Homeຂ່າວພາຍ​ໃນພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຊ່ວຍ ພະນັກງານ-ລັດຖະກອນໃນປີ 2025

ພະແນກການເງິນ ນວ ສະເໜີຄົ້ນຄວ້າເງິນອຸດໜູນຄ່າຄອງຊີບຊ່ວຍ ພະນັກງານ-ລັດຖະກອນໃນປີ 2025

Published on

ທ່ານ ວຽງສາລີ ອິນທະພົມ ຫົວໜ້າພະແນກການເງິນ ນະຄອນຫຼວງວຽງຈັນ ( ນວ ) ໄດ້ຂຶ້ນລາຍງານ ໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງ ວຽງຈັນ ຊຸດທີ II ໃນຕອນເຊົ້າຂອງວັນທີ 17 ທັນວາ 2024 ວ່າ: ໃນປີ 2024 ສໍາລັບການປະຕິບັດມາດຕະການແກ້ໄຂ ຄວາມ ຫຍຸ້ງຍາກທາງດ້ານເສດຖະ ກິດໃຫ້ພະນັກງານລັດ, ທະຫານ, ຕໍາຫຼວດ ຢູ່ນະຄອນຫຼວງວຽງຈັນ ໂດຍອີງໃສ່ ມະຕິ ຂອງຄະນະປະຈໍາສະພານະຄອນຫຼວງວຽງຈັນ ຊຸດທີ II ວ່າດ້ວຍການຮັບຮອງແຜນ ການຈັດສັນແບ່ງປັນເງິນເກີນແຜນ ປີ 2023 ຂອງນະ ຄອນຫຼວງວຽງຈັນ ສະບັບເລກທີ 103/ຄປຈ.ສປນວ, ລົງວັນທີ 27 ສິງຫາ 2024 ໃນມາດຕາ I ຂໍ້ທີ່ 2 ກໍານົດຈັດສັນ ຈໍານວນ 50 ຕື້ກີບ ເພື່ອຊ່ວຍແກ້ໄຂຄວາມຫຍຸ້ງຍາກທາງດ້ານຊີວິການເປັນຢູ່ຂອງທະຫານ, ຕໍາຫຼວດ, ຄູ ແລະ ພະນັກງານ-ລັດຖະກອນ ທົ່ວນະຄອນຫຼວງວຽງຈັນ ໂດຍກໍານົດ : ຕໍາແໜ່ງບໍລິຫານລະດັບກາງ ( ປະເພດ 7 ) ຄົ້ນຄ້ວາຊ່ວຍໜູນ 400.000 ກີບ/ຄົນ/ເດືອນ, ຕໍາແໜ່ງບໍລິຫານລະດັບກາງ ( ປະເພດ 8 ) ຄົ້ນຄວ້າຊ່ວຍໜູນ 450.000 ກີບ/ຄົນ/ເດືອນ ແລະ ວິຊາການ ຄົ້ນຄວ້າຊ່ວຍໜູນ 500.000 ກີບ/ຄົນ/ເດືອນ.

อาจเป็นรูปภาพของ 1 คน และ แท่นบรรยาย
ພະແນກການເງິນ ນະຄອນຫຼວງວຽງຈັນ ກໍ່ໄດ້ສົມທົບກັບບັນດາພະແນກການອ້ອມຂ້າງ, ກອງປັນຊາການຫະຫານ ນະຄອນ ຫຼວງວຽງຈັນ,ກອງປັນຊາການປ້ອງກັນຄວາມສະຫງົບ ນະຄອນ ຫຼວງວຽງຈັນ ເກັບກໍາສະຖີຕິຈໍານວນພົນພະນັດງານ-ລັດຖະ ກອນ ເຊິ່ງສາມາດ ສັງລວມທັງໝົດ 7.078 ທ່ານ, 53 ກົມກອງ ແລະ 4 ຂະແໜງຕຸລາການ ແລະ ອົງການກວດສອບ ດັ່ງນີ້:
– ພະແນກອ້ອມຂ້າງ ນະຄອນຫຼວງວຽງຈັນ 31 ພະແນກການ ຈໍານວນ 6.641 ທ່ານ ຄົ້ນຄວ້າງົບປະມານ ປະເພດ 7 ຈໍານວນ 5.304.000.000 ກີບ, ປະເພດ 8 ຈໍານວນ 4.887.000.000 ກີບ, ວິຊາການ 28.937.000.000 ກີບ ລວມ 39.128.000.000 ກີບ.


