spot_img
Homeຂ່າວຕ່າງປະເທດຍິ່ງກວ່າເວທີມວຍ! ສະມາຊິກລັດຖະສະພາອູແກຣນ ແລກໝັດກັນກາງສະພາ! (ເບິ່ງຄລິບ)

ຍິ່ງກວ່າເວທີມວຍ! ສະມາຊິກລັດຖະສະພາອູແກຣນ ແລກໝັດກັນກາງສະພາ! (ເບິ່ງຄລິບ)

Published on

Rada deputy Barna removes PM Yatseniuk from the tribune, after presenting him a bouquet of roses, during the parliament session in Kiev

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 12 ທັນວານີ້ວ່າ ເກີດເຫດສະມາຊິກ ລັດຖະສະພາອູແກຣນ ເປີດເສິກຊົກມວຍກັນກາງສະພາ ໃນວັນສຸກທີ 11 ທັນວາຜ່ານມານີ້ ຫລັງຈາກທີ່ ທ່ານ ໂອເລກ ບານາ ສະມາຊິກສະພາທ່ານໜຶ່ງ ໄດ້ຍ່າງເອົາດອກໄມ້ສີແດງ ຍື່ນໃຫ້ແກ່ ທ່ານ ອາເຊນີ ຢັດເຊນຢຸກ ນາຍົກລັດຖະມົນຕີອູແກຣນ ທີ່ກຳລັງຢືນປາໄສຢູ່ກາງສະພາ ຫລັງຈາກນັ້ນ ທ່ານ ບານາ ກໍເອົາມືສອດຫວ່າງຂາ ນາຍົກລັດຖະມົນຕີ ແລ້ວອູ້ມລົງຈາກບ່ອນປາໄສ ເຮັດໃຫ້ສະມາຊິກສະພາທ່ານອື່ນ ອີກປະມານສິບຄົນ ທີ່ສະໜັບສະໜູນນາຍົກລັດຖະມົນຕີ ອອກມາຂັດຂວາງ ແລະ ແລກໝັດກັນກາງສະພາ.

ທັງນີ້ ເນື່ອງຈາກລັດຖະບານອູແກຣນຊຸດປັດຈຸບັນ ເປັນລັດຖະບານປະສົມ ທີ່ຝັກໄຝ່ຕາເວັນຕົກ ປະກອບດ້ວຍສະມາຊິກສະພາ ຈາກຫລາຍພັກ ແລະ ກຸ່ມການເມືອງ ຈຶ່ງເຮັດໃຫ້ເກີດຄວາມແຕກແຍກ ໃນຂະນະທີ່ປະເທດ ກຳລັງປະເຊີນກັບ ວິກິດການທາງດ້ານເສດຖະກິດ ແລະ ສົງຄາມກາງເມືອງ ກັບກຸ່ມຕໍ່ຕ້ານ ທີແຍກຕົວອອກ ໄປຂຶ້ນກັບຣັດເຊຍ.

ບົດຄວາມຫຼ້າສຸດ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...

ໃນປີ 2024 ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ

ແຂວງໄຊສົມບູນ ກວດພົບພະນັກງານ ສໍ້ລາດບັງຫຼວງ 3 ຄົນ ມູນຄ່າເສຍຫາຍເກືອບ 20 ລ້ານກີບ ໃນປີ 2024 ຄະນະກວດກາພັກ,ອົງການກວດກາລັດ ແຂວງໄຊສົມບູນ ຈັດກອງປະຊຸມ ສະຫຼຸບຕີລາຄາວຽກງານກວດກາທົ່ວແຂວງໄຊສົມບູນ ປະຈຳປີ...

ກອງທັບປະຊາຊົນລາວ ສິ້ນສຸດພາລະກິດ ຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ

ກອງທັບປະຊາຊົນລາວ ສໍາເລັດການຊ່ວຍເຫຼືອຜູ້ປະສົບໄພແຜ່ນດິນໄຫວຢູ່ ສສ ມຽນມາ ໃນວັນທີ 8 ເມສາ ຜ່ານມາ ຄະນະປະຕິບັດງານຊ່ວຍເຫຼືອຜູ້ປະສົບແຜ່ນດິນໄຫວຂອງກອງທັບປະຊາຊົນລາວ ນຳໂດຍສະຫາຍ ພັນເອກ ປາດຖະໜາ ບຸດຕິຈັກ ຮອງຫົວໜ້າຫ້ອງການກົມໃຫຍ່ເສນາທິການກອງທັບ, ຄະນະກຳມະການຄຸ້ມຄອງໄພພິບັດກະຊວງປ້ອງກັນປະເທດ,...