spot_img
Homeຂ່າວຕ່າງປະເທດອາຣັບບີ ຊຸອຸດິດ ປະຫານຊີວິດນັກໂທດເພີ່ມ 2 ຄົນ ລວມໝົດປີ 150 ຄົນ ສູງສຸດໃນຮອບ 2 ທົດສະວັດ!

ອາຣັບບີ ຊຸອຸດິດ ປະຫານຊີວິດນັກໂທດເພີ່ມ 2 ຄົນ ລວມໝົດປີ 150 ຄົນ ສູງສຸດໃນຮອບ 2 ທົດສະວັດ!

Published on

558000014020801

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 9 ທັນວານີ້ວ່າ ກະຊວງພາຍໃນ ອາຣັບບີ ຊາອຸດິດ ໄດ້ທຳການປະຫານຊີວິດນັກໂທດ ເພີ່ມອີກ 2 ຄົນ ໃນວັນອັງຄານທີ 8 ທັນວາຜ່ານມາ ເຮັດໃຫ້ພາຍໃນປີ 2015 ນີ້ພົບວ່າ ປະເທດດັ່ງກ່າວ ໄດ້ປະຫານຊີວິດນັກໂທດເຖິງ 150 ຄົນແລ້ວ ແລະ ຖືເປັນສະຖິຕິ ທີ່ມີການປະຫານຊີວິດ ສູງທີ່ສຸດໃນຮອບ 2 ທົດສະວັດ.

ການປະຫານຊີວິດນັກໂທດທັງສອງຄົນດັ່ງກ່າວ ແມ່ນນຳໃຊ້ວິທີການຕັດຄໍ ຊຶ່ງເປັນວິທີການຫລັກ ຕາມປະເພນີບັງຄັບ ທີ່ທາງການອາຣັບບີ ຊາອຸດິດ ນຳໃຊ້ມາຢ່າງຍາວນານ.  ແນວໃດກໍຕາມ, ອີງຕາມຂໍ້ມູນໃນປີ 1995 ພົບວ່າ ອາຣັບບີ ຊາອຸດິດ ໄດ້ມີການປະຫານຊີວິດນັກໂທດ ສູງທີ່ສຸດເປັນປະຫວັດການ ເຖິງ 192 ຄົນ.

 558000014020802

ບົດຄວາມຫຼ້າສຸດ

ເມືອງສິງ ເລັ່ງຟື້ນຟູຫລັງນໍ້າຖ້ວມເປັນຄັ້ງທີ 2

ທ່ານ ຈັນພິພັກ ກອງຈໍາປາ, ເຈົ້າເມືອງໆ ສິງ ແຂວງຫລວງນໍ້າທາ ໃນວັນທີ 3 ຕຸລາ 2024 ວ່າ: ເນື່ອງຈາກຝົນຕົກໜັກເປັນເວລາຫລາຍຊົ່ວໂມງນັບແຕ່ຕອນ ເຊົ້າວັນທີ 1...

ພະຍາກອນອາກາດ ປະຈໍາວັນທີ 04 ຕຸລາ 2024

ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ, ສົມທົບກັບກະແສລົມ ຕາເວັນອອກສ່ຽງເໜືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຈະເຢັນ ໃນຕອນເຊົ້າຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງ ບລະເວນ...

ຈະລາຈອນນະຄອນຫຼວງວຽງຈັນ ມີຄວາມພ້ອມ 100% ອຳນວຍຄວາມສະດວກໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44,45

ພັທ ສັງຄົມ ພົມມະລາດ ຫົວໜ້າພະແນກຕໍາຫຼວດຈາລະຈອນ ນະຄອນຫລວງວຽງຈັນ ໃຫ້ສໍາພາດຕໍ່ສື່ມວນຊົນໃນວັນທີ 3 ຕຸລາ 2024 ວ່າ: ມາຮອດປັດຈຸບັນ, ເຈົ້າໜ້າທີ່ຕໍາຫລວດຈະລາຈອນ ນະຄອນຫລວງວຽງຈັນ ພ້ອມແລ້ວຈະອໍານວຍຄວາມສະດວກໃນການສັນຈອນຕາມທ້ອງຖະໜົນໃນໄລຍະທີ່...

ແຈ້ງພັກການຮຽນ-ການສອນ! 497 ແຫ່ງ ໃນນະຄອນຫຼວງວຽງຈັນ ວັນທີ 8-11 ຕຸລາ 2024

ອີງຕາມແຈ້ງການຂອງພະແນກສຶກສາທິການ-ກິລາ ນະຄອນຫຼວງວຽງຈັນ ລົງເມື່ອວັນທີ 3 ຕຸລາ 2024 ກ່ຽວກັບພັກການຮຽນ-ການສອນ ໃນໄລຍະກອງປະຊຸມສຸດຍອດອາຊຽນວັນທີ 8-11 ຕຸລາ 2024 (ອ່ານເພິ່ມລຸ່ມນີ້)