spot_img
Homeຂ່າວການສຶກສາຊາວໜຸ່ມນັກສຶກສາລາວ 5 ຄົນ ເດີນທາງໄປທັດສະນະສຶກສາ JENESYS 2015 ຢູ່ປະເທດຍີ່ປຸ່ນ!

ຊາວໜຸ່ມນັກສຶກສາລາວ 5 ຄົນ ເດີນທາງໄປທັດສະນະສຶກສາ JENESYS 2015 ຢູ່ປະເທດຍີ່ປຸ່ນ!

Published on

SPS_00024-650x488

ໃນວັນທີ 06 ທັນວາ 2015 ຜ່ານມາ ນັກສຶກສາລາວຈຳນວນ 5 ຄົນ ໄດ້ເດີນທາງອອກຈາກ ສະໜາມບິນສາກົນວັດໄຕ ເພື່ອໄປເຂົ້າຮ່ວມ ທັດສະນະສຶກສາທີ່ປະເທດຍີ່ປຸ່ນ ພາຍໃຕ້ໂຄງການແລກປ່ຽນຊາວໜຸ່ມ ທີ່ມີຊື່ວ່າ JENESYS 2015 ໂດຍໄດ້ຮັບການສະໜັບສະໜຸນ ຈາກລັດຖະບານຍີ່ປຸ່ນ ເຊິ່ງກຸ່ມນັກສຶກສາດັ່ງກ່າວຈະເຄື່ອນໄຫວຢູ່ປະເທດຍີ່ປຸ່ນ ໃນລະຫວ່າງວັນທີ 07 ຫາ 15 ທັນວາ 2015 ແລະ ຈະເຂົ້າຮ່ວມໂຄງການໃນຫົວຂໍ້ ພາຍຫຼັງ 70 ປີ ຂອງການສິ້ນສຸດສົງຄາມໂລກ ຄັ້ງທີ II ການແລກປ່ຽນເພື່ອສ້າງສັນຕິພາບ ໂຄງການນີ້ ແມ່ນມີຈຸດປະສົງເພື່ອຮັດແໜ້ນຄວາມເຊື່ອໝັ້ນ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ລະຫວ່າງ ຊາວໜຸ່ມຍີ່ປຸ່ນ ແລະ ຊາວໜຸ່ມອາຊຽນ ພ້ອມດຽວກັນນີ້ ກໍເພື່ອສ້າງພື້ນຖານ ຂອງສາຍພົວພັນມິດຕະພາບ ແລະ ການຮ່ວມມື ໃນປະເທດອາຊຽນ ເຊິ່ງນັກສຶກສາລາວທັງ 5 ຄົນ ທີ່ໄປທັດສະນະສຶກສາໃນຄັ້ງນີ້ ແມ່ນນັກສຶກສາດີເດັ່ນ ທີ່ໄດ້ຮັບການຄັດເລືອກໂດຍ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ກະຊວງສຶກສາທິການແລະກີລາ ແລະ ສະຖານທູດຍີ່ປຸ່ນ ປະຈຳ ສປປ.ລາວ.

ນັກສຶກສາລາວ ຮວມທັງນັກສຶກສາຈາກປະເທດອື່ນໆໃນອາຊຽນ ແລະ ປະເທດຕີມໍເລສເຕ ຈະໄດ້ໄປຢ້ຽມຢາມ ເມືອງຮິໂຣຊິມາ ຫຼື ເມືອງນາງາຊາກິ ເຊິ່ງເປັນບ່ອນທີ່ເຄີຍຖືກທຳລາຍດ້ວຍລະເບີດນິວເຄລຍ ໃນໄລຍະສົງຄາມໂລກຄັ້ງທີ II ຜູ້ເຂົ້າຮ່ວມຈະໄດ້ຮຽນຮູ້ປະຫວັດສາດອັນໂສກເສົ້າດັ່ງກ່າວ ໂດຍຜ່ານການເລົ່າເລື່ອງ ນອກຈາກນີ້ ບັນດານັກຮຽນຍັງຈະໄດ້ມີໂອກາດ ພັກອາໄສກັບຄອບຄົວຍີ່ປຸ່ນ ແລະເຂົ້າຮ່ວມໂຄງການແລກປ່ຽນທີ່ມະຫາວິທະຍາໄລຍີ່ປຸ່ນ ເພື່ອໃຫ້ພວກເຂົາເຫຼົ່ານັ້ນມີຄວາມເຂົ້າໃຈຕໍ່ສັງຄົມ ປະຫວັດສາດ ແລະ ວັດທະນະທຳທີ່ຫຼາກຫຼາຍ ຂອງຍີ່ປຸ່ນ.

 

ແຫລ່ງຂ່າວ:

ວຈທດ

ບົດຄວາມຫຼ້າສຸດ

img3

img2

img1

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນ ຈັດຂຶ້ນຢູ່ນະຄອນບຣູດເຊວ, ປະເທດເບວຢຽ

ບໍລິສັດ ເບຍລາວ ໄດ້ຮັບການຮັບຮອງດ້ານຄຸນນະພາບໃນລະດັບສາກົນອີກຄັ້ງ ເມື່ອສອງຜະລິດຕະພັນຂອງບໍລິສັດຄື: ເບຍລາວ ແລະ ເບຍລາວກຣີນ ຄວ້າລາງວັນຫຼຽນຄຳດ້ານຄຸນນະພາບໃນງານ Monde Selection ຄັ້ງທີ 64 ເຊິ່ງເປັນງານມອບລາງວັນດ້ານຄຸນນະພາບລະດັບໂລກ ທີ່ໄດ້ຈັດຂຶ້ນຢູ່ນະຄອນບຣູດເຊວ,...