກຮຽນ-ນັກສຶກສາຂອງ ວວສ ໃຫ້ມີຄວາມຮູ້ຄວາມສາມາດທາງດ້ານ ໄອທີ ແລະ ສາມາດນຳໄປໃຊ້ ໃນການປະຕິບັດໜ້າທີ່ວຽກງານຂອງຕົນຢ່າງມີປະສິດທິຜົນ ພາຍຫຼັງສຳເລັດການສຶກສາຈາກໂຮງຮຽນດັ່ງກ່າວ.

ໃນໂອກາດກ່າວຮັບທ່ານ ດຣ.ສີພັນ ປັນຍາສະຫວັດ ຜູ້ອຳນວຍການ ວວສ ຈຳປາສັກກ່າວວ່າ: ໃນທີ່ຜ່ານມາ ວວສ ພວກເຮົາແມ່ນຂາດເຂີນຄອມພິວເຕີທີ່ຈະນໍາໃຊ້ເຂົ້າໃນກິດຈະກຳການຮຽນ-ການສອນ, ຍ້ອນແນວນັ້ນຈິ່ງຂໍສະແດງຄວາມຂອບໃຈຢ່າງຍິ່ງ ທີ່ໂຄງການຊ່ວຍເຫຼືອຂອງຟິລິບປິນ ທີ່ນຳຄອມຕັ້ງໂຕະ ມາມອບໃຫ້ໃນຄັ້ງນີ້, ຂ້າພະເຈົ້າໃນນາມຜູ້ອໍານວຍການ ວວສ ຂໍຢືນຢັນວ່າ ຈະນຳໃຊ້ຄອມພິວເຕີດັ່ງກ່າວປະກອບເຂົ້າໃນກິດຈະກຳການຮຽນ-ການສອນນັກຮຽນ-ນັກສຶກສາຢ່າງມີປະສິດທິຜົນ,
ພ້ອມນີ້ກໍ່ຫວັງວ່າ: ໃນຕໍ່ໜ້າໂຄງການຊ່ວຍເຫຼືອຂອງຟິລິບປິນ ຈະສືບຕໍ່ຊ່ວຍເຫຼືອ ວວສ ຂອງພວກເຮົາຕື່ມອີກ.
ໂຄງການ BMAP ໄດ້ເຂົ້າມາເຄື່ອນໄຫວ ວຽກງານຢູ່ແຂວງຈຳປາສັກໃນປີ 2012, ໜ້າວຽກສຳຄັນ ຕົ້ນຕໍແມ່ນປະກອບສ່ວນ ພັດທະນາຊັບພະຍາກອນມະນຸດໃນຂົງເຂດສາທາລະນະສຸກ ໂດຍສະເພາະແມ່ນ ສອນພາສາອັງກິດ ໃຫ້ພະນັກງານວິຊາການອ້ອມຂ້າງ ພະແນກສາທາລະນະສຸກແຂວງ, ໂຮງໝໍແຂວງ ແລະ ວວສ, ນອກນັ້ນ ຍັງໄດ້ປະກອບສ່ວນໃນການພັດທະນາພື້ນຖານ ໂຄງລ່າງໃນຂົງເຂດດັ່ງກ່າວ ແລະ ໂຄງການນີ້ຈະສືບຕໍ່ ເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກຈົນຮອດປີ 2017.

ຂ່າວ-ພາບ: ທູນທອງໃຈ

ທີ່ມາ www.facebook.com/champamai.newspaper

ບົດຄວາມຫຼ້າສຸດ

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາ ລະຫວ່າງຊາດອາຊຽນ (AIPA) ຄັ້ງທີ 45 ຈະໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 17-23 ຕຸລານີ້ ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍຈະມີຄະນະຜູ້ແທນຈາກລັດຖະສະພາສະມາຊິກໄອປາ, ຄະນະຜູ້ແທນ...

ເປີດຢ່າງເປັນທາງການ ແຂ່ງຂັນຊ່ວງເຮືອເມືອງນານ ປະຈໍາປີ 2024

ເມືອງ ນານ ແຂວງ ຫລວງພະບາງ ຈັດພິທີເປີດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະຈໍາປີ 2024 ຂຶ້ນ ໃນວັນທີ 17 ຕຸລາ ນີ້ ທີ່ຜາມໄຊຍຶ່ງນ້ໍານານ...

Liam Payne ອະດີດສະມາຊິກວົງ One Direction ເສຍຊີວິດຫຼັງຈາກຕົກລົງຊັ້ນ 3 ໃນໂຮງແຮມແຫ່ງໜຶ່ງ

ອີງຕາມສຳນັກຂ່າວບີບີຊີ ລາຍງານວ່າ: ລຽມ ເພນ (Liam Payne) ອະດີດສະມາຊິກວົງ ວັນໄດເຣກຊັ່ນ (One Direction) ວົງດົນຕີຊື່ດັງຈາກ ອັງກິດ-ໄອແລນ ໄດ້ເສຍຊີວິດດ້ວຍອາຍຸ 31...

ເດືອນກັນຍາ 2024 ມີຜູ້ເສຍຊີວິດຈາກອຸບັດເຫດທັງໝົດ 54 ຄົນ ໃນຂອບເຂດທົ່ວປະເທດ

ໃນໄລຍະເດືອນກັນຍາ 2024 ຜ່ານມານີ້, ທົ່ວປະເທດລາວ ມີຜູ້ເສຍຊີວິດເຖິງ 54 ຄົນ, ມີຜູ້ບາດເຈັບ 674 ຄົນ ແລະ ມີພາຫະນະເປ່ເພ 780 ຄັນຈາກອຸບັດເຫດເກີດຂຶ້ນທັງໝົດ...