– ຄູອາສາສະໝັກ, ຄູນິຈະພັດ ( ສະເພາະສຶກສາ ) ຈໍານວນ 437 ທ່ານ ຄົ້ນຄວ້າງົບປະມານ ວິຊາການ 2.622.000.000 ກີບ
– ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈໍານວນ 34 ກົມກອງ ຄົ້ນຄວ້າງົບປະມານ 4.250.000.000 ກີບ
– ກອງບັນຊາການປ້ອງກັນຄວາມສະຫງົບ ຈໍານວນ 19 ກົມກອງ ຄົ້ນຄວ້າງົບປະມານ 3.300.000.000 ກີບ
– ຂະແໜງຕຸລາການ ແລະ ອົງການກວດສອບ ຈໍານວນ 4 ຂະແໜງ ຄົ້ນຄວ້າງົບປະມານ 700.000.000 ກີບ
ຜ່ານການຈັດຕັ້ງປະຕິບັດຕົວຈິງ ສາມາດອະນຸມັດເບີກຈ່າຍແລ້ວ ຈໍານວນ 48.693.900.000 ກີບ ມີລາຍລະອຽດດັ່ງລຸ່ມນີ້ :
– ພະແນກອ້ອມຂ້າງ ນະຄອນຫຼວງວຽງຈັນ 31 ພະແນກການ 37.821.900.000 ກີບ
– ຄູອາສາສະໝັກ, ຄູນິຈະພັດ ( ສະເພາະສືກສາ ) 2.622.000.000 ກີບ
– ກອງບັນຊາການທະຫານ ນະຄອນຫຼວງວຽງຈັນ ຈໍານວນ 34 ກົມກອງ 4.250.000.000 ກີບ
– ກອງບັນຊາການປ້ອງກັນຄວາມສະຫງົບ ຈໍານວນ 19 ກົມກອງ 3.300.000.000 ກີບ
– ຂະແໜງຕຸລາການ ແລະ ອົງການກວດສອບ ຈໍານວນ 4 ຂະແໜງ 700.000.000 ກີບ
ຍັງເຫຼືອ ຈໍານວນ 1.306.100.000 ກີບ ແຮ່ໄວ້ແກ້ໄຂພະນັກງານຕົກເຮ່ຍ, ພະນັກ ງານ-ລັດຖະກອນ ຍົກຍ້າຍຊັບຊ້ອນໃຫມ່ ແລະ ຄອບຄົວພະນັກງານ-ລັດຖະກອນຂອງຄູ ແລະ ພະນັກ ງານ-ລັດຖະກອນ, ທະຫານ, ຕໍາຫຼວດ ທີ່ມີຄວາມຫຍຸ້ງຍາກຂາດ ເຂີນ.


ສຳລັບທິດທາງໃນປີ 2025 ເພື່ອເປັນການສືບຕໍ່ຊ່ວຍໜູນແກ້ໄຂບັນຫາຄວາມຫຍຸ້ງຍາກທາງດ້ານຊີວິດການເປັນຢູ່ ຂອງຄູ ແລະ ພະນັກງານ-ລັດຖະກອນ, ທະ ຫານ, ຕໍາຫຼວດ ແລະ ໄອຍະການ-ສານ ໃນປີ 2025 ພະແນກການເງິນ ນະຄອນຫຼວງວຽງຈັນ ກໍ່ໄດ້ຄົ້ນຄວ້າເບື້ອງຕົ້ນໃນການຈັດສັນງົບປະມານ ໄວ້ຈໍານວນ 50 ຕື້ກີບ ສ່ວນຫຼັກການໃນການຄົ້ນຄວ້າ: ສະເໜີພິຈາລະນາຄົ້ນຄວ້າໃຫ້ທຸກຕໍາແໜ່ງ ຂອງພະ ນັກງານ-ລັດຖະກອນ ຢູ່ນະຄອນຫຼວງວຽງຈັນ. ການຄົ້ນຄວ້ານະໂຍບາຍຊ່ວຍໜູນ ສະເໜີພິຈາລະນາ ຕາມເພດານເງິນເດຶອນທີ່ໄດ້ຮັບສຸດທິ ຂອງພະນັກງານ-ລັດຖະກອນ ລາຍລະອຽດດັ່ງນີ້.


1. ເງິນເດືອນ ຕໍ່າກວ່າ 1.700.000ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 500.000 ກີບ/ຄົນ/ເດືອນ
2. ເງິນເດືອນ 1.700.001–2.000.000 ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 400.000 ກີບ/ຄົນ/ ເດືອນ
3. ເງິນເດືອນ 2.000.001–2.500.000 ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 350.000 ກີບ/ຄົນ/ ເດືອນ
4. ເງິນເດືອນ 2.500.001–3.000.000 ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 300.000 ກີບ/ຄົນ/ ເດືອນ
5. ເງິນເດືອນຫຼາຍກວ່າ 3.500.000 ກີບ/ເດືອນ ຄົ້ນຄວ້າຊ່ວຍໜູນ 250.000 ກີບ/ຄົນ/ເດືອນ
ນີ້ແມ່ນການຄົ້ນຄວ້າເບື້ອງຕົ້ນ ໃນການຊ່ວຍໜູນ ພະນັກງານ-ລັດຖະກອນ ນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ວຽກງານດັ່ງກ່າວ ສາມາດຈັດຕັ້ງ ແລະ ປະຕິບັດໄດ້ ຮຽນສະເໜີ ຄະນະປະຈໍາສະພານະຄອນຫຼວງ ວຽງຈັນ- ອົງການປົກຄອງນະຄອນ ຫຼວງວຽງຈັນ ຊ່ວຍພິຈາລະນາ ແລະ ໃຫ້ການຊີ້ນໍາໃນການຈັດຕັ້ງປະຕິບັດດ້ວຍ.

ຂ່າວ: ເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...