HomeນານາສາລະWHO ອອກມາເຕືອນ ສະຖານະການໂລກເບົາຫວານທົ່ວໂລກມີຜູ້ປ່ວຍເພີ່ມຂຶ້ນທຸກປີ

WHO ອອກມາເຕືອນ ສະຖານະການໂລກເບົາຫວານທົ່ວໂລກມີຜູ້ປ່ວຍເພີ່ມຂຶ້ນທຸກປີ

Published on

ເມື່ອບໍ່ດົນມານີ້, ອົງການອານະໄມໂລກ (World Health Organization ຫຼື WHO) ໄດ້ອອກລາຍງານສະຖານະການໂລກເບົາຫວານຈາກທົ່ວໂລກ ພົບວ່າມີອັດຕາຜູ້ປ່ວຍເພີ່ມຂຶ້ນທຸກປີ, ເຊິ່ງມີຜູ້ໃຫຍ່ (ອາຍຸ 18 ປີຂຶ້ນໄປ) ທີ່ປ່ວຍເປັນໂລກເບົາຫວານເພີ່ມຂຶ້ນເປັນ 800 ລ້ານຄົນໃນປີ 2022 ເຊິ່ງຫຼາຍກວ່າປີ 1990 ເຖິງ 4 ເທົ່າ, ອັດຕາການແຜ່ກະຈາຍຂອງໂລກເບົາຫວານໃນຜູ້ໃຫຍ່ເພີ່ມຈາກ 7% ໃນປີ 1990 ເປັນ 14% ໃນປີ 2022. ເຊິ່ງຈາກຕົວເລກທີ່ເພີ່ມຂຶ້ນນີ້ ມັນໄດ້ເຮັດໃຫ້ເຫັນເຖິງຄວາມເຫຼື່ອມລ້ຳ ໃນການຮັບການຮັກສາຂອງຜູ້ປ່ວຍ, ເພາະໃນປີ 2022 ພົບວ່າຜູ້ປ່ວຍໂລກເບົາຫວານເກືອບ 450 ລ້ານຄົນ ຫຼື 59% ຂອງຜູ້ປ່ວຍບໍ່ໄດ້ຮັບການຮັກສາ, ແລະ 90% ຂອງຜູ້ປ່ວຍທີ່ບໍ່ໄດ້ຮັບການຮັກສາ ແມ່ນອາໄສຢູ່ໃນປະເທດທີ່ມີລາຍໄດ້ຕ່ຳຫາປານກາງ(LMICs).

ໂດຍເຂດທີ່ມີອັດຕາເບົາຫວານສູງ ແມ່ນຢູ່ໃນເຂດອາຊີຕາເວັນອອກສ່ຽງໃຕ້ ແລະ ເມດິເຕີເຣເນຍຕາເວັນອອກ ແຜ່ກະຈາຍສູງຢູ່ທີ່ 20%, ການເຂົ້າເຖິງຢາຮັກສາໂລກເບົາຫວານຂອງຜູ້ປ່ວຍ ແມ່ນຖືວ່າຍັງຕ່ຳຫຼາຍ, ໂດຍມີພຽງ 4 ຈາກ 10 ຄົນ ທີ່ໄດ້ຮັບການຮັກສາ. ໂດຍປັດໄຈຫຼັກໆ ທີ່ເຮັດໃຫ້ອັດຕາການເກີດໂລກເບົາຫວານທົ່ວໂລກເພີ່ມຂຶ້ນ ກໍມາຈາກພຶດຕິກຳຂອງການໃຊ້ຊີວິດຂອງມະນຸດມີການປ່ຽນແປງ, ໂດຍສະເພາະເລື່ອງການກິນ ເຮັດໃຫ້ມີການເພີ່ມຂຶ້ນຂອງໂລກຕຸ້ຍ, ອາຫານທີ່ບໍ່ດີຕໍ່ສຸຂະພາບໄດ້ຮັບຄວາມນິຍົມສູງ, ການຂາດການອອກກຳລັງກາຍ ແລະ ຄວາມຍາກຈົນ.

ໃນຂະນະທີ່ WHO ໄດ້ອອກມາດຕະການຊ່ວຍເຫຼືອ ເຊິ່ງໄດ້ເປີດຕົວ “Global Diabetes Monitoring Framework” ເພື່ອຊ່ວຍປະເທດຕ່າງໆ ໃນການປະເມີນຜົນ, ປັບປຸງປ້ອງກັນ ແລະ ການຮັກສາໃນຂັ້ນຕອນຕ່າງໆ. ໂດຍຕັ້ງເປົ້າໝາຍປີ 2023 ໃຫ້ 80% ຂອງຜູ້ປ່ວຍເບົາຫວານທີ່ໄດ້ຮັບການບົ່ງມະຕິພະຍາດ ມີການຄວບຄຸມລະດັບນ້ຳຕານໄດ້ດີຂຶ້ນ. ນອກຈາກນີ້, ຍັງມີການສະໜັບສະໜຸນ ການປ້ອງກັນເບົາຫວານຊະນິດທີ 2 ທີ່ເກີດຈາກໂລກອ້ວນ, ການກິນອາຫານທີ່ບໍ່ເໝາະສົມ ແລະ ການຂາດກິດຈະກຳທາງກາຍ. ເຊິ່ງໃນປີ 2025 ນີ້ ຈະມີການປະຊຸມລະດັບສູງຂອງສະມັດຊາໃຫຍ່ ແຫ່ງສະຫະປະຊາຊາດ ເພື່ອຫຼຸດຜ່ານອັດຕາການແຜ່ກະຈາຍຂອງໂລກບໍ່ຕິດຕໍ່ (NCDs) ລວມເຖິງເບົາຫວານ, ຕັ້ງເປົ້າເສີມສ້າງລະບົບສຸຂະພາບທົ່ວໂລກ ແລະ ການເບິ່ງແຍງສຸຂະພາບຂັ້ນພື້ນຖານ.

ລາຍງານນີ້ຊີ້ໃຫ້ເຫັນເຖິງຄວາມຮີບດ່ວນຂອງການແກ້ໄຂປັນຫາໂລກເບົາຫວານທົ່ວໂລກ, ໂດຍສະເພາະໃນປະເທດລາຍໄດ້ຕໍ່າ-ກາງ ຫຼື LMICs ທີ່ມີອັດຕາການຮັກສາຕ່ຳທີ່ສຸດໃນໂລກ. ທັງນີ້, WHO ແລະ ພັນທະມິດຕ່າງໆ ກຳລັງພະຍາຍາມຮີບຮ້ອນດຳເນີນການເພື່ອໃຫ້ບັນລຸເປົ້າໝາຍໃນປີ 2030 ແລະ ຫຼຸດຄວາມເຫຼື່ອມລ້ຳໃນການຮັກສາໃຫ້ໄວທີ່ສຸດ.

ຂໍ້ມູນ: who

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...