spot_img
Homeຂ່າວການສຶກສາເອສຊີຈີ ມອບທຶນການສຶກສາ ໃຫ້ນັກຮຽນມໍປາຍທີ່ຂາດເຂີນ 230 ທຶນ ຫລາຍກ່ວາ 3 ຮ້ອຍລ້ານກີບ!

ເອສຊີຈີ ມອບທຶນການສຶກສາ ໃຫ້ນັກຮຽນມໍປາຍທີ່ຂາດເຂີນ 230 ທຶນ ຫລາຍກ່ວາ 3 ຮ້ອຍລ້ານກີບ!

Published on

DSC_0039 seuksa 2

ຂປລ. ໂຄງການ​ແບ່ງປັນ​ຄວາມ​ຝັນ​ກັບ ​ເອສຊີ​ຈີ (SCG) sharing the dream ​ໄດ້​ມອບ​ທຶນ​ການ​ສຶກສາ ​ໃຫ້​ແກ່​ນ້ອງ​ນັກຮຽນຊັ້ນ​ມັດທະຍົມສຶກສາ​ຕອນ​ປາຍ ມ5-ມ7 ຈຳນວນ 230 ທຶນ ​ເປັນປີທີ 4 ມີມູນ​ຄ່າ​ເຖິງ 373.750.000 ກີບ ຂຶ້ນ​ໃນ​ວັນ​ທີ 9 ທັນ​ວາ 2015 ທີ່​ ສູນ​ກິລາ​ບູ​ໂດ​ລາວ-ຍີ່ປຸ່ນ, ​ໂດຍ​ມີ​ ທ່ານນາງ ​ແສງ​​ເດືອນ ຫລ້າ​ຈັນ​ທະ​ບູນ ລັດ​ຖະມົນ​ຊ່ວຍ​ວ່າການ​ກະຊວງ​ສຶກສາທິການ ​ແລະ ກິລາ, ທ່ານ ອາລີ ສະ​ວະ​ລິດ​ຊີວິນ​ກູນ ຮອງ​ປະທານ​ບໍລິສັດ ​​ເອສຊີ​ຈີ ຊີ​ມັງ-ຜະລິດ​ຕະພັນ​ກໍ່ສ້າງ, ຄູອາ​ຈານ ​ແລະ ນ້ອງ​ນັກຮຽນ​ເຂົ້າ​ຮ່ວມ.

ທ່ານ ອາລີ ສະ​ວະ​ລິດ​ຊີວິນ​ກູນ ​ກ່າວວ່າ: ​ໂຄງການ​ ​​ເອສຊີ​ຈີ  ​ໄດ້​​ຮ່ວມ​ກັບ​ສະມາຄົມ​ຮ່ວມ​ນ້ຳໃຈ​ເດັກ​ນ້ອຍ​ລາວ ຮັບ​ສະໝັກນັກຮຽນມັດ​ທະ​ຍົ​ມສຶກສາ ​ຊັ້ນ​ປີ ທີ 5-7 ຈາກ​​ໂຮງຮຽນລັດ​ ທົ່ວ​ນະຄອນຫລວງ​ວຽງຈັນ ​ແລະ ​ແຂວງ​ຄຳ​ມ່ວນ ​ເພື່ອ​ຄັດ​ເລືອກ​ເອົາ​ເຍົາວະ​ຊົນ ທີ​ມີ​ຜົນງານ​ດີ​ເດັ່ນ​ ​ໃນ​ດ້ານ​ການ​ຮຽນ, ກິລາ, ສີ​ລະ​ປະ ​ແຕ່​ມີ​ຄວາມ​ຂາດ​ເຂີນ​ທາງດ້ານ​ທຶນ​ຮ້ອນ ​ແລະ ​ໃນ​ປີ​ນີ້​ໄດ້​ມອບ​ທຶນ​ການ​ສຶກສາ​ຈຳນວນ 230 ທຶນ, ຢູ່ນະ​ຄອນ​ຫລວງ​ວຽງຈັນ ຈຳນວນ 150 ທຶນ ​ແລະ ​ແຂວງ​ຄຳ​ມ່ວນ 80 ທຶນ,  ​ເພີ່ມ​ຈາກ​ປີ​ທີ່​ຜ່ານ​ມາ 30 ທຶນ.

ທ່ານ  ອາລີ ສະ​ວະ​ລິດ​ຊີວິນ​ກູນ ຍັງ​ໃຫ້​ຮູ້​ອີກ​ວ່າ: ຈາ​ກການ​ຕິດຕາມ​ຜົນ​ການ​ຮຽນ 3 ​ປີ ຜ່ານ​ມາ​ພົບ​ວ່າ​ນ້ອງໆນັກຮຽນມີ​ຄວາມ​ກ້າວໜ້າທາງ​ການ​ສຶກສາ​ຫລາຍ​ຂຶ້ນ ​ແລະ ​ເຫັນ​ວ່າ​ຫລາຍ​ຄົນ ​ໄດ້​ສຶກສາ​ຕໍ່​ລະດັບ​ສູງ​ຂຶ້ນ. ພິ​ເສດ​​ ເອສຊີ​ຈີ  ຍັງ​ມອບ​ລາງວັນ​ໃຫ້​ແກ່​ນັກ​ຮຽນ ທີ່​ເຄີຍ​ໄດ້​ຮັບ​ທຶນ ຈາກ​ໂຄງການ​ໃນ​ປີຜ່ານມາ  ຈຳນວນ 12 ຄົນ ​ເພື່ອ​ເປ​ັນຂວັນ​ກຳລັງ​ໃຈ ​ແລະ ສົ່ງ​ເສີມ​ໃຫ້​ເຍົາວະ​ຊົນ​ ມຸ້ງໝັ້ນ ຕັ້ງ​ໃຈ​ໃນ​ການ​ສຶກສາຮໍ່າຮຽນ.

ນ້ອງ​ນາງ ບົວ​ວອນ ​ເພັງ​ມີ​ໄຊ, ອາຍຸ 17 ປີ ສຶກສາ​ຢູ່​ຊັ້ນ ມ7/2 ມສ ​ໂນນ​ສະອາດ ​ໄດ້​ຮັບ​ທຶນ​ຈາກ​ໂຄງການ​ເປັນ​ປີທີ 2 ​ໄດ້​​ໃຫ້​ສຳພາດ​ວ່າ: ຮູ້ສຶກດີ​ໃຈຫລາຍ ​ແລະ ຂໍຂອບ​ໃຈ​ໂຄງການແບ່ງປັນ​ຄວາມ​ຝັນ​ກັບ ​ເອສຊີ​ຈີ ທີ່​ໄດ້​​ໃຫ້​ທຶນ​ການ​ສຶກສາ ​​ເປັນ​ປີ​ທີ່ 2 ​ແລະ ສັນຍາ​ວ່າຈະ​ຕັ້ງ​ໃຈຮຽນ ​ແລະ ​ນຳໃຊ້​ທຶນ​ໃຫ້​ເກີດ​ປະ​​ໂຫຍ​ດ ​ໃຫ້​ຫລາຍ​ທີ່​ສຸດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...

ພາກເໜືອ-ກາງ ກຽມຮັບມືກັບຝົນຕົກໃນໄລຍະວັນທີ 12 ຫາ 17 ເມສາ 2025

ຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມ, ຫມາກເຫັບຕົກ ແລະ ລົມພັດແຮງ ໃນໄລະຍະວັນທີ 12 ຫາ 17 ເມສາ 2025 ຄວາມກົດດັນສູງອາກາດເຢັນທີ່ປະເທດຈີນຈະແຜ່ລົງມາປົກຄຸມຢູ່ເຂດພາກເຫນືອ ແລະ ພາກກາງ...