Homeຂ່າວທ້ອງຖິ່ນນັກທ່ອງທ່ຽວເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າປະສົມສານປົນເປື້ອນ

ນັກທ່ອງທ່ຽວເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າປະສົມສານປົນເປື້ອນ

Published on

ນັກທ່ອງທ່ຽວອົດສະຕາລີ 2 ຄົນ ເຂົ້າໂຮງໝໍດ່ວນຫຼັງຈາກດື່ມເຄື່ອງດື່ມປະສົມສານປົນເປື້ອນ.

ອີງຕາມສຳນັກຂ່າວ ABC news ອົດສະຕາລີ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 18 ພະຈິກ 2024 ທີ່ຜ່ານມາ, ກ່ຽວກັບເຫດການບໍ່ຄາດຄິດເມື່ອນັກທ່ອງທ່ຽວ 2 ຄົນ, ເພດຍິງ ຈາກອົດສະຕາລີ ມາທ່ຽວໃນຕົວເມືອວັງວຽງ ແລ້ວເຂົ້າໂຮງໝໍຫຼັງຈາກດື່ມເຫຼົ້າປະສົມທີ່ຕ້ອງສົງໃສວ່າມີສານປົນເປື້ອນ.

ຕາມການລາຍງານໄດ້ລະບຸວ່າ: ນັກທ່ອງທ່ຽວທັງ 2 ມີອາຍຸປະມານ 19 ປີ ກຳລັງຖືກຮັກສາໂຕທີ່ໂຮງໝໍໃນປະເທດໄທ ຫຼັງຈາກດື່ມເຫຼົ້າປະສົມທີ່ມີສານປົນເປື້ອນ ໂດຍທັງສອງໄດ້ເຂົ້າມາທ່ອງທ່ຽວ ແລະ ໄດ້ເຂົ້າພັກທີ່ໂຮສເທລແຫ່ງໜຶ່ງພາຍໃນເມືອງວັງວຽງ ແຂວງວຽງຈັນ ລາວ ເມື່ອວັນທີ 12 ພະຈິກ 2024 ຜ່ານມາ ແລະ ໄດ້ພາກັນດື່ມຢູ່ທີ່ບາພາຍໃນໂຮສເທລ ທີ່ນັກທ່ອງທ່ຽວທັງ 2 ເຂົ້າພັກ.

ຕາມການລາຍງານຂອງແພດໃນໂຮງໝໍເມືອງວັງວຽງໃຫ້ຮູ້ວ່າ: ນັກທ່ອງທ່ຽວທັງ 2 ໄດ້ມາຮອດໂຮງໝໍໃນເວລາ 02:30 ໂມງເຊົ້າຂອງວັນທີ 13 ພະຈິກ 2024, ເຊິ່ງທັງ 2 ມີອາການເມົາ ແລະ ຫາຍໃຈແຮງ ແຕ່ຍັງສາມາດສື່ສານໄດ້ ແຕ່ຫຼັງຈາກນັ້ນມີນັກທ່ອງທ່ຽວຄົນ 1 ມີອາການວິນຫົວ ແໜ້ນໜ້າເອິກ ແລະ ຫາຍໃຈລຳບາກ ທາງເຈົ້າໜ້າທີ່ແພດຈຶ່ງໃສ່ນ້ຳເກືອໃຫ້ ຕໍ່ມານັກທ່ອງທ່ຽວມີອາການຊ໋ອກ ແລະ ອາການຮຸນແຮງຂຶ້ນ ຈຶ່ງທຳການໃສ່ທໍ່ຊ່ວຍຫາຍໃຈ ແລ້ວນຳສົ່ງໂຮງໝໍເສດຖາທິລາດ ໃນນະຄອນຫຼວງວຽງຈັນ ເພື່ອຕິດຕາມອາການເບື້ອງຕົ້ນກ່ອນນຳຕົວສົ່ງໄປທີ່ໂຮງໝໍທັງ 2 ແຫ່ງຂອງປະເທດໄທ.

ເຈົ້າຂອງທີ່ພັກໄດ້ໃຫ້ຮູ້ວ່າ: ລາວແນ່ໃຈວ່າເຄື່ອງດື່ມທີ່ມີສານປົນເປື້ອນບໍ່ໄດ້ຂາຍຢູ່ບາຂອງລາວ, ໂດຍກ່າວວ່າ ບໍ່ມີແຂກຄົນອື່ນເປັນຫຍັງຈາກການດື່ມ. ລາວໝັ້ນໃຈວ່າ ລາວບໍ່ເຄີຍເພີ່ມ methanol ໃສ່ເຄື່ອງດື່ມຢູ່ບາ. ຕອນນີ້, ເຈົ້າໜ້າທີ່ຕຳຫຼວດເມືອງວັງວຽງ ແລະ ນະຄອນຫຼວງວຽງຈັນ ມາຮອດຫໍພັກເພື່ອກວດກາແລ້ວ, ຮ້ານທີ່ລາວຊື້ເຄື່ອງດື່ມ. ພ້ອມບອກຕື່ມວ່າ: ລາວ​ໄດ້​ເຮັດ​ທຸ​ລະ​ກິດ​ຢູ່​ນະ​ຄອນ​ຫລວງ​ວຽງ​ຈັນ ແລະ ວັງ​ວຽງ ມາ​ໄດ້​ເກືອບ 11 ປີ ​ແລ້ວ, ແລະ​ນີ້ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ເກີດ​ເຫດ​ການ​ແບບນີ້. “ທີ່ຜ່ານມາ ຂ້ອຍເບິ່ງແຍງລູກຄ້າທັງໝົດທີ່ເຂົ້າມາພັກຢູ່ທີ່ໂຮສເທລຂອງພວກເຮົາເປັນຢ່າງດີ.”

ເມື່ອເກີດເຫດການນີ້ຂຶ້ນ ທາງພາກສ່ວນກ່ຽວຂ້ອງກໍໄດ້ເຂົ້າໃຫ້ການຊ່ວຍເຫຼືອ ແກ່ນັກທ່ອງທ່ຽວອົດສະຕາລີທັງ 2 ຄົນ ແລະ ຄອບຄົວຂອງເຂົາເຈົ້າ.

ປັດຈຸບັນ, ອາການຂອງທັງສອງແມ່ນຍັງໜ້າເປັນຫ່ວງ, ທາງຄອບຄົວຂອງກໍໄດ້ຢູ່ເຝົ້າອາການຢ່າງໃກ້ຊິດ.

ຢ່າງໃດກໍຕາມຕ້ອງລໍຖ້າເຈົ້າໜ້າທີ່ຮັບຜິດຊອບອອກມາແຈ້ງລາຍລະອຽດຕໍ່ໄປ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